ຫໍພິພິທະພັນແມ່ຍິງຫວຽດນາມ ຮັບເອົາວັດຖຸພັນ ໂດຍບັນດາ ພົນທະຫານຍິງ “ໝວກເບເລສີຂຽວ” ມອບໃຫ້

14:30 | 25/04/2022

ຍສໝ - ຫວ່າງແລ້ວນີ້, ທີ່ຫໍພິພິທະພັນແມ່ຍິງຫວຽດນາມ ໄດ້ດໍາເນີນພິທີຮັບເອົາວັດຖຸພັນ ແລະການພົບປະແລກປ່ຽນ “ບັນດາຫົວໃຈ ເພື່ອສັນຕິພາບ”.

ຫໍພິພິທະພັນດົງທາບແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບ ແຂກທ່ອງທ່ຽວທັງຫຼາຍເມື່ອມາຢ້ຽມຢາມແຂວງດົງທາບ ຫໍພິພິທະພັນດົງທາບແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບ ແຂກທ່ອງທ່ຽວທັງຫຼາຍເມື່ອມາຢ້ຽມຢາມແຂວງດົງທາບ
ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸພັນ, ຮູບພາບຈາກກໍາລັງຊ່ຽວຊານຫວຽດນາມ ຊ່ວຍ ກໍາປູເຈຍ ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸພັນ, ຮູບພາບຈາກກໍາລັງຊ່ຽວຊານຫວຽດນາມ ຊ່ວຍ ກໍາປູເຈຍ

ທີ່ພິທີ, ໄດ້ມີວັດຖຸພັນ, ເອກະສານ 70 ຢ່າງ ຂອງພົນທະຫານຍິງ 5 ຄົນ ທີ່ເຂົ້າຮ່ວມປະຕິບັດງານທີ່ຄະນະປະຕິບັດງານຮັກສາສັນຕິພາບຂອງ ສປຊ ຢູ່ສູດັງໃຕ້ ແລະອາຟະລິກາງ ໄດ້ມອບໃຫ້ ແລະ ເກັບຮັກສາ ທີ່ຫໍພິພິທະພັນ ແມ່ຍິງຫວຽດນາມ. ວັດຖຸພັນ, ເອກະສານແຕ່ລະຢ່າງ ແມ່ນຕິດພັນກັບ ຄວາມຊົງຈຳ ແລະເລື່ອງລາວຂອງບຸກຄົນກ່ຽວກັບວິວັດການເຄື່ອນໄຫວ ເພື່ອສັນຕິພາບຂອງພົນທະຫານຍິງ “ໝວກເບເລສີຂຽວ” ຂອງຫວຽດນາມ.

ຫໍພິພິທະພັນແມ່ຍິງຫວຽດນາມ ຮັບເອົາວັດຖຸພັນ ໂດຍບັນດາ ພົນທະຫານຍິງ “ໝວກເບເລສີຂຽວ” ມອບໃຫ້
ຜູ້ຕາງໜ້າຫໍພິພິທະພັນແມ່ຍິງຫວຽດນາມ ມອບຊໍ່ດອກໄມ້ ແລະໃບຢັ້ງຢືນໃຫ້ແກ່ພົນທະຫານຍິງໝວກເບເລສີຟ້າ. ພາບ: TTXVN

ໃນໂອກາດນີ້, ຫໍພິພິທະພັນແມ່ຍິງຫວຽດນາມ ກໍ່ດໍາເນີນລາຍການພົບປະແລກປ່ຽນກັບກໍາລັງຮັກສາສັນຕິພາບ ຫວຽດນາມ ທີ່ບັນດາຄະນະປະຕິບັດງານຮັກສາສັນຕິພາບຂອງ ສປຊ. ຢູ່ທີ່ນີ້, ຜູ້ມາຢ້ຽມຊົມ ໄດ້ຮັບຟັງການແບ່ງປັນກ່ຽວກັບອາ​ນຸສອນທີ່ເປັນໜ້າຈື່ຈຳເມື່ອປະຕິບັດໜ້າທີ່ ສາກົນຂອງບັນດາພົນທະຫານຍິງ “ໝວກເບເລສີຂຽວ”.

ບູນມີ

ເຫດການ
302 Found

Found

The document has moved here.