ຍສໝ - ກ່າວຄຳເຫັນກ່ຽວກັບສະພາບການຢູ່ຊີຣີ, ທ່ານ ເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ອຸປະທູດຊົ່ວຄາວ ຂອງ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງເລື່ອງຕ້ອງເພີ່ມທະວີການໂອ້ລົມສົນທະນາ ແລະ ຊຸກຍູ້ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງບັນດາຝ່າຍ ທີ່ກ່ຽວຂ້ອງ ດ້ວຍການໜູນຊ່ວຍ ແລະ ປະກອບສ່ວນຢ່າງສ້າງສັນຂອງ ສະຫະປະຊາຊາດ ແລະ ສາກົນ
ຍສໝ - ປະຊາຊົນສອງປະເທດ ແມ່ນປັດໄຈຢ່າງໝັ້ນແກ່ນຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ, ໝັ້ນແກ່ນ ແລະ ສາຍພົວພັນມິດແບບພິເສດລະຫວ່າງ ຫວຽດນາມ - ລັດເຊຍ
ຍສໝ - ວັນທີ 28 ກັນຍາ, ສະຖານທູດຫວຽດນາມປະຈຳລາຊະອານາຈັກອັງກິດໄດ້ສົມທົບກັບອຳນາດການປົກຄອງເທດສະບານ Newhaven (ເມືອງ Lewes, ເຂດ Sussex, ທາງພາກໃຕ້ ປະເທດອັງກິດ ) ໄດ້ຈັດຕັ້ງເຫດການ “ພົບປະກັບຫວຽດນາມຢູ່ Newhaven”
ຍສໝ - ຄະນະເລຂາສະມາຄົມນັກສຶກສາ ແຂວງບິ່ງເຢືອງ ຫາກໍ່ສົມທົບກັບມະຫາວິທະຍາໄລ ທູເຢົາໂໝດ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງບິ່ງເຢືອງ ຈັດລາຍການຮ່ວມສາຍແມ່ນ້ຳຂອງ 2023 ແຂວງບິ່ງເຢືອງ ຄັ້ງທີ 11 ປີ 2023.
ຍສໝ - ໃນໄລຍະຈະມາເຖິງ, ຄະນະຜູ້ແທນຊາວໜຸ່ມ 4 ແຂວງ ກວ໋າງຈິ, ສະຫວັນນະເຂດ, ສາລະວັນ, ເຊກອງ ໄດ້ໄປທັດສະນະສຶກສາບັນດາຮູບແບບການຜະລິດດຳເນີນທຸລະກິດດີເດັ່ນ, ບັນດາທັດສະນີຍະພາບທີ່ມີຊື່ສຽງຢູ່ແຂວງ ກວ໋າງຈິ; ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນປະສົບການວຽກງານຊາວໜຸ່ມ ແລະ ຂະບວນການອະນຸຊົນເຍົາວະຊົນ, ເປັນເອກະພາບແຜນການຮ່ວມມືໃນໄລຍະຈະມາເຖິງ.
ຍສໝ - ທີ່ພິທີມອບຫຼຽນໄຊມິດຕະພາບ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ Daniel Kritenbrink ທີ່ໄດ້ປະຕິບັດສຳເລັດອາຍຸການຢູ່ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ ໄດ້ຕີລາຄາສູງການສົມທົບຂອງສະຖານທູດ ອາເມລິກາ.
ນະຄອນໂຮ່ຈີມິນ ແລະ ແຂວງຈຳປາສັກ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການລະຫວ່າງບັນດາພະແນກ, ຂະແໜງການ.
ຍສໝ - ໃນຕະຫຼອດ 6 ປີຜ່ານມາ, ໃບຢັ້ງຢືນຫຼຽນກາທີ່ລະນຶກທະຫານອາສາສະໝັກຫວຽດນາມ ຊ່ວຍການປະຕິວັດລາວ ຍາມໃດຂ້າພະເຈົ້າກໍ່ໄດ້ແຂວນໄວ້ຢູ່ບ່ອນສະຫງ່າໃນຫ້ອງຮັບແຂກຂອງຄອບຄົວ. ແຕ່ລະເທື່ອເມື່ອເບິ່ງຄືນຂອງທີ່ລະນຶກນີ້, ຂ້າພະເຈົ້າຍິ່ງມີຄວາມຮັບຮູ້ ແລະ ເຄົາລົບຕໍ່ຄຸນຄ່າຂອງນ້ຳໃຈມິດຕະພາບ ລະຫວ່າງປະຊາຊົນສອງປະເທດ ລາວ - ຫວຽດນາມ ໃນໄລຍະຕໍ່ສູ້ຕ້ານສັດຕູກໍ່ຄືໃນຍຸກສະໄໝແຫ່ງສັນຕິພາບຫຼາຍກວ່າອີກ.
ຍສໝ - ມາຮອດປະຈຸບັນ, 5 ກໍາມະການຂະແໜງການສູນກາງ, 2 ຫົວໜ່ວຍຂຶ້ນກັບສະຫະພັນໃຫຍ່ ແລະ 15 ສະຫະພັນແຮງງານຂັ້ນ ແຂວງ ແລະນະຄອນ ຂຶ້ນກັບ ສູນກາງຫວຽດນາມ ໄດ້ມີການພົວພັນຮ່ວມມືກັບກໍາມະບານຂັ້ນທຽບເທົ່າ ຂອງລາວ, ໃນນັ້ນບັນດາແຂວງຊາຍແດນລ້ວນແຕ່ໄດ້ສ້າງຕັ້ງການພົວພັນແລ້ວ ...”.
ຍສໝ - ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກຢູ່ກອງປະຊຸມເຮັດວຽກລະຫວ່າງຄະນະຜູ້ແທນແຂວງ ບິ່ງເຢືອງ ແລະ ແຂວງຈຳປາສັກ ເນື່ອງໃນການໄປປະຕິບັດງານຢູ່ ລາວ ໃນວັນທີ 6 ທັນວາ.
ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ນະຄອນຮະລອງ, ແຂວງກ໋ວາງນິງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 3 ຂອງສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC, ເອີ້ນຫຍໍ້ ABAC, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 150 ທ່ານໂດຍຕາງໜ້າ 17 ພື້ນຖານເສດຖະກິດສະມາຊິກ APEC.
ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງສາມັກຄີກັນ,ສຸມໃສ່ມານະພະຍາຍາມໃຫ້ແກ່ບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍ, ໂລກລະລາດໂຄວິດ - 19, ໂລກລະບາດ, ໄພທຳມະຊາດ ແລະ ບັນດາຄວາມຫຍຸ້ງຍາກ ກ່ຽວກັບເສດຖະກິດ ສັງຄົມ ກໍ່ຄືບັນດາຄວາມສ່ຽງຕ່າງໆຕໍ່ສັນຕິພາບ ແລະ ການພັດທະນາແບບຍືນຍົງ.
ຍສໝ - ນັບແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນໄປ, ຈີນຈະນຳໃຊ້ຄຳສັ່ງເລກທີ 248, 249 ກ່ຽວກັບການຈົດທະບຽນວິສາຫະກິດທີ່ນຳເຂົ້າສະບຽງອາຫານເຂົ້າຈີນຢ່າງເປັນທາງການ, ວິສາຫະກິດສົ່ງອອກຕ້ອງໃສ່ໃຈ 11 ຈຸດ ເພື່ອຫຼີກລ້ຽງສະຖານະການສິນຄ້າຖືກສົ່ງກັບຄືນ.
ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 7 ປີ 2022 ຫາກໍ່ດຳເນີນຢູ່ເມືອງ ກ໋ວາງຮວາ, ແຂວງກາວບັ່ງ (ຫວຽດນາມ) ແລະ ເມືອງ ລອງເຊົາ, ແຂວງ ກ໋ວາງຊີ (ຈີນ). ການເຄື່ອນໄຫວນີ້ສະແດງໃຫ້ເຫັນຄວາມຮັບຮູ້ລວມທີ່ສຳຄັນ ລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດ ຕັດສິນໃຈປັບປຸງນ້ຳໃຈສາມັກຄີມິດຕະພາບ ລະຫວ່າງ ຈີນ - ຫວຽດນາມ ໃຫ້ຫຼາຍກ່ວາອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືຢ່າງແທດຈິງ, ພ້ອມກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມີສະຖຽນລະພາບ.
ຍສໝ - ຕາມ ສຳນັກຂ່າວສານ ຫວຽດນາມ ແລ້ວ, ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ທົບທວນຄືນຂັ້ນຕອນການຮ່ວມມືໃນຊຸມປີຜ່ານມາ. ວັນທີ 5 ເມສາ 1996, ການພົວພັນທາງການທູດໃນລະດັບເອກອັກຄະລັດຖະທູດລະຫວ່າງສອງປະເທດໄດ້ຮັບການສ້າງຕັ້ງ, ມາຮອດປະຈຸບັນນີ້ແມ່ນ 25 ປີ.
ຍສໝ - ສປ. ຈີນ ໄດ້ຢຸດຕິຊົ່ວຄາວການແກ້ໄຂສິນຄ້າຜ່ານແດນຄືນອີກໃນຄູ່ສອງດ່ານຜ່ານແດນມິດຕະພາບ (ກວາງຊີ) ແລະ ດ່ານມິດຕະພາບສາກົນ (ຫວຽດນາມ) ພາບຫຼັງພົບວ່າຄົນຂັບລົດປະຈຳດ່ານຕິດເຊື້ອພະຍາດໂຄວີດ-19.
ຍສໝ - ນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ຈະນັບມື້ນັບໄດ້ຮັບການປັບປຸງ, ໃກ້ຊິດສະໜິດແໜ້ນ ແລະ ໝັ້ນແກ່ນກ່ວາອີກ. ປະຊາຊົນ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານອັນຍິ່ງໃຫຍ່ກ່ວາອີກໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຕີລາຄາສູງ ບັນດາຄວາມຄືບໜ້າຢ່າງຕັ້ງໜ້າ ກ່ຽວກັບການເມືອງ - ຄວາມໝັ້ນຄົງ ຢູ່ ປະເທດຊູດັງໃຕ້ ໃນໄລຍະທີ່ຜ່ານມາ, ໃນນັ້ນ UNMISS ໄດ້ສວມບົດບາດສຳຄັນໃນການຊຸກຍູ້ບັນດາຄວາມຄືບໜ້າດັ່ງກ່າວ.
ຍສໝ - ຕອນເຊົ້າຂອງວັນທີ 11 ມັງກອນ (ເວລາທີ່ຫວຽດນາມ), ທ່ານ ນາງ Mary Ng - ລັດຖະມົນຕີຮັບຜິດຊອບການຄ້າສາກົນ, ສົ່ງເສີມການສົ່ງອອກ, ວິສາຫະກິດຂະໜາດນ້ອຍ ແລະ ພັດທະນາເສດຖະກິດ ຂອງການາດາ ແລະ ທ່ານ ຫງວຽນຮົ່ງຢ໊ຽນ ລັດຖະມົນຕີກະຊວງອຸດສະຫະກຳການຄ້າຫວຽດນາມ ໄດ້ຮ່ວມກັນເປັນສັກຂີພະຍານໃນພິທີເຊັນບົດບັນທຶກຊ່ວຍຈຳ (MOU) ໃນຮູບແບບທາງໄກອອນໄລ໌ ແລະ ການສ້າງຕັ້ງຄະນະກຳມະການຮ່ວມດ້ານເສດຖະກິດ (JEC) ລະຫວ່າງ ຫວຽດນາມ ກັບ ການາດາ.
ຍສໝ - ທ່ານຫງວຽນແທ່ງຟອງໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນ ແລະເຊື້ອເຊີນບັນດາວິສາຫະກິດເອີຣົບມາລົງທຶນຢູ່ນະຄອນ, ພິເສດແມ່ນໃນບັນດາຂົງເຂດທີ່ເປັນທ່າແຮງຂອງເອີຣົບ ແລະ ນະຄອນໂຮ່ຈີມິນ ສຸມໃສ່ການພັດທະນາ.