ເສີມຂະຫຍາຍມູນເຊື້ອ “ໜ້າທີ່ໃດກໍ່ສຳເລັດ, ຄວາມຫຍຸ້ງຍາກໃດກໍ່ຜ່ານຜ່າ” ຂອງກອງທັບປະຊາຊົນຫວຽດນາມ, ບັນດາແພດໝໍໃສ່ໝວກເບເລສີຟ້າຫວຽດນາມ ເຂົ້າຮ່ວມພາລະກຳຮັກສາສັນຕິພາບສະຫະປະຊາຊາດ ບໍ່ພຽງແຕ່ປະກອບສ່ວນຢັ້ງຢືນຄຸນນະທາດ, ສະຕິປັນຍາຂອງທະຫານລຸງໂຮ່ເທົ່ານັ້ນ ຫາກຍັງແນະນຳຄຸນຄ່າຂອງຄຸນທາດອັນສູງສົ່ງທະຫານລຸງໂຮ່ ໃຫ້ໂລກໄດ້ຮັບຮູ້ອີກດ້ວຍ...
ຢູ່ເສັ້ນຊາຍແດນເມືອງອາເລື໊ອຍ, ແຂວງເທື່ອທຽນເຫວ້, ບັນດາ “ແພດທະຫານຊາຍແດນ” ໄດ້ກາຍເປັນບ່ອນອີງຂອງປະຊາຊົນບັນດາເຜົ່າເມື່ອເຈັບປ່ວຍ.
ຕອນເຊົ້າວັນທີ 3 ມິຖຸນາ, ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນລາວ ນໍາໂດຍທ່ານພົນຕີ ຄໍາລຽງ ອຸທະໄກສອນ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກທີ່ກອງພັນໃຫຍ່ 692, ກອງພົນ 301, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ.
ຍສໝ-ວັນທີ 25 ພຶດສະພາ ທີ່ຮ່າໂນ້ຍ, ກົມວັດທະນະທຳຮາກຖານ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໄດ້ຈັດຕັ້ງພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ການປະກວດແຕ່ງບົດລະຄອນເວທີ ເພື່ອໂຄສະນາເຜີຍແຜ່ການສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 - 27 ກໍລະກົດ 2022).
ຕອນບ່າຍວັນທີ 26 ພຶດສະພາ, ໂຮງຮຽນນາຍທະຫານສື່ສານ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ນາຍທະຫານກອງທັບປະຊາຊົນລາວ ຊຸດທີ 10 ແລະກອງທັບລາດຊະວົງກໍາປູເຈຍ ຊຸດທີ 15. ທ່ານພັນເອກພິເສດ ເລຊວນຮຸ່ງ ຜູ້ອຳນວຍການໂຮງຮຽນນາຍທະຫານສື່ສານ ເຂົ້າຮ່ວມ ແລະກ່າວຄໍາເຫັນ.
ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຍີ່ປຸ່ນ, ວັນທີ 25 ພຶດສະພາ, ທີ່ສໍານັກງານກະຊວງປ້ອງກັນປະເທດຍີ່ປຸ່ນ, ທ່ານພົນຕີ ຫງວຽນວັນເຫງ້ຍ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານພົນເອກ Yoshida Yoshihide, ຫົວໜ້າເສນາທິການກໍາລັງປ້ອງກັນໜ້າດິນຍີ່ປຸ່ນ.
ວັນທີ 20 ພຶດສະພາ, ຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດນະຄອນເຫວ້, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງເທື່ອທຽນເຫວ້ ໄດ້ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ.
ຍສໝ - ຄະນະພະນັກງານທະຫານລາວ ຮູ້ສຶກຕື້ນຕັນໃຈ ເມື່ອເປັນຄັ້ງທຳອິດທີ່ໄດ້ໄປຍັງເຂດຮ່ອງຮອຍປະຫວັດສາດ ສາມແຍກດົ່ງລົກ ນີ້, ຜ່ານນັ້ນໄດ້ຊ່ວຍໃຫ້ພະນັກງານກອງທັບປະຊາຊົນລາວ ເຂົ້າໃຈຢ່າງເລິກເຊິ່ງກ່ວາອີກກ່ຽວກັບມູນເຊື້ອຕໍ່ສູ້, ຕ້ານສັດຕູ້ກູ້ຊາດຂອງປະຊາຊົນຫວຽດນາມ.
ຕອນບ່າຍວັນທີ 17 ພຶດສະພາ, ທີ່ແຂວງຈໍາປາສັກ, ປະເທດລາວ, ກອງບັນຊາການທະຫານເຂດ 5 ແລະກອງພົນທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້ລາວ, ໂຮງຮຽນນາຍສິບເລກ 2 ວຽງໄຊ (ກອງທັບປະຊາຊົນລາວ) ໄດ້ຈັດຕັ້ງກອງປະຊຸມຮ່ວມ ຄັ້ງທີ 32 ປີ 2022.
ຕອນເຊົ້າວັນທີ 17 ພຶດສະພາ, ທີ່ເທດສະບານເມືອງເກື໊ອລໍ່ (ແຂວງເງະອານ), ກອງບັນຊາການທະຫານເຂດ 4 ແລະຄະນະຜູ້ແທນກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມຮ່ວມ ຕີລາຄາຜົນການຮ່ວມມືໃນຊຸມປີຜ່ານມາ ແລະປຶກສາຫາລືມາດຕະການປະຕິບັດແຜນການຮ່ວມມືປີ 2022.
ກໍາລັງທະຫານຊາຍແດນແຂວງລາວກາຍ (ຫວຽດນາມ) ແລະ ແຂວງຢຸນນານ (ຈີນ) ໄດ້ຈັດຕັ້ງ 10 ກອງລາດຕະເວນ, ຈັດຕັ້ງການລາດຕະເວນຈາກຫຼັກ ໝາຍຊາຍແດນທີ 87 ເຖິງຫຼັກໝາຍຊາຍແດນທີ 167 ພາຍໃຕ້ຮູບແບບຊາຍແດນກົງກັນຂ້າມກັບຊາຍແດນ, ຈຸດກົງກັນຂ້າມຈຸດ, ຄວບຄຸມເຂດຊາຍແດນຢ່າງເຂັ້ມງວດ.
ຍສໝ - ວັນທີ 27 ເມສານີ້, ກອງທະຫານຊ່າງແສງ ແລະໂຮງໝໍກາງສະໜາມ ຂັ້ນ 2 ໄດ້ເຄື່ອນພົນໄປປະຕິບັດໜ້າທີ່ຢູ່ Abyei ແລະ ຊູດານໃຕ້. ທ່ານພົນຕີ ຮວ່າງກິມຟູງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ) ໄດ້ໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມ ກ່ຽວກັບເຫດການຄັ້ງນີ້...
ຍສໝ - ໃນໄລຍະ 9 ວັນໃນການເດີນທາງໄປຍັງໝູ່ເກາະ ເຈື່ອງຊາ ແລະ ເຮືອນຂຸດເຈາະ DK1, ຄະນະປະຕິບັດງານຊຸດທີ 4 ໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ໝູ່ເກາະ ດ້ວຍຍອດມູນຄ່າກວ່າ 90 ຕື້ດົ່ງ.
ຍສໝ - ຫວ່າງແລ້ວນີ້, ທີ່ຫໍພິພິທະພັນແມ່ຍິງຫວຽດນາມ ໄດ້ດໍາເນີນພິທີຮັບເອົາວັດຖຸພັນ ແລະການພົບປະແລກປ່ຽນ “ບັນດາຫົວໃຈ ເພື່ອສັນຕິພາບ”.
ຍສໝ - ວັດຖຸພັນແຕ່ລະອັນແມ່ນຕິດພັນກັບຄວາມຄິດຮອດຄອບຄົວ, ຄວາມຊົງຈຳ ທີ່ສວຍງາມ ແລະ ໜ້າເຄົາລົບຂອງບັນດານາຍທະຫານຍິງ ຂອງກົມຮັກສາສັນຕິ ພາບຫວຽດນາມ ໃນວິວັດການປະຕິບັດໜ້າທີ່ຢູ່ ຊູດັງໃຕ້ ແລະ ອາຟະລິກາກາງ.
ຍສໝ - ໂຄງການມີມູນຄ່າທັງໝົດ 8,3 ຕື້ດົ່ງ ໂດຍ ຮ່າຕິ້ງ ອຸປະຖໍາ.
ວັນທີ 10 ເມສາ, ເນື່ອງໃນໂອກາດບຸນປີໃໝ່ລາວ, ຄ້າຍທະຫານຊາຍແດນໂຍນມາຍ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ໄປຢ້ຽມຢາມ, ແລກປ່ຽນສະພາບການ, ມອບຂອງຂວັນ ແລະອວຍພອນບຸນປີໃໝ່ບັນດາກົມກອງ ແລະປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນລາວ.
ຍສໝ - ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ ຫວຽດນາມມີພື້ນຖານນິຕິກຳ ແລະ ຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຕໍ່ໝູ່ເກາະເຈື່ອງຊາ ແລະ ໝູ່ເກາະຮ່ວາງຊາ ສອດຄ່ອງກັບກົດໝາຍສາກົນ, ກໍ່ຄືສິດອະທິປະໄຕ, ສິດອຳນາດສານຕໍ່ບັນດາເຂດທະເລທີ່ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.
ເນື່ອງໃນໂອກາດບຸນປີໃໝ່ລາວ, ວັນທີ 3 ເມສາ, ທ່ານ ພົນຕີ ເຈິ່ນຫວໍຢຸ້ງ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 4 ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ, ອວຍພອນການນໍາແຂວງຫົວພັນ, ກອງບັນຊາການທະຫານແຂວງຫົວພັນ.
ຍສໝ - ອັດຖິຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ 17 ອັດຖິ ທີ່ເສຍຊີວິດຢູ່ແຂວງຄໍາມ່ວນ (ລາວ) ໄດ້ຖືກຂຸດຄົ້ນ ແລະ ທ້ອນໂຮມໂດຍໜ່ວຍງານເລກທີ 589 ຂອງກອງບັນຊາການທະຫານ ແຂວງກວາງບິ່ງ.