ຍສໝ - ໃນວັນທີ 7 ສິງຫານີ້, ຄະນະຜູ້ແທນແຂວງເບັ້ນແຈ່ ໂດຍທ່ານ ເຈື່ອງມິ່ງຍຶດ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງເບັ້ນແຈ່ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກ ແລະ ແລກປ່ຽນບົດຮຽນປະສົບການໃນການເຄື່ອນໄຫວກັບສະມາຄົມຕິດຕໍ່ຊາວຫວຽດນາມຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ.
ຍສໝ - ວັນທີ 25 ກຸມພາ 2025, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການແຫ່ງລັດ ຫວຽດນາມ ກ່ຽວກັບຊາວຫຽດນາມອາໄສຢູ່ຕ່າງປະເທດ ໄດ້ຮ່ວມເປັນປະທານໃນການເຮັດວຽກລະຫວ່າງສອງອົງການ ເພື່ອແນໃສ່ກວດກາຄືນໝາກຜົນການຜັນຂະຫຍາຍວຽກງານສົມທົບກັນໃນປີ 2024 ແລະ ແລກປ່ຽນ, ປຶກສາຫາລືກ່ຽວກັບໜ້າທີ່ທີ່ສຳຄັນໃນປີ 2025.
ຍສໝ - ນັບແຕ່ຄາວຍັງນ້ອຍ, ຢູ່ໜ້າບ້ານມີໜອງດອກບົວ ດັ່ງນັ້ນເມື່ອມາແບນຊິກ, ເອື້ອຍ ເຟືອກເວິນ ຕັດສິນໃຈສ້າງສວນດອກບົວເພື່ອບັນເທົາຄວາມຄິດຮອດບ້ານເກີດເມືອງນອນ.
ຍສໝ - ທ່ານຮອງລັດຖະມົນຕີ ບຸຍວັນນາມ ໄດ້ຮັບເອົາ, ຕີລາຄາສູງ ແລະຍ້ອງຍໍສັນລະເສີນບັນດາອົງການ, ຫົວໜ່ວຍສະມາຊິກຂອງ ອະນຸຄະນະກຳມະການໄດ້ມານະພະຍາຍາມກະກຽມຢ່າງລອບຄອບຖີ່ຖ້ວນ, ພ້ອມແລ້ວທີ່ຈະຮັບປະກັຄວາມໝັ້ນຄົງ ແລະ ຄວາມປອດໄພໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37.
ຕອນບ່າຍວັນທີ 28 ກັນຍາ (ຕາມເວລາ ທ້ອງຖິ່ນ), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບ ພະເຈົ້າຈັກກະພັດຍີ່ປຸ່ນ Naruhino ເນື່ອງໃນໂອກາດເຂົ້າຮ່ວມພິທີສົບລະດັບຊາດທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo.
ຍສໝ - ໃນລະຫວ່າງວັນທີ 7 – 8 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການເງິນ ຫວຽດນາມ ໄດ້ສົມທົບກັບກອງທຶນເງິນຕາສາກົນ (IMF) ແລະ ບັນດານັກຊ່ຽວຊານສາກົນເພື່ອຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເພີ່ມທະວີການພົວພັນກັບນັກລົງທຶນ”.
ຍສໝ - ເມື່ອດຳລົງຊີວິດຢູ່ Praha (ສ. ເຊັກໂກ) ເປັນເວລາ 20 ກວ່າປີ, ນາງ ຫງວຽນຫງອກຮ່າ (ອາຍຸ 42 ປີ, ມາຈາກນະຄອນ ຫາຍຟ່ອງ) ໄດ້ພົບເຫັນສາຍພົວພັນກັບປະຊາຄົມຊາວ ຫວຽດນາມ ຜ່ານພາສາແມ່. ການລ້ຽງດູລູກໆ, ເປີດຮ້ານອາຫານຫວຽດນາມ ຫຼືເຂົ້າຮ່ວມກິດຈະກໍາຂອງສະມາຄົມ, ລ້ວນແຕ່ມີຄວາມປາດຖະໜາຢາກເວົ້າ ແລະ ຟັງພາສາແມ່ທຸກໆມື້.
ຍສໝ - ໃນຂອບເຂດບັນດາການເຄື່ອນໄຫວຄ້າຍພັກແລ້ງ ຫວຽດນາມ 2025, ຕອນຄ່ຳວັນທີ 23 ກໍລະກົດ, ຢູ່ ເຫງ້ອານ, ມີຊາວໜຸ່ມ ຫວຽດນາມ ຢູ່ຕ່າງປະເທດ 100 ກວ່າຄົນ ທີ່ມາຈາກ 31 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າຮ່ວມລາຍການແລກປ່ຽນພາສາຫວຽດນາມ ດ້ວຍຫົວຂໍ້ວ່າ “ສືບຕໍ່ຂຽນບົດເລື່ອງສັນຕິພາບ”. ລາຍການສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາໃນການເຊື່ອມໂຍງ, ສາມັກຄີ ແລະ ພັດທະນາຂອງລຸ້ນໜຸ່ມຫວຽດນາມ ໃນທົ່ວໂລກ.
ຍສໝ - ໃນຂອບເຂດຊຸດອົບຮົມການສອນພາສາຫວຽດນາມ ໃຫ້ແກ່ບັນດາຄູອາຈານຫວຽດນາມ ຢູ່ຕ່າງປະເທດ ປີ 2025, ຄະນະຜູ້ຮຽນໄດ້ມີການເຄື່ອນໄຫວນອກຫຼັກສູດຫຼາຍຢ່າງຢູ່ຮ່າໂນ້ຍ ແລະ ແຂວງ ໄທງວຽນ.
ຍສໝ - ເດືອນກັນຍາ 2024, ພາຍຸເລກທີ 3 ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ບັນດາແຂວງພາກເໜືອຂອງ ຫວຽດນາມ. ໃນທ່າມກາງການສູນເສຍ, ຄວາມໂສກເສົ້າ, ນ້ຳໃຈມະນຸດປະກາຍແຈ້ງບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຈາກເພື່ອນມິດສາກົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ປະຊາຄົມຊາວ ຫວຽດນາມ ໃນຫ້າທະວີບ.
ຍສໝ - ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ ຫວຽດນາມມີພື້ນຖານນິຕິກຳ ແລະ ຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຕໍ່ໝູ່ເກາະເຈື່ອງຊາ ແລະ ໝູ່ເກາະຮ່ວາງຊາ ສອດຄ່ອງກັບກົດໝາຍສາກົນ, ກໍ່ຄືສິດອະທິປະໄຕ, ສິດອຳນາດສານຕໍ່ບັນດາເຂດທະເລທີ່ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.
ຍສໝ - ຕອນເຊົ້າວັນທີ 19 ມັງກອນ 2025, ພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດ 8 ກົມກອງລວມໝູ່ ແລະ 18 ບຸກຄົນ ໄດ້ຮັບການຍ້ອງຍໍຈາກ ຄະນະບໍລິຫານງານສູນກາງແນວໂຮມປະເທດຊາດ ຫວຽດນາມ ຍ້ອນໄດ້ມີປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານສ້າງສາ , ເຕົ້າໂຮມ ແລະ ສາມັກຄີວົງຄະນະຍາດ.
ຍສໝ - ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 2 ຄະນະປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຊຸດທີ VI (2019 - 2024). ແບ່ງປັນທີ່ກອງປະຊຸມ, ທ່ານ ຮ່ວາງບິ່ງກວນ ຫົວໜ້າຄະນະການພົວພັນທາງການທູດສູນກາງ ໄດ້ເວົ້າວ່າ: “ຄຳສັ່ງເລກທີ 38 – CT/TW ໃນວັນທີ 19 ກັນຍາ 2019 ຂອງຄະນະເລຂາກ່ຽວກັບການປ່ຽນແປງໃໝ່, ເສີມຂະຫຍາຍບົດບາດ ແລະ ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມໃນສະພາບການໃໝ່ຊີ້ແຈ້ງວ່າ: ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ໄດ້ຈັດຕັ້ງຢ່າງແໜ້ນແຟ້ນ, ຮັບປະກັນລັດຖະກອນ, ບັນດາລະບອບນະໂຍບາຍຕໍ່ພະນັກງານ, ງົບປະມານ ແລະ ເງື່ອນໄຂໃນການເຮັດວຽກ”.
ຍສໝ - ໃນລະຫວ່າງວັນທີ 15 – 16 ມິຖຸນາ, ບັນດາອົງການເຈົ້າໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມປະຈຳ ອາບຟຼິກກາ, ສະຖານທູດຫວຽດນາມ ປະຈຳໂມຊຳບິກ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ ອາບຟຼິກກາໃຕ້, ໂມຊຳບິກ, ແອັດໂຕນີ ແລະ ບໍລິສັດການບິນແຫ່ງຊາດ ອາບຟຼິກກາໃຕ້ ໄດ້ຈັດສົ່ງພົນລະເມືອງ ຫວຽດນາມ 69 ຄົນ ກັບຄືນປະເທດຢ່າງປອດໄພ.
ຍສໝ - ທີ່ກອງປະຊຸມຄັ້ງນີ້, ບັນດາປະເທດສືບຕໍ່ອັບເດັດໝາກຜົນຂອງການຜັນຂະຫຍາຍບັນດາຂໍ້ລິເລີ່ມຄື: ພື້ນຖານໂຄງລ່າງຕາໜ່າງສາຍຕິດຕໍ່ພົວພັນໂດຍກົງອາຊຽນ ໃນວິວັດທະນາການ ADMM, ເອກະສານຫຼີກລ້ຽງການແຕະຕ້ອງທາງອາກາດ ສຳລັບ ເຮືອບິນທະຫານ, ເຄືອຂ່າຍນັກຊ່ຽວຊານການປ້ອງກັນປະເທດອາຊຽນດ້ານເຄມີ, ຊີວະຊາດ…
ຍສໝ - ທ່ານ ເຈິ່ນຕວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມໃຫ້ຮູ້ວ່າ: ສັນຍາ RCEP ໄດ້ເລີ່ມເຄື່ອນໄຫວແຕ່ເດືອນ ພະຈິກ 2012 ຢູ່ Phnom Penh ປະເທດ ກຳປູເຈຍ ເໝືອນດັ່ງຂໍ້ລິເລີ່ມຂອງ ອາຊຽນເພື່ອແນໃສ່ສົ່ງເສີມການຄ້າລະຫວ່າງ ບັນດາປະເທດອາຊຽນ ແລະ 6 ປະເທດຄູ່ຮ່ວມມືຄື: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ ແລະ ສ.ເກົາຫຼີ ໂດຍແມ່ນບັນປະເທດທີ່ລ້ວນແຕ່ມີສັນຍາການຄ້າເສລີກັບ ອາຊຽນ.
ຍສໝ - ການເຈລະຈານະໂຍບາຍປ້ອງກັນຊາດແມ່ນພື້ນຖານສຳຄັນເພື່ອປະຕິບັດການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ການາດາ ເຂົ້າສູ່ລວງເລິກ.
ຍສໝ - ຕອນບ່າຍວັນທີ 24 ທັນວາ 2019, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບການນໍາ, ພະນັກງານ, ຄູອາຈານສະຖາບັນການຕ່າງປະເທດຫວຽດນາມ.
ຍສໝ - ສື່ມວນຊົນ ແລະ ສື່ສານມີບົດບາດສຳຄັນໃນການເຮັດໃຫ້ພາສາຫວຽດນາມ ເປັນປະຈຸບັນ ແລະ ແຜ່ລາມອອກໄປທົ່ວປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ. ຜ່ານບັນດາບົດຂ່າວ, ບົດລາຍງານ, ໂຄງການສິດສອນ ແລະ ເວທີດີຈີຕອນ, ຂໍ້ມູນກ່ຽວກັບການອະນຸລັກຮັກສາ, ຮຽນຮູ້ ແລະ ນຳໃຊ້ພາສາຫວຽດນາມ ໄດ້ຮັບການຖ່າຍທອດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມຂອງສັງຄົມ ແລະ ເຊື່ອມໂຍງກັບຄົນລຸ້ນໃນຕ່າງປະເທດກັບກົກເຄົ້າເຫງົ້າກໍ.
ຍສໝ - ຕອນຄ່ຳວັນທີ 16 ພະຈິກ, ຕາມເວລາທ້ອງຖິ່ນ, ພາຍຫຼັງເດີນທາງໄປຮອດນະຄອນ Rio de Janeiro, ປະເທດ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາໄດ້ມີການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ແຫ່ງນີ້.