ອ​າ​ຊຽນ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ອາ​ຊຽນຂັ້ນ​ສູງ​ຄັ້ງ​ທີ 35 ແລະ ບັນ​ດາກອງ​ປະ​ຊຸມ​ຂັ້​ນ​ສູງ​ທີ່​ກ່ຽວ​ຂ້ອງ

09:48 | 20/09/2019

ຍສໝ - ໃນລະຫວ່າງວັນທີ 16 – 19 ກັນຍາ, ຢູ່ບາງກອກໄດ້ດຳເນີນກອງປະຊຸມປຶກສາຫາລືລວມ (JCM) ເພື່ອກະກຽມໃຫ້ແກ່ກອງປະຊຸມອາຊຽນຂັ້ນສູງຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ.

ອ​າ​ຊຽນ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ອາ​ຊຽນຂັ້ນ​ສູງ​ຄັ້ງ​ທີ 35 ແລະ ບັນ​ດາກອງ​ປະ​ຊຸມ​ຂັ້​ນ​ສູງ​ທີ່​ກ່ຽວ​ຂ້ອງ

ອ​າ​ຊຽນ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ອາ​ຊຽນຂັ້ນ​ສູງ​ຄັ້ງ​ທີ 35 ແລະ ບັນ​ດາກອງ​ປະ​ຊຸມ​ຂັ້​ນ​ສູງ​ທີ່​ກ່ຽວ​ຂ້ອງ.(ພາບ:baochinhphu.vn)

ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ. ກອງປະຊຸມປຶກສາຫາລືລວມ (JCM) ເພື່ອກະກຽມໃຫ້ແກ່ກອງປະຊຸມອາຊຽນຂັ້ນສູງຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ, SOM ອາຊຽນ+3, SOM ຂັ້ນສູງ ອາຊີຕາເວັນອອກ (EAS), ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານສະພາ ປະສານງານ ອາຊຽນກ່ຽວກັບເລື່ອງ Timor-Leste ສະເໜີຢາກເປັນສະມາຊິກອາຊຽນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວກຢຸງ ໄດ້ຕີລາຕາສູງບົດບາດປະທານອາຊຽນຂອງ ໄທ ໃນການຊຸກຍູ້ຜັນຂະຫຍາຍບັນດາບຸລິມະສິດຂອງ ອາຊຽນເວົ້າລວມ ແລະ ປີ 2019 ເວົ້າສະເພາະ, ຢັ້ງຢືນວ່າຈະສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນ, ແທດຈິງບັນດາບຸລິມະສິດຂອງອາຊຽນເວົ້າລວມ ແລະ ປີ 2019 ເວົ້າສະເພາະ, ຫັນການປະຕິບັດປະຊາຄົມອາຊຽນທີ່ “ມຸ່ງໄປສູ່ປະຊາຊົນ, ຖືປະຊາຊົນເປັນໃຈກາງ” ໃຫ້ປະກົດຜົນເປັນຈິງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.