ສືບຕໍ່ຊຸກຍູ້ການຮ່ວມມືແລກປ່ຽນ ລະຫວ່າງທະຫານບົກຫວຽດນາມ ແລະຍີ່ປຸ່ນ

13:54 | 29/05/2022

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຍີ່ປຸ່ນ, ວັນທີ 25 ພຶດສະພາ, ທີ່ສໍານັກງານກະຊວງປ້ອງກັນປະເທດຍີ່ປຸ່ນ, ທ່ານພົນຕີ ຫງວຽນວັນເຫງ້ຍ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານພົນເອກ Yoshida Yoshihide, ຫົວໜ້າເສນາທິການກໍາລັງປ້ອງກັນໜ້າດິນຍີ່ປຸ່ນ.

ສືບຕໍ່ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ໄອແລນ ສືບຕໍ່ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ໄອແລນ
ສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ກໍາປູເຈຍ ສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ກໍາປູເຈຍ
ສືບຕໍ່ຊຸກຍູ້ການຮ່ວມມືແລກປ່ຽນ ລະຫວ່າງທະຫານບົກຫວຽດນາມ ແລະຍີ່ປຸ່ນ
ທ່ານພົນຕີ ຫງວຽນວັນເຫງ້ຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ດໍາເນີນການພົບປະເຈລະຈາກັບທ່ານພົນເອກ Yoshida Yoshihide ຫົວໜ້າເສນາທິການກໍາລັງປ້ອງກັນໜ້າດິນຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະເຈລະຈາ, ສອງຝ່າຍຕີລາຄາສູງໝາກຜົນທີ່ບັນລຸໄດ້ໃນສາຍພົວພັນຮ່ວມມືລະຫວ່າງທະຫານບົກສອງປະເທດ, ປະກອບສ່ວນນໍາການພົວພັນດ້ານປ້ອງກັນຊາດສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ. ທ່ານພົນຕີ ຫງວຽນວັນເຫງ້ຍ ເນັ້ນໜັກວ່າ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບກໍາລັງປ້ອງກັນໜ້າດິນຍີ່ປຸ່ນ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ ຄື: ໜູນຊ່ວຍຍົກສູງກໍາລັງຄວາມສາມາດໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ກູ້ໄພກູ້ຊີບ, ການແພດທະຫານ...

ສ່ວນທ່ານພົນເອກ Yoshida Yoshihide ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ ແລະການສະໜັບສະໜູນຢ່າງແຮງຂອງການນໍາກະຊວງປ້ອງກັນປະເທດສອງປະເທດ, ພ້ອມກັບຄວາມຕັ້ງໜ້າ, ການເປັນເຈົ້າການຂອງບັນດາອົງການ, ກົມກອງທີ່ກ່ຽວຂ້ອງ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າລວມ ແລະການຮ່ວມມືລະຫວ່າງທະຫານບົກສອງປະເທດເວົ້າສະເພາະຈະສືບຕໍ່ພັດທະນາເລິກເຊິ່ງກວ່າອີກ, ເໝາະສົມກັບສາຍພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງຫວຽດນາມ-ຍີ່ປຸ່ນ ໃນໄລຍະພັດທະນາໃໝ່. ໃນໄລຍະຈະມາເຖິງ, ຝ່າຍຍີ່ປຸ່ນ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ຮັກສາຂົງເຂດຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ພ້ອມທັງຊອກຫາບັນດາເນື້ອໃນຮ່ວມມືໃໝ່ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ມີລັກສະນະເປັນໄປໄດ້ສູງ.

la.qdnd.vn

ເຫດການ
302 Found

Found

The document has moved here.