ທະຫານຊ່າງແສງຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ

08:25 | 29/04/2022

ຍ​ສ​ໝ - ວັນ​ທີ 27 ​ເມສາ​ນີ້, ກອງ​ທະຫານຊ່າງແສງ ​ແລະ​ໂຮງໝໍ​ກາງສະໜາມ ຂັ້ນ 2 ​ໄດ້​ເຄື່ອນພົນໄປ​ປະຕິບັດ​ໜ້າ​ທີ່​ຢູ່​ Abyei ​ ແລະ​ ຊູ​ດານ​ໃຕ້. ທ່ານພົນ​ຕີ ຮວ່າງ​ກິມ​ຟູງ, ຫົວ​ໜ້າ​ກົມ​ຮັກ​ສາ​ສັນ​ຕິ​ພາບ​ຫວຽດ​ນາມ (ກະ​ຊວງ​ປ້ອງ​ກັນ​ປະ​ເທດ) ໄດ້​ໃຫ້​ສຳ​ພາດ​ຕໍ່​ສຳນັກຂ່າວສານ​ຫວຽດ​ນາມ ກ່ຽວ​ກັບ​ເຫດ​ການ​ຄັ້ງ​ນີ້...

ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ "ໝວກເບເລສີຂຽວ"
ສະຫະປະຊາຊາດຕີລາຄາສູງຄວາມພະຍາຍາມໃນການຮັບປະກັນສິດທິມະນຸດຢ່າງເຂັ້ມແຂງ ແລະ ໂປ່ງໃສ ຂອງຫວຽດນາມ ສະຫະປະຊາຊາດຕີລາຄາສູງຄວາມພະຍາຍາມໃນການຮັບປະກັນສິດທິມະນຸດຢ່າງເຂັ້ມແຂງ ແລະ ໂປ່ງໃສ ຂອງຫວຽດນາມ
ທະຫານຊ່າງແສງຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ
ທ່ານປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ສົ່ງ​ຄະ​ນະ​ນັກ​ຮົບ​ໄປ​ປະ​ຕິ​ບັດ​ງານ (ພາບ: nld.com.vn)

ທ່ານພົນຕີ ຮວ່າງ​ກິມ​ຟູງ ຖືວ່າ ການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນນະໂຍບາຍອັນໃຫຍ່ຫຼວງຂອງກົມການເມືອງ ແລະ ສູນກາງພັກ ເພື່ອຊ່ວຍໃຫ້ພວກເຮົາເຊື່ອມໂຍງເຂົ້າກັບສາກົນໃນລະດັບທີ່ສູງກວ່າ.

​ໃນ 8 ປີ​ນັບ​ແຕ່​ຫວຽດນາມ ​ເຂົ້າ​ຮ່ວມ​ພາລະກິດ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ພວກ​ຂ້າພະ​ເຈົ້າ​ຢືນຢັນ​ວ່າ ນາຍທະຫານ​ກອງທັບ​ປະຊາຊົນ​ຫວຽດນາມ ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ຮຽກຮ້ອງ​ຂອງ​ສະຫະ​ປະຊາ​ຊາດ, ເໝາະສົມ​ທີ່​ຈະ​ເປັນທູດສັນຕິພາບ, ສົມກັບເປັນທະຫານ ລຸງໂຮ່ ໃນຍຸກເຊື່ອມໂຍງ.

ບັນດາ​ນາຍທະຫານ​ຂອງ​ປະ​ເທດ​ຕ່າງໆ, ​ເມື່ອ​ເຂົ້າ​ຮ່ວມ​ພາລະກິດ, ກໍໄດ້ຕີ​ລາຄາ​ສູງ​ບັນດາ​ນາຍ​ທະຫານ​ຫວຽດນາມ ທີ່​ມີ​ຄວາມ​ສາມາດ​ປັບ​ຕົວ​ສູງ, ມີ​ປະສົບ​ການ​ໃນ​ການ​ເຄື່ອນ​ໄຫວ​ຕໍ່ສູ້, ການເຄື່ອນໄຫວ​ປະຈຳ​ວັນ, ຮັບປະກັນ​ຊີວິດ​ການເປັນຢູ່.

ໂຮງ​ໝໍ​ກາງສະໜາມ​ຂອງ​ຫວຽດ​ນາມ ໄດ້​ໄດ້ຮັບຄວາມເຊື່ຖື​ສູງ​ທີ່​ສຸດ. ໃນຊູດານໃຕ້ພວກເຮົາປະຕິບັດການຢູ່ Bentiu, ແຕ່ນາຍທະຫານທີ່ປະຕິບັດງານໃນນະຄອນຫຼວງ Juba ຍັງປາດຖະໜາວ່າຈະໄດ້ຮັບການປິ່ນປົວຢູ່ໃນໂຮງຫມໍກາງສະໜາມຂອງປະເທດຫວຽດນາມ.

ບັນດາຄະນະຢູ່ ຊູດານໃຕ້, ສາທາລະນະລັດ ອາຟຣິກາກາງ ຫຼື Abyei ແມ່ນສະຖານທີ່ເພື່ອໃຫ້ບັນດານາຍທະຫານຫວຽດນາມ ຖູໄຖ ແລະ “ທົດສອບ” ໂດຍກົງກັບສິ່ງທ້າທາຍທີ່ພວມມີຢູ່. ນັບແຕ່ໄດ້ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບມາເຖິງປັດຈຸບັນ, ບັນດານາຍທະຫານຂອງພວກເຮົາມີຄວາມສາມາດຮັບມືກັບສິ່ງທ້າທາຍ ແລະ ຂໍ້ຂັດແຍ່ງເຫຼົ່ານີ້ເປັນຢ່າງດີ, ເຊິ່ງໄດ້ຮັບການຕີລາຄາສູງຈາກບັນດາຜູ້ນຳ ສປຊ.

ພວກ​ຂ້າພະ​ເຈົ້າ​ຍັງ​ໄດ້​ຕີ​ລາຄາ​ສູງ ​ແລະ ​ເຄົາລົບ​ນັບຖື​ຈາກ​ເພື່ອນ​ມິດສາ​ກົນ​ໃນ​ຂົງ​ເຂດ; ເປັນທີ່ຮັກແພງ ແລະ ຊື່ນຊົມຂອງປະຊາຊົນປະຈຳຖິ່ນ ເພາະພວກເຮົາໄດ້ປະຕິບັດສຳເລັດຫຼາຍກິດຈະກຳ, ໂດຍສະເພາະແມ່ນກິດຈະກຳການລະດົມຂົນຂວາຍມະຫາຊົນເຊິ່ງແຕ່ກ່ອນນັ້ນຢູ່ບັນດາຄະນະນຍັງບໍ່ທັນມີ.

ຮູບພາບທະຫານລຸງໂຮ່ ຢູ່ໃກ້ກັບປະຊາຊົນ, ໜູນຊ່ວຍປະຊາຊົນປູກພືດຜັກ, ເບິ່ງແຍງເດັກນ້ອຍ, ໜູນຊ່ວຍນາຍທະຫານຂອງບັນດາປະເທດ ແລະ ປະຊາຊົນໃນຂອບເຂດພາລະກິດສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ແລະ ເຮັດໜ້າກາກແະນາໄມໃນໄລຍະການລະບາດຂອງພະຍາດໂຄວິດ-19. ການຜັນແປທີ່ສັບສົນ... ແມ່ນຈຸດທີ່ຊ່ວຍໃຫ້ພວກເຮົາໄດ້ຮັບຄວາມຮັກຂອງເພື່ອນມິດສາກົນ.

​ໃນ​ຄັ້ງ​ນີ້, ຫວຽດນາມ ​ໄດ້ຜັນຂະຫຍາຍກອງ​ທະ​ຫານ​ຊ່າງແສງ​ເຂົ້າ​ຮ່ວມ​ກອງ​ກຳລັງຮັກສາ​​ສັນ​ຕິ​ພາບ ສ​ປ​ຊ ດ້ວຍ 184 ສະຫາຍ ເຊິ່ງຈະ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ທີ່​ຫວຽດນາມ ມີ​ທ່າແຮງ ເຊິ່ງແມ່ນ​​ທະ​ຫານ​ຊ່າງແສງ.

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ປະສົບ​ການ​ໃນ 8 ປີຜ່ານມາ, ດ້ວຍ​ບັນດາ​ໝາກຜົນ​ທີ່​ຫວຽດນາມ ບັນລຸ​ໄດ້​ເມື່ອ​ຜັນ​ຂະຫຍາຍ​ບັນດາ​ໜ່ວຍກອງ​ໂຮງໝໍ​ກາງສະໜາມ ຂັ້ນ 2, ຫວຽດນາມ ຈະ​ປະສົບ​ຜົນສຳ​ເລັດ​ເມື່ອ​ຜັນ​ຂະຫຍາຍກອງ​ຫານ​ຊ່າງ​ແສງຢູ່​ເຂດ​ປະຕິບັດ​ໜ້າ​ທີ່​ Abyei.

ຕາມ​ທ່ານ​ພົນ​ເອກ ຮວ່າງ​ກິມ​ຟູງ ແລ້ວ, ສະຫະ​ປະຊາ​ຊາດ​ໄດ້​ສົ່ງ​ຄະນະ​ສຳ​ຫຼວດ​ໄປ​ຫວຽດນາມ ​ແລະ ​ໄດ້​ເຫັນ​ຄວາມ​ສາມາດ​ຂອງ​​ທະ​ຫານ​ຊ່າງ​ແສງ​ຫວຽດນາມ, ດ້ວຍ​ອຸປະກອນ​ທີ່​ມີ​ຢູ່ ​ແລະ ຄວາມ​ສາມາດ​ໃນ​ການ​ເຄື່ອນ​ໄຫວ​ນຳໃຊ້ພາຫະນະ. ໃນ​ບັນ​ດາ​ກອງທະ​ຫານ​ຊ່າງ​ແສງ 15 ປະ​ເທດ, ເຂົາໄດ້​ເລືອກ​ເອົາ​ຫວຽດ​ນາມ. ພວກ​ເຂົາ​ເຈົ້າ​ໄດ້​ໃຫ້​ຄະ​ແນນ​ແລະ ​ການ​ປະ​ເມີນ​ວ່າ​ ພວກ​ເຮົາ​ແມ່ນຫົວໜ່ວຍ​ດີ​ທີ່​ສຸດ​ໃນ 15 ຫົວ​ຫນ່ວຍ​ທີ່​ມາ​ຈາກ​ປະ​ເທດ​ທີ່​ປາດຖະໜາ​ຈະ​ໄດ້​ຮັບ​ການ​ເຂົ້າ​ຮ່ວມ​ໃນ Abyei​.

ທ່ານພົນຕີ ຮວ່າງ​ກິມ​ຟູງ ເນັ້ນໜັກວ່າ ຕາມມະຕິ 130/2020 ວ່າດ້ວຍການເຂົ້າຮ່ວມກຳລັງ, ໃນໄລຍະຈະມາເຖິງ ຫວຽດນາມ ຈະເປີດກວ້າງກໍາລັງ, ບໍ່​ພຽງ​ແຕ່​ຢູ່ໃນຂະແໜງແພດການ​ທະ​ຫານ​, ​ທະ​ຫານຊ່າງ ​ແສງ, ນາຍທະຫານເຄື່ອນໄຫວເອກະລາດເທົ່າ​ນັ້ນ, ຫາກ​ຍັງ​ຈະພະຍາຍາມສ້າງທະຫານບົກ, ການຄວບຄຸມການທະຫານ, ຕຳຫຼວດ, ພົນລະ​ເຮືອນ... ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ສປຊ ຕື່ມອີກ./.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.