ແຂວງຮ່າຕິ້ງ ໜູນຊ່ວຍ 8,3 ຕື້ດົ່ງ ກໍ່ສ້າງສຸກສາລາທະຫານ-ປະຊາຊົນ ຢູ່ແຂວງບໍລິຄຳໄຊ (ລາວ)

21:18 | 13/04/2022

ຍສໝ - ໂຄງການ​ມີ​ມູນ​ຄ່າ​ທັງ​ໝົດ 8,3 ຕື້​ດົ່ງ ໂດຍ ຮ່າ​ຕິ້ງ ອຸປະຖໍາ.

ສະມາຄົມວິສາຫະກິດຈີນ ສາຂານະຄອນໂຮ່ຈິມິນ ໜູນຊ່ວຍ 1 ຕື້ດົ່ງ ໃຫ້ແກ່ຜູ້ທຸກຍາກ ແລະ ເດັກນ້ອຍແຂວງລອງອານ ສະມາຄົມວິສາຫະກິດຈີນ ສາຂານະຄອນໂຮ່ຈິມິນ ໜູນຊ່ວຍ 1 ຕື້ດົ່ງ ໃຫ້ແກ່ຜູ້ທຸກຍາກ ແລະ ເດັກນ້ອຍແຂວງລອງອານ
ງົບປະມານທີ່ຈະໃຊ້ໃນການເບິ່ງແຍດູແລໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ ເນື່ອງໃນໂອກາດບຸນເຕັດປີຂານແມ່ນ 2.400 ຕື້ດົ່ງ ງົບປະມານທີ່ຈະໃຊ້ໃນການເບິ່ງແຍດູແລໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ ເນື່ອງໃນໂອກາດບຸນເຕັດປີຂານແມ່ນ 2.400 ຕື້ດົ່ງ

ຄະ​ນະ​ປະຕິບັດງານໂດຍ​ທ່ານ​ເລ​ຂາ​ພັກ​ແຂວງ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ ຮ່າ​ຕິ້ງ ຮວ່າງ​ຈຸງ​ຢຸງ ນຳ​ໜ້າ​ໄດ້​ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ບໍ​ລິ​ຄຳ​ໄຊ (ລາວ) ແລະ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ວາງ​ສີລາລຶກສຸກສາລາທະຫານ-ປະຊາຊົນຢູ່ແຂວງບໍລິຄຳໄຊ (ລາວ). ໂຄງການ​ມີ​ມູນ​ຄ່າ​ທັງ​ໝົດ 8,3 ຕື້​ດົ່ງ ໂດຍ ຮ່າ​ຕິ້ງ ອຸປະຖໍາ.

ແຂວງຮ່າຕິ້ງ ໜູນຊ່ວຍ 8,3 ຕື້ດົ່ງ ກໍ່ສ້າງສຸກສາລາທະຫານ-ປະຊາຊົນ ຢູ່ແຂວງບໍລິຄຳໄຊ (ລາວ)
ຄະ​ນະ​ປະຕິບັດງານໂດຍ​ທ່ານ​ເລ​ຂາ​ພັກ​ແຂວງ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ ຮ່າ​ຕິ້ງ ຮວ່າງ​ຈຸງ​ຢຸງ ອວຍ​ພອນ​ປີ​ໃໝ່​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ບໍ​ລິ​ຄຳ​ໄຊ (ລາວ). ພາບ: hatinh.gov.vn

ທ່ານ ຮວ່າງ​ຈຸງ​ຢຸງ ​ໄດ້​ສົ່ງຄໍາອວຍພອນ​ປີ​ໃໝ່​ເຖິງອົງຄະນະ​ພັກ ​ແລະ ປະຊາຊົນ​ແຂວງ​ບໍລິ​ຄຳ​ໄຊ ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ​ມີ​ຄວາມ​ຜາ​ສຸກ ​ແລະ ປະສົບ​ຜົນສຳ​ເລັດ. ພ້ອມ​ກັນ​ນັ້ນ, ກໍຫວັງ​ວ່າ ​ແຂວງ ບໍລິ​ຄຳ​ໄຊ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ​ຊ່ວຍ​ເຫຼືອແຂວງ ຮ່າ​ຕິ້ງ ​ໃນ​ການ​ຊອກຄົ້ນ ​ແລະ ​ທ້ອນໂຮມອັດຖິ​ທະຫານ​ອາສາ​ສະໝັກ, ນັກ​ຊ່ຽວຊານຫວຽດນາມ ທີ່​ເສຍສະຫຼະ​ຊີວິດໃນປາງສົງຄາມ​ຢູ່ ລາວ; ເພີ່ມທະວີການຮ່ວມມືຕ້ານອາດຊະຍາກຳຢູ່ເຂດຊາຍແດນ…

ທ່ານ​ເລຂາພັກ, ​ເຈົ້າ​ແຂວງໆ​ບໍລິ​ຄຳ​ໄຊ ​ໄດ້​ສະ​ແດງ​ຄວາມຂອບໃຈ​ຕໍ່ຄວາມຮູ້ສຶກອັນຈິງໃຈຂອງອົງຄະນະພັກ ແລະ ປະຊາຊົນຮ່າຕິ້ງ, ພ້ອມທັງສະແດງຄວາມປິຕິຊົມຊື່ນຕໍ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ແຂວງ ຮ່າ​ຕິ້ງ - ບໍລິ​ຄຳ​ໄຊ ທີ່ນັບ​ມື້​ນັບໝັ້ນແກ່ນ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາ​ພັກ​ແຂວງ ຮ່າ​ຕິ້ງ ​ແລະ ​ເລຂາ​ພັກ​ແຂວງບໍລິ​ຄຳ​ໄຊ ​ໄດ້​ເຂົ້າ​ຮ່ວມ​ພິທີ​ວາງ​ສີ​ລາ​ລຶກ​ສຸກສາລາທະຫານ-ປະຊາຊົນ ຢູ່ແຂວງບໍລິຄຳໄຊ (ລາວ).

ບູນມີ

ເຫດການ
302 Found

Found

The document has moved here.