ນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ມາ​ທ່ຽວຢູ່ຫວຽດນາມ ​ບໍ່​​ຕ້ອງຈຳກັດບໍລິເວນ

09:02 | 28/12/2021

ຍສໝ - ນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ມາທ່ຽວຢູ່​ຫວຽດນາມ ​ບໍ່​​ຕ້ອງຈຳກັດບໍລິເວນ ​ແລະ​ເຂົ້າ​ຮ່ວມ​ໂຄງການ​ທ່ອງ​ທ່ຽວ​ແບບ​ຄົບວົງຈອນ, ​ໄປ​ຍັງ​ສະຖານທີ່ທ່ອງທ່ຽວຕາມການກຳນົດ​ຢູ່ 5 ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້ປະຕິບັດການທົດ​ລອງ.

ກອງ​ປະ​ຊຸມ​ໃຫຍ່​​ຜູ​້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XI ຂອງ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ຈະ​ດຳ​ເນີນໃນ​ວັນ​ທີ 29  - 31 ທັນ​ວາ ກອງ​ປະ​ຊຸມ​ໃຫຍ່​​ຜູ​້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XI ຂອງ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ຈະ​ດຳ​ເນີນໃນ​ວັນ​ທີ 29 - 31 ທັນ​ວາ
ແຄ໊ງ​ຮ່​ວາ ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວລັດ​ເຊຍ 8.000 ຄົນ ທີ່​ມີ​ໜັງ​ສື​ຜ່ານ​ແດນ​ວັກ​ຊິນ ແຄ໊ງ​ຮ່​ວາ ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວລັດ​ເຊຍ 8.000 ຄົນ ທີ່​ມີ​ໜັງ​ສື​ຜ່ານ​ແດນ​ວັກ​ຊິນ

ທີ່​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ສໍາມະນາການທ່ອງ​ທ່ຽວ 2021 ດ້ວຍ​ຫົວ​ຂໍ້ “ທ່ອງ​ທ່ຽວ​ຫວຽດນາມ - ຟື້ນ​ຟູ ​ແລະພັດທະນາ” ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 24 ທັນວາ, ທ່ານ ຫງວຽນ​ຈຸ່ງ​ແຄ໊ງ, ຫົວໜ້າ​ກົມໃຫຍ່​​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ ​ໃຫ້​ຮູ້​ວ່າ: ນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ມາທ່ຽວຢູ່​ຫວຽດນາມ ​ບໍ່​​ຕ້ອງ​ຈຳກັດບໍລິເວນ ​ແລະ​ເຂົ້າ​ຮ່ວມ​ໂຄງການ​ທ່ອງ​ທ່ຽວ​ແບບ​ຄົບວົງຈອນ, ​ໄປ​ຍັງ​ສະຖານທີ່ທ່ອງທ່ຽວຕາມການກຳນົດ​ຢູ່ 5 ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ປະຕິບັດການທົດ​ລອງ.

undefined
ພາບປະກອບ: TTXVN

ສຳລັບ​ແຂກ​ສາກົນ​ທີ່​ມາ​ທ່ຽວຢູ່ຫວຽດນາມ, ພຽງແຕ່​ໃສ່ຜ້າອັດປາກອັດດັງແມ່ນຂໍ້ບັງຄັບ​, ຖ້າ​ຫາກ​ບໍ່​ປະຕິບັດ​ຕາມກໍຈະຢຸດຕິການໃຫ້​ບໍລິການ ເພື່ອ​ຮັບປະກັນ​ບັນດາ​ລະບຽບ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກລະບາດ​ໃນ​ປະຈຸ​ບັນ.

ກອງປະຊຸມສຳມະນາໂດຍກຳມາທິການວັດທະນະທຳ ແລະການສຶກສາສະພາແຫ່ງຊາດສົມທົບກັບກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ແຂວງເງະອານ ໄດ້ດຳເນີນໃນຕອນເຊົ້າວັນທີ 25 ທັນວາ. ກອງປະຊຸມ ສຳມະນາຄາດວ່າຈະດຶງດູດການເຂົ້າຮ່ວມໂດຍກົງຂອງຜູ້ແທນ 150 ຄົນ ຢູ່ແຂວງເງະອານ ແລະປະມານ 3.000 ຄົນທີ່ເຂົ້າຮ່ວມທາງອອນລາຍຜ່ານ 19 ຈຸດເຊື່ອມຕໍ່ອອນລາຍໃນທົ່ວປະເທດ.

ກອງປະຊຸມສຳມະນາແນໃສ່ປະເມີນຜົນກະທົບຂອງໂລກລະບາດໂຄວິດ-19 ຕໍ່ຂະແໜງການທ່ອງທ່ຽວ, ກາລະໂອກາດ ແລະສິ່ງທ້າທາຍສຳລັບການທ່ອງທ່ຽວຫວຽດນາມ; ປຶກສາຫາລືບັນດາທິດທາງ, ມາດຕະການຟື້ນຟູ ແລະພັດທະນາການທ່ອງທ່ຽວຫວຽດນາມ ຢ່າງວ່ອງໄວ ແລະຍືນຍົງ; ສະເໜີໃຫ້ ສະພາແຫ່ງຊາດ ແລະລັດຖະບານມີມາດຕະການແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍວິສາຫະກິດ ແລະປະຊາຊົນ; ສະໜອງຂໍ້ມູນໃຫ້ບັນດາຜູ້ແທນສະພາແຫ່ງຊາດກຳນົດບັນດານະໂຍບາຍເພື່ອຟື້ນຟູ ແລະພັດທະນາການທ່ອງທ່ຽວໃນສະພາບ “ປົກກະຕິໃໝ່”.

ບູນມີ

ເຫດການ
302 Found

Found

The document has moved here.