ນະຄອນໂຮ່ຈີມິນວາງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 3,5 ລ້ານເທື່ອຄົນໃນປີ 2022

13:00 | 26/01/2022

ຍສໝ - ທີ່ກອງປະຊຸມສະຫຼຸບຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ປີ 2021 ທີ່ດຳເນີນໃນວັນທີ 24 ມັງກອນ, ທາງນະຄອນໄດ້ວາງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 3,5 ລ້ານເທື່ອຄົນ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
undefined
ພາບປະກອບ

ສຳລັບນັກທ່ອງທ່ຽວຢູ່ພາຍໃນປະເທດ, ທາງນະຄອນໄດ້ວາງ 2 ແຜນການຄື: ຖ້າຫາກສະພາບໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດໄດ້ຮັບການຄວບຄຸມເປັນຢ່າງດີ ຈະຕ້ອນຮັບນັກທ່ອງທ່ຽວປະມານ 25 ລ້ານເທື່ອຄົນ, ຄາດວ່າລາຍຮັບຈະບັນລຸ 97,7 ຕື້ດົ່ງ. ສ່ວນແຜນການທີ 2 ຖ້າສະພາບໂລກລະບາດຍັງມີການຜັນແປຢ່າງສັບສົນ ທາງນະຄອນຈະມານະພະຍາມຍາມຕ້ອນຮັບນັກທ່ອງທ່ຽວພາຍໃນປະເທດປະມານ 18 ລ້ານເທື່ອຄົນ ແລະ ຄາດວ່າລາຍຮັບຈະບັນລຸ 67,7 ຕື້ດົ່ງ.

ທ່ານນາງ ຫວຽນທິແອັງຮວາ, ຫົວໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ: ປະຈຸບັນພວກຂ້າພະເຈົ້າພວມຢູ່ໃນໄລຍະທີ 3 ຂອງແຜນການຟື້ນຟູການທ່ອງທ່ຽວນະຄອນ ໂຮ່ຈີມິນ. ນີ້ແມ່ນພື້ນຖານຢ່າງແໜ້ນແຟ້ນ ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ໃນໄລຍະຟື້ນຟູຕໍ່ໄປໃນປີ 2022. ພວກຂ້າພະເຈົ້າຫວັງວ່າ ປີ 2022 ຈະສືບຕໍ່ໄດ້ຮັບການຮ່ວມເດີນທາງ, ຮ່ວມມືກັບບັນດາຝ່າຍ, ໂດຍສະເພາະແມ່ນບັນດາວິສາຫະກິດ ເພື່ອໃຫ້ຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ຟື້ນຟູແບບຍືນຍົງ.

ໄຊພອນ

ເຫດການ
302 Found

Found

The document has moved here.