ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ຮັບຫຼຽນ​ໄຊ​ມິດ​ຕະ​ພາບ ຂອງ ປະ​ທານ​ປະ​ເທດ ຫວຽດ​ນາມ

17:34 | 17/04/2021

ຍ​ສໝ - ​ທີ່​ພິ​ທີ​ມອບຫຼຽນ​ໄຊ​ມິດ​ຕະ​ພາບ, ທ່ານ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ ໄດ້​ອວຍ​ພອນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ທີ່​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ອາ​ຍຸ​ການ​ຢູ່ ຫວຽດ​ນາມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ ໄດ້ຕີ​ລາ​ຄາ​ສູງ​ການ​ສົມ​ທົບ​ຂອງ​ສະ​ຖານ​ທູດ ອາ​ເມ​ລິ​ກາ.

ທ່ານ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ Daniel Kritenbrink  ແມ່ນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຂອງ​ປະ​ຊາ​ຊົນ ທ່ານ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ Daniel Kritenbrink ແມ່ນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຂອງ​ປະ​ຊາ​ຊົນ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ
ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ຮັບຫຼຽນ​ໄຊ​ມິດ​ຕະ​ພາບ ຂອງ ປະ​ທານ​ປະ​ເທດ ຫວຽດ​ນາມ
ທ່ານ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ ມອບຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ແກ່ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink

ວັ​ນ​ທີ 16 ເມ​ສາ 2021, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບຫຼຽນ​ໄຊ​ມິດ​ຕະ​ພາບ​ຂອງ​ທ່ານ​ປະ​ທານປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໃຫ້​ແກ່​ທ່ານ Daniel Kritenbrink ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອາ​ເມ​ລິ​ກາ ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ຢູ່ ຫວຽດນາມ.

​ທີ່​ພິ​ທີ​ມອບຫຼຽນ​ໄຊ​ມິດ​ຕະ​ພາບ, ທ່ານ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ ໄດ້​ອວຍ​ພອນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ທີ່​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ອາ​ຍຸ​ການ​ຢູ່ ຫວຽດ​ນາມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ ໄດ້ຕີ​ລາ​ຄາ​ສູງ​ການ​ສົມ​ທົບ​ຂອງ​ສະ​ຖານ​ທູດ ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ຊຶ່ງ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້, ນຳ​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ​ສືບ​ຕໍ່​​ພັດ​ທະ​ນາ​ຢ່າງ​ມີປະ​ສິດ​ທິ​ຜົນ, ຍືນ​ຍົງ ແລະ ເຂົ້າ​ສູ່​ລວງ​ເລິກ​ບົນ​ພື້ນ​ຖານ​ເຄົາ​ລົບ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ລະ​ບົບ​ການ​ເມືອງ​ຂອງ​ກັນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ຮັບຫຼຽນ​ໄຊ​ມິດ​ຕະ​ພາບ ຂອງ ປະ​ທານ​ປະ​ເທດ ຫວຽດ​ນາມ
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ ໄດ້​ຢັ້​ງ​ຢືນ​ວ່າ, ແຜນ​ນະ​ໂຍ​ບາ​ຍ​ຂອງ ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ່​ຖື ອ​າ​ເມ​ລິ​ກາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖ​ວ​ໜ້າ, ມີ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອ​ບ​ດ້ານ​ກັບ ອາ​ເມ​ລິ​ກາ ເລິກ​ເຊິ່ງ​ກ່​ວາ​ອີກ​ໃນ​ທັງ 3 ​ແບບ ​ສອງ​ຝ່າຍ, ພາກ​ພື້ນ ແລະ ສາ​ກົນ, ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເມດ​ພັດ​ທະ​ນາ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ​ກ່​ວາອ​ີກ.

ສ່ວນ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ ແລະ ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ເປັນ​ຜູ້​ຕາງ​ໜ້າ​ຂອງ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ກໍ່​ຄ​ື​ປະ​ກອບ​ສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ອາ​ສ​ເມ​ລິ​ກາ ຢ່າງ​ແຮງ, ຢັ້ງ​ຢືນ​ນ້ຳ​ໃຈ​ອັນ​ດີ​ງາມ​ຊຶ່ງ​ທ່ານ​ສະ​ຫງວນ​ໃຫ້​ແກ່​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ.

​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ​ກໍ່​ສ​ະ​ແດງ​ຄວາມ​ປະ​ເອີບ​ໃຈ​ຕໍ່​ອະ​ນາ​ຄົດ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ທ່ານ​ກໍ່​ຢັ້ງ​ຢືນ​ວ່າ ເຖິງວ່າ​ໃນ​ຖາ​ນະ​ຕຳ​ແໜ່ງ​ໃດ ທ່ານ​ກໍ່​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ​ຂ​ອງ​ຕົນ ເພື່ອ​ເພີ່ມ​ພຸນ​ຄຸນ​ສ້າງ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ໃຫ້​ນັບ​ມື້​ນັ​ບ​ພັດ​ທ​ະ​ນາ, ປະ​ກອບ​ສວ່​ນ​ຢ່າງ​ແທດ​ຈິງ​ເຂົ້າ​ພື້ນ​ຖານ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື, ວັດ​ທະ​ຖາ​ວອນ​ຂອງ​ພາກ​ພື້ນ ມະ​ຫາ​ສະ​ມຸດ ອິນ​ເດຍ - ປາ​ຊີ​ຟິກ ແລະ ໃນ​ໂລກ.

ທ່ານ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ Daniel Kritenbrink  ແມ່ນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຂອງ​ປະ​ຊາ​ຊົນ ທ່ານ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ Daniel Kritenbrink ແມ່ນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຂອງ​ປະ​ຊາ​ຊົນ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ຫງວຽ​ນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ Daniel Kritenbrink ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ ແລະ ປ​ະ​ຊາ​ຊົນ ຫວຽດ​ນາມ ໃນ​ໄລ​ຍະ 3,5 ປີ​​ທີ່ ທ່ານ ແລະ ຄອບ​ຄົວ​ຢູ່ ຫວຽດ​ນາມ. ທ່ານ​ຮູ້​ສຶກ​ພໍ​ໃຈ​ຕໍ່​ວຽກ​ງານ​ໃນ​ອາ​ຍຸ​ການ​ຂອງ​ຕົນ, ແລະ ຮູ້​ສຶກ​ປະ​ທັບ​ໃຈ​ຕໍ່​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ແລະ ຄວາມ​ເມັດ​ຕາ​ປາ​ນີ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ຫວຽດ​ນາມ.

ຫວຽດນາມ-ອາເມລິກາ ມຸ່ງໄປເຖິງການພັດທະນາດ້ານການຄ້າແບບຍືນຍົງ ຫວຽດນາມ-ອາເມລິກາ ມຸ່ງໄປເຖິງການພັດທະນາດ້ານການຄ້າແບບຍືນຍົງ

2 ຝ່າຍລ້ວນແຕ່ເຫັນດີເປັນເອກະພາບຢືນຢັນວ່າ, ພາຍຫຼັງໄລຍະ 25 ປີແຫ່ງການຫັນການພົວພັນເປັນປົກກະຕິ, ດ້ວຍຄວາມມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງບັນດາການນຳ 2 ປະເທດເວົ້າລວມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.