ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

08:46 | 20/06/2024

ຍສໝ - ປະຊາຊົນ​ສອງ​ປະ​ເທດ​ ແມ່ນ​ປັດ​ໄຈ​​ຢ່າງໝັ້ນແກ່ນຂອງ​ສາຍ​ພົວພັນ​ມິດຕະພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ, ໝັ້ນແກ່ນ ​ແລະ ສາຍ​ພົວພັນ​ມິດແບບ​ພິ​ເສດລະຫວ່າງ ຫວຽດນາມ ​- ລັດ​ເຊຍ

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

ຕາມແຈ້ງການຂອງກະຊ່ວງການຕ່າງປະເທດ, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ເດີນທາງມາ​ຢ້ຽມຢາມ​ທາງ​ລັດໄປຍັງ ຫວຽດນາມ ໃນ​ວັນ​ທີ 19 ​ແລະ 20 ມິຖຸນາ​ນີ້. ການ​ຢ້ຽມ​ຢາມ ​ໄດ້​ດຳ​ເນີນ​ໄປ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ.

ໂດຍແບ່ງປັນ​ກັບສື່ມວນຊົນກ່ຽວ​ກັບ​ການ​ຢ້ຽມຢາມ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ຟານ​ແອງ​ເຊີນ ​ກ່າວ​ວ່າ ການ​ພົວພັນ ຫວຽດນາມ - ລັດ​ເຊຍ ໄດ້ສືບ​ທອດ​ຈາກສາຍ​ພົວພັນ​ມິດຕະພາບ ຫວຽດນາມ - ​ໂຊ​ວຽດ ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1950. ​ໃນ​ເວລາ​ນັ້ນ, ສະຫະພາບ​ໂຊ​ວຽດ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ຮັບ​ຮູ້ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ ຫວຽດນາມ ຢ່າງ​ເປັນ​ທາງ​ການ.

​ໃນ​ປີ 2024, ສອງປະ​ເທດ​ສະ​ເຫຼີ​ມສະຫຼອງ 74 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1950 – 2024) ​ແລະ 30 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ກ່ຽວກັບບັນດາຫຼັກການພື້ນຖານໃນການພົວພັນມິດຕະພາບ​ຫວຽດນາມ - ລັດ​ເຊຍ (1994 – 2024), 12 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ (2012 - 2024).

ຕາມ​ທ່ານ ຟານ​ແອງ​ເຊີນ ​ແລ້ວ, 70 ປີຜ່ານມາ, 2 ປະ​ເທດ​ບັນລຸ​ໄດ້​ບັນດາ​ໝາກຜົນຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ຈາກດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ, ການປ້ອງ​ກັນຊາດ, ປ້ອງກັນຄວາມສະຫງົບ​, ເສດຖະກິດ, ການ​ຄ້າ, ການ​ລົງທຶນຕະຫຼອດຮອດວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ການ​ສຶກ​ສາ ​ແລະ ພິເສດແມ່ນການ​ທູດ​​ປະ​ຊາ​ຊົນ​.

ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ແມ່ນ​ຈຸດ​ທີ່​ສະຫວ່າງ ເພື່ອ​ຊ່ວຍຕິດພັນການ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ລັດ​ເຊຍ. (ພາບ: VUFO)

ພື້ນຖານຢ່າງໝັ້ນແກ່ນໃຫ້​ແກ່​ການ​ພົວພັນ ​ຫວຽດນາມ - ລັດ​ເຊຍ

ຕາມ​ທ່ານ ຟານ​ແອງ​ເຊີນ ​ແລ້ວ, ການ​ພົວພັນ ​ຫວຽດນາມ - ລັດ​ເຊຍ ​ໄດ້​ຮັບ​ການທົດສອບໃນ​ໄລຍະ​ຜ່ານ​ມາ ​ແລະ ​ໄດ້​ຮັບ​ການເພີ່ມພູນຄູນສ້າງ, ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ຈາກບັນດາລຸ້ນຄົນ, ປະຊາຊົນທຸກຊັ້ນ ​ແລະ ໄດ້ສະແດງຢ່າງຈະແຈ້ງ ໂດຍຜ່ານການມີຄະນະຜູ້ແທນຂັ້ນສູງຂອງສອງປະເທດຫຼາຍແຫ່ງມາຢ້ຽມ​ຢາມ​ເຊິ່ງ​ກັນ ແລະ ​ກັນໃນ 5 ປີທີ່ຜ່ານມາ. ນີ້​ແມ່ນ​ຫຼັກຖານພະຍານ​ທີ່​ຈະ​ແຈ້ງ​ທີ່​ສຸດ​ກ່ຽວກັບການພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ ຟານ​ແອງ​ເຊີນ ຍັງ​ເນັ້ນ​ໜັກ​ວ່າ ການ​ທູດ​ປະຊາຊົນ​ ​ແມ່ນ​ໜຶ່ງ​ໃນ 3 ເສົາຄ້ຳ​ຂອງ​ພື້ນຖານການ​ທູດ ​ຫວຽດນາມ. ປະຊາຊົນ​ສອງ​ປະ​ເທດ​ແມ່ນ​ປັດ​ໄຈ​ທີ່​ໝັ້ນແກ່ນຂອງ​ສາຍ​ພົວພັນ​ມິດຕະພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ, ມີຄວາມໝັ້ນແກ່ນ ​ແລະ ສາຍ​ພົວພັນ​ມິດແບບ​ພິ​ເສດລະຫວ່າງ ຫວຽດນາມ ​- ລັດ​ເຊຍ.

ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ
ທ່ານປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ຟານແອງເຊີນ.

​ໃນ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ຫວຽດນາມ ​ແລະ ລັດ​ເຊຍ ​ໄດ້​ສົມທົບ​ກັນ​ ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະເຫຼີມສະຫຼອງເນື່ອງໃນໂອກາດ​ວັນ​ຊາດ ​ແລະ ວັນ​ສະ​ເຫຼີ​ມສະຫຼອງຕ່າງໆຂອງ 2 ປະ​ເທດ, ການສຳມະນາ, ພິມ​ຈຳໜ່າຍ​ປື້ມ ​ແລະ ​ແປ​ປື້ມ, ແລກປ່ຽນ​ຄະນະ​ຜູ້​ແທນ...

ປະຈຸ​ບັນ, ມີ​ປະມານ 20 ຄູ່​ສາຍ​ພົວພັນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ພິ​ເສດ​ແມ່ນ​ລະຫວ່າງ ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ, ຫາຍ​ຟ່ອງ, ​ເທື່ອ​ທຽນ​ເຫ້ວ, ນິງບິ່ງ ​ແລະ Moskva, Saint-Petersburg…

ບັນດາ​ອົງການ​ຂຶ້ນກັບສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ກໍ່​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ​ລັດ​ເຊຍ, ພິ​ເສດ​ແມ່ນ​ສະມາຄົມ​ມິດຕະພາບ ຫວຽດນາມ - ລັດ​ເຊຍ ​ໄດ້​ແນະນຳ​ໃຫ້​ຄະນະ​ຜູ້​ແທນ​ຂອງທ້ອງ​ຖິ່ນ ຫວຽດນາມ ​ມາ​ເຮັດ​ວຽກ, ຊອກຫາ, ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ ລັດ​ເຊຍ.

ກ່ຽວ​ກັບ​ການ​ສຶກ​ສາ, ຢູ່​ຮ່າ​ໂນ້ຍ ມີ​ສູນ​ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ລັດ​ເຊຍ, ເຊິ່ງ​ແຕ່ລະ​ປີສະໜອງທຶນ​ການສຶກ​ສາປະ​ມານ 1.000 ພູດໃຫ້ ຫວຽດ​ນາມ. ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ໄດ້ລົງນາມກັບມະຫາວິທະຍາໄລສ້າງຄູແຫ່ງຊາດ Herzen ເພື່ອຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ເຜີຍແຜ່ ແລະ ໂຄສະນາວັດທະນະທໍາ, ພາສາລັດເຊຍ ຢູ່ ຫວຽດນາມ ແລະ ພາສາຫວຽດນາມ, ວັດທະນະທໍາຫວຽດນາມ ຢູ່ ລັດເຊຍ.

“ພວກ​ຂ້າພະ​ເຈົ້າ​ກຳນົດວ່າ ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ສະຫະພັນ​ລັດ​ເຊຍ, ດ້ວຍ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ຜູ້​ເຮັດ​ວຽກ​ງານ​ການ​ທູດປະຊາຊົນ, ນອກຈາກ​ການສືບ​ຕໍ່ປັບປຸງການ​ພົວພັນນັ້ນ ແມ່ນຍັງເຮັດໃຫ້ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມືອື່ນໆ​ຂອງ​ລັດ​ເຊຍເລິກເຊິ່ງ, ເປີດກ້ວາງກ່ວາອີກ”, ທ່ານ ຟານແອງເຊີນ ​ເນັ້ນ​ໜັກ​.

ທ່ານ​ໃຫ້ຮູ້ວ່າ ເປັນ​ຄັ້ງ​ທຳ​ອິດທີ່ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ພ້ອມກັນກັບບັນດາ​ຄູ່​ຮ່ວມ​ມື​ລັດ​ເຊຍ ຈະ​ຈັດ​ຕັ້ງ​ເວທີ​ປາ​ໄສ​ປະຊາຊົນ​ ຫວຽດນາມ - ສະຫະພັນ​ລັດ​ເຊຍ ຄັ້ງ​ທຳ​ອິດ​ໃນ​ປີ 2025 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງສອງປະ​ເທດ. ຫຼັງ​ຈາກ​ນັ້ນ, ​ເວທີ​ປາ​ໄສ​ຈະ​ຈັດ​ຂຶ້ນ​ປະຈຳ​ປີ​ຢູ່​ຫວຽດນາມ ຫຼື ລັດ​ເຊຍ.

“ຮັກສາ” ໃຫ້​ແກ່​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ

ທວນຄືນ​ບັນດາຂີດໝາຍ​ໃນ​ການ​ພົວພັນ​ປະຊາຊົນລະຫວ່າງ 2 ປະ​ເທດ, ທ່ານ ຫງວຽນ​ດັງ​ຟາດ, ຮອງ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ສະຫະພັນ​ລັດ​ເຊຍ ຢືນຢັນ​ວ່າ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຮູ້​ບຸນ​ຄຸນ, “ເຕັມໄປດ້ວຍມິດຈິດມິດໃຈ, ຮັກແພງກັນ” ກັບການ​ຊ່ວຍ​ເຫຼືອ​ຂອງ​ປະຊາຊົນ ໂຊວຽດ ໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ ແລະ ການສ້າງສາ, ປົກປັກຮັກສາປະເທດຊາດ.

ອະດີດ​ສະຫະພາບ​ໂຊ​ວຽດ ​ແລະ ລັດ​ເຊຍ ​ໃນ​ປະຈຸ​ບັນ, ​ໄດ້​ຝຶກ​ອົບ​ຮົມ​ໃຫ້​ຫວຽດນາມ ໃນຫຼັກສູດ​ລະດັບປະລິນຍາຕີ ແລະ ຫຼັງມະຫາ ປະມານ 40.000 ຄົນ, ຜູ້ແຮງງານຊຳນານງານໃນຫຼາຍຂົງເຂດ ປະມານ 100.000 ຄົນ. ພວກເຂົາກໍແມ່ນເຊືອກຜູກຄວາມຮັກແພງລະ​ຫວ່າງ​ ຫວຽດ​ນາມ ແລະ ລັດ​ເຊຍ.

ສືບຕໍ່ບັນດາຄວາມຮັກແພງນັ້ນ, VUFO, ສະມາຄົມ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ (ຢູ່​ຫວຽດນາມ), ສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ (ຢູ່​ສະຫະພັນ​ລັດ​ເຊຍ), ພ້ອມກັນກັບຫຼາຍ​ອົງການ, ອົງການຈັດຕັ້ງ, ​ແຂວງ​, ນະຄອນລະຫວ່າງ 2 ຝ່າຍກໍ່​ໄດ້​ມີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ.

ຕາມທ່ານ ຟ໋າດ, ແລ້ວ, ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ບໍ່ພຽງແຕ່ແມ່ນບ່ອນເຊື່ອມຕໍ່ປະຊາຊົນດ້ວຍຄວາມຮັກແພງອັນເລິກເຊິ່ງຕໍ່ອະດີດສະຫະພາບ ໂຊວຽດ ແລະ ລັດເຊຍ ປະຈຸບັນເທົ່ານັ້ນ, ຫາກຍັງປາດຖະໜາຢາກຕິດພັນ, ຖ່າຍທອດອາລົມຈິດອັນລ້ຳຄ່ານັ້ນໃຫ້ແກ່ຄົນລຸ້ນໜຸ່ມ ໂດຍຜ່ານຫຼາຍການເຄື່ອນໄຫວຢ່າງແທດຈິງ.

ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ພິທີ​ມອບ​ລາງວັນ​ຂອງການແຂ່ງຂັນ “ນ້ອງແຕ້ມ​ຫວຽດນາມ - ນ້ອງ​ແຕ້ມ​ລັດ​ເຊຍ” ຄັ້ງ​ທີ 7 ໃນວັນ​ທີ 26 ທັນວາ, ຢູ່​ຮ່າ​ໂນ້ຍ.

ຈຸດ​ພົ້ນ​ເດັ່ນ​ແມ່ນ​ການແຂ່ງຂັນ​ແຕ້ມ​ຮູບ​ສຳລັບເດັກ​ນ້ອຍ​ສາ​ກົນ​ປະ​ຈຳ​ປີ “ນ້ອງແຕ້ມ​ຫວຽດນາມ - ນ້ອງ​ແຕ້ມ​ລັດ​ເຊຍ” ໄດ້ສ້າງ​ສະໜາມ​ຫຼິ້ນ​ໃຫ້​ເດັກ​ນ້ອຍ​ທັງ​ສອງ​ປະ​ເທດ ເພື່ອ​ແລກ​ປ່ຽນ, ຊອກຮູ້ກ່ຽວ​ກັບ​ປະ​ເທດຊາດ ​ແລະ ​ປະ​ຊາ​ຊົນ​ເຊິ່ງ​ກັນ ​ແລະ​ ກັນ. ປີ 2023 ​ໄດ້​ບັນທຶກລະດັບສະຖິຕິ​ຜົນງານ​ຂອງ​ເດັກນ້ອຍ 17.000 ​ແຜ່ນ​ຢູ່​ເກືອບ​ທຸກ​ແຂວງ, ນະຄອນ​ຂອງ​ ຫວຽດນາມ, ​ດ້ວຍຜົນງານ 50 ກວ່າແຜ່ນ​ທີ່​ໄດ້​ຮັບ​ລາງວັນຢູ່ໃນບັນດາເກນອາຍຸທີ່ແຕກຕ່າງກັນ.

ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ຄະນະກຳມະການໃຫ້ຄະແນນຜົນງານທີ່ສົ່ງເຂົ້າມາແຂ່ງຂັນ. ພາບ: ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ

ທ່ານ​ ຟາດ ໃຫ້ຮູ້ວ່າ ໃນການວາງແຜນການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ​ ລັດ​ເຊຍ Vladimir Putin ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວຂ້ອງ​ເຖິງ​ການ​ທູດ​ປະຊາຊົນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ຫຼາຍ​ຄົນ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າຝ່າຍ ລັດ​ເຊຍ ​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ.

ການ​ຢ້ຽມ​ຢາມ New Delhi ເພື່ອຊຸກ​ຍູ້​ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ ຫວຽດ​ນາມ - ອິນ​ເດຍ ການ​ຢ້ຽມ​ຢາມ New Delhi ເພື່ອຊຸກ​ຍູ້​ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ ຫວຽດ​ນາມ - ອິນ​ເດຍ

ຍສໝ - ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ອິນ​ເດຍ ນະ​ຄອນ ໂຮ່​ຈີ​ມິນ ໂດຍ​ທ່ານ ຮວິ່ງແທ່ງເລິບ, ປະ​ທານ​ສະ​ມາ​ຄົມເປັນຫົວໜ້າຄະນະ ຫາກໍມີການໄປ​ຢ້ຽມ​ຢາມ ແລະ ເຮັດວຽກຢູ່ນະ​ຄອນຫຼວງ New Delhi, ສາທາລະນະລັດ ອິນ​ເດຍ ຕາມຄຳ​ເຊີນຂອງກົງສຸນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ.

ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ​ສາທາລະນະລັດເຊັກໂກ ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ​ສາທາລະນະລັດເຊັກໂກ

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ເຢື່ອງຫາຍນາມ ໃຫ້​ຮູ້​ວ່າ ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ Moravoslezsky ​ໄດ້​ມີ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການປັບປຸງ​ ແລະ ​ເພີ່ມ​ທະວີ​ທີ່​ຕັ້ງ​ຂອງ​ຊາວ ຫວຽດນາມ ຢູ່ ສ.​ເຊັກ​ໂກ.

ມິງດຶກ

ເຫດການ
302 Found

Found

The document has moved here.