ໂຮງຮຽນນາຍທະຫານສື່ສານ ຈັດຕັ້ງພິທີຮຽນຈົບໃຫ້ນາຍທະຫານລາວ ແລະກໍາປູເຈຍ

13:58 | 29/05/2022

ຕອນບ່າຍວັນທີ 26 ພຶດສະພາ, ໂຮງຮຽນນາຍທະຫານສື່ສານ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ນາຍທະຫານກອງທັບປະຊາຊົນລາວ ຊຸດທີ 10 ແລະກອງທັບລາດຊະວົງກໍາປູເຈຍ ຊຸດທີ 15. ທ່ານພັນເອກພິເສດ ເລຊວນຮຸ່ງ ຜູ້ອຳນວຍການໂຮງຮຽນນາຍທະຫານສື່ສານ ເຂົ້າຮ່ວມ ແລະກ່າວຄໍາເຫັນ.

ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່ ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່
ສັກວັກຊີນກັນພະຍາດ ໂຄວິດ -19  ໃຫ້ກັບນັກສຶກສາລາວ ແລະກໍາປູເຈຍ ເກືອບ 40 ຄົນ ສັກວັກຊີນກັນພະຍາດ ໂຄວິດ -19 ໃຫ້ກັບນັກສຶກສາລາວ ແລະກໍາປູເຈຍ ເກືອບ 40 ຄົນ
ໂຮງຮຽນນາຍທະຫານສື່ສານ ຈັດຕັ້ງພິທີຮຽນຈົບໃຫ້ນາຍທະຫານລາວ ແລະກໍາປູເຈຍ
ບັນຍາກາດທີ່ພິທີ. ພາບ: qdnd.vn

ໃນໄລຍະຮໍ່າຮຽນຢູ່ໂຮງຮຽນ, ນັກຮຽນການທະຫານຂອງສອງປະເທດລາວ ແລະກໍາປູເຈຍ ໄດ້ຮັບການບໍາລຸງຄວາມຮູ້ພື້ນຖານກ່ຽວກັບບັນດາຂົງເຂດວິທະຍາສາດພື້ນຖານ, ຮາກຖານ, ວິທະຍາສາດສັງຄົມ ແລະມະນຸດສະທຳ, ຄວາມຮູ້ ແລະທັກສະຂະແໜງການສະເພາະຕິດຕໍ່ສື່ສານຕາມຄວາມຮຽກຮ້ອງຕ້ອງການຂອງນາຍທະຫານ, ຜູ້ບັນຊາການເປັນເສນາທິການສື່ສານຂັ້ນມະຫາວິທະຍາໄລ...

ກ່າວຄຳເຫັນທີ່ພິທີ, ທ່ານພັນເອກພິເສດ ເລຊວນຮຸ່ງ ໄດ້ຍ້ອງຍໍຊົມເຊີຍ ແລະອວຍພອນນັກຮຽນການທະຫານທີ່ໄດ້ປະຕິບັດໜ້າທີ່ຊຸດຮຽນຢູ່ຫວຽດນາມ, ພ້ອມທັງເຊື່ອໝັ້ນວ່າ ນັກຮຽນການທະຫານພາຍຫຼັງທີ່ຮຽນຈົບກັບຄືນປະເທດຈະຍາມໃດກໍ່ຍົກສູງຈິດໃຈຢາກຮຽນຮູ້, ສໍາຜັດຢ່າງວ່ອງໄວ ແລະກໍາແໜ້ນສະພາບການໜ້າທີ່ຂອງກົມກອງ, ໝູນໃຊ້ຄວາມຮູ້, ລະດັບວິຊາການຕິດຕໍ່ສື່ສານທີ່ໄດ້ຮຽນຢູ່ໂຮງຮຽນໃນການເຄື່ອນໄຫວຂອງຜູ້ບັນຊາການ, ຄຸ້ມຄອງ, ຂຸດຄົ້ນບັນດາພາຫະນະຕິດຕໍ່ສື່ສານ ແລະຝຶກແອບການທະຫານ, ປະຕິບັດສຳເລັດໜ້າທີ່ໃນແຕ່ລະຕໍາແໜ່ງທີ່ໄດ້ຮັບມອບໝາຍ.

ຜົນສໍາເລັດຂອງຊຸດຮຽນ ຈະສືບຕໍ່ປະກອບສ່ວນກໍ່ສ້າງນໍ້າໃຈສາມັກຄີມິດຕະພາບລະຫວ່າງກອງທັບ, ປະຊາຊົນ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໃຫ້ນັບມື້ນັບສະໜິດຕິດແໜ້ນ.

ເນື່ອງໃນໂອກາດນີ້, ທາງໂຮງຮຽນ ກໍ່ໄດ້ມອບໃບຍ້ອງຍໍໃຫ້ນັກຮຽນການທະຫານທີ່ມີຜົນງານດີເດັ່ນໃນຊຸດຮຽນ.

la.qdnd.vn

ເຫດການ
302 Found

Found

The document has moved here.