ກອງປະຊຸມຮ່ວມລະຫວ່າງທະຫານເຂດ 5 ກັບບັນດາກົມກອງຂອງປະເທດລາວ

16:30 | 19/05/2022

ຕອນບ່າຍວັນທີ 17 ພຶດສະພາ, ທີ່ແຂວງຈໍາປາສັກ, ປະເທດລາວ, ກອງບັນຊາການທະຫານເຂດ 5 ແລະກອງພົນທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້ລາວ, ໂຮງຮຽນນາຍສິບເລກ 2 ວຽງໄຊ (ກອງທັບປະຊາຊົນລາວ) ໄດ້ຈັດຕັ້ງກອງປະຊຸມຮ່ວມ ຄັ້ງທີ 32 ປີ 2022.

ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5) ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5)
ໜັງສືພິມອີຢິບ  ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020) ໜັງສືພິມອີຢິບ ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020)
ກອງປະຊຸມຮ່ວມລະຫວ່າງທະຫານເຂດ 5 ກັບບັນດາກົມກອງຂອງປະເທດລາວ
ບັນຍາກາດທີ່ກອງປະຊຸມ. ພາບ: ຫວຽດຮູ່ງ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ຍົກອອກບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານສົມທົບກັນ, ຮ່ວມມືລະຫວ່າງບັນດາອົງການ, ກົມກອງ, ທ້ອງຖິ່ນໃນໄລຍະຜ່ານມາ. ຍົກອອກມາບັນດາປະສົບການ, ແບບແຜນເຮັດວຽກທີ່ມີຫົວຄິດປະດິດສ້າງ ແລະບັນລຸປະສິດທິຜົນຢ່າງແທດຈິງລະຫວ່າງທະຫານເຂດ 5 ແລະບັນດາກົມກອງຂອງກອງທັບປະຊາຊົນລາວ. ບົນພື້ນຖານນັ້ນ, ໃນປີ 2022, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ; ຊີ້ນໍາບັນດາກົມກອງຮັກສາການແລກປ່ຽນຂໍ້ມູນ, ແຈ້ງສະພາບການຕາມຂັ້ນ; ສົມທົບກັບກໍາລັງປ້ອງກັນຊາຍແດນສອງປະເທດປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຄວບຄຸມການເຄື່ອນໄຫວໄປມາຢູ່ເຂດຊາຍແດນຢ່າງແໜ້ນແຟ້ນ, ເປັນຕົ້ນແມ່ນດ່ານທ້ອງຖິ່ນ, ດ່ານປະເພນີ; ສະກັດກັ້ນການເຄື່ອນໄຫວເຂົ້າ-ອອກເມືອງຜິດກົດໝາຍ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ... ປະກອບສ່ວນສ້າງເສັ້ນຊາຍແດນສອງປະເທດໃຫ້ເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ...

ທີ່ກອງປະຊຸມ, ກອງບັນຊາການທະຫານເຂດ 5 ໄດ້ມອບເງິນດ້ວຍມູນຄ່າ 1 ຕື້ດົ່ງ ໃຫ້ບັນດາກົມກອງຂອງປະເທດເພື່ອນລາວ ເພື່ອຊື້ອຸປະກອນ, ເຄື່ອງໃຊ້ໃນຫ້ອງການ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.