ກອງປະຊຸມສຳມະນາ “ເພີ່ມທະວີການພົວພັນກັບນັກລົງທຶນ”

19:36 | 08/12/2020

ຍ​ສ​ໝ - ໃນລະຫວ່າງວັນທີ 7 – 8 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການເງິນ ຫວຽດນາມ ໄດ້ສົມທົບກັບກອງທຶນເງິນຕາສາກົນ (IMF) ແລະ ບັນດານັກຊ່ຽວຊານສາກົນເພື່ອຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເພີ່ມທະວີການພົວພັນກັບນັກລົງທຶນ”.

EVN ໄດ້ເຊັນບົດບັນທຶກ ຊື້ໄຟຟ້າກັບບັນດານັກລົງທຶນໂຄງການໄຟຟ້າປະເທດລາວ
ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ
ກອງປະຊຸມສຳມະນາ “ເພີ່ມທະວີການພົວພັນກັບນັກລົງທຶນ”
ກອງ​ປະ​ຊຸມ​ສຳ​ມ​ະ​ນາ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ນັກ​ລົງ​ທຶນ (ພາບ: TTXVN)

ທ່ານເຈືອງຮຸ່ງລອງ, ຫົວໜ້າກົມຄຸ້ມຄອງໜີ້ສິນ ແລະ ການເງິນຕ່າງປະເທດ (ກະຊວງການເງິນ), ໃຫ້ຮູ້ວ່າ ບົດບາດ, ທີ່ຕັ້ງຂອງ ຫວຽດນາມຢູ່ຕົ້ນໄລຍະ 2021 – 2025 ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ. ຫວຽດນາມມີໂອກາດໄດ້ສຳຜັດກັບຕະຫຼາດທຶນການຄ້າທີ່ກວ້າງໃຫຍ່, ສາມາດມີຄວາມເປັນເຈົ້າການ, ໄຫວພິບກ່ວາກ່ຽວກັບການລະດົມ ແລະ ນຳໃຊ້ທຶນ.

ຜູ້​ຕາງ​ກະ​ຊ​ວງ​ການ​ເງິນ​ກໍ່​ໃຫ້​ຮູ້​ວ່າ, ການ​ເພີ່ມ​ທະ​ວີ​ການ​ພົບ​ປະ ແລະ ຮັກ​ສາ​ການ​ຕ​ິດ​ຕໍ່​ພົວ​ພັນ​ກັບ​ນັກ​ລົງ​ທຶ​ນ ແມ່ນ​ໜ້າ​ທີ່​ສຳ​ຄັນ ເພື່ອ​ຮັບ​ປະ​ກັນ​ການ​ສົ່ງ​ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ທີ່​ມີ​ລັກ​ສະ​ນະ​ແບບ​ມະ​ຫາ​ພາກ, ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ ຢ່າ​ງ​ທັນ​ການ, ຖືກ​ຕ້ອງ ແບະ ບັນ​ດາ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ໄປ​ຍັງ​ປະ​ຊາ​ຄົມ​ນັກ​ລົງ​ທຶນ. ສ່ວນຜູ້​ຕາງ​ໜ້າ IMF ​ຖື​ວ່າ ເປົ້າ​ໝາຍ ແລະ ຫຼັກ​ການ​ໃນ​ການ​ພົວ​ພັນ​ກັບ​ນັກ​ລົງ​ທຶນ ແມ່ນ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວ​ສານ, ຄວາມ​ສາ​ມາດ​ໃນ​ການ​ສຳ​ຜັດ​ກັບ​ລັດ​ຖະ​ບານ​ເພື່ອ​ເຮັດ​ໃຫ້​ແຈ້ງ​ບັນ​ດາ​ຂໍ້​ມູນ.

ຢູ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ ກໍ່ປຶກສາຫາລືກ່ຽວກັບການປະຕິບັດຕົວຈິງຂອງການຜັນຂະຫຍາຍກ່ຽວກັບການພົວພັນກັບນັກລົງທຶນໃນປັດຈຸບັນ, ວິວັດການສົມທົບກັນລະຫວ່າງ ບັນດາອົງການ ແລະ ບັນດາລະບຽບການກ່ຽວກັບການເປີດເຜີຍ, ລາຍງານ, ຂໍ້ມູນ. ກອງປະຊຸມສຳມະນາ ໄດ້ດຳເນີນໃນສະພາບການ ລັດຖະບານ ຫວຽດນາມ ພວມສ້າງບັນດາເອກະສານສຳຄັນ, ລາຍງານຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາການກຳນົດທິດການພັດທະນາເສດຖະກິດ ສັງຄົມ, ຄຸ້ມຄອງປີການເງິນ, ໜີ້ສາທາລະນະ... ໃຫ້ແກ່ໄລຍະ 2021 – 2025.

EVN ໄດ້ເຊັນບົດບັນທຶກ ຊື້ໄຟຟ້າກັບບັນດານັກລົງທຶນໂຄງການໄຟຟ້າປະເທດລາວ

ຍສໝ - ໃນວັນທີ 6 ທັນວາ 2020 ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການລະຫວ່າງ ລັດຖະບານສອງປະເທດຫວຽດນາມ - ລາວ, ໂດຍພາຍໃຕ້ການເປັນສັກຂີພິຍານ ຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທອງລຸນ ສີສຸລິດ, ທ່ານ ເຈີນດີງເຍີນ - ...

ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ

ມາຮອດປະຈຸບັນ, ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ, ຕົກອັນດັບທີ 3 ໃນບັນດານັກລົງທຶນຢູ່ລາວ. ພິເສດ, ຢູ່ 10 ແຂວງຊາຍແດນຂອງ ສປປ ລາວ, ໄດ້ມີ 110 ໂຄງການລົງທຶນໂດຍກົງຂອງບັນດານັກລົງທຶນຫວຽດນາມ ...

ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນລັດ​ເຊຍ

ຍ​ສ​ໝ - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ເສດຖະກິດຂອງ ຫວຽດນາມ ຈະເຕີບໂຕສູງ ແລະ ຄວາມຕ້ອງການດ້ານພະລັງງານແມ່ນໃຫຍ່ຫລວງທີ່ສຸດ ແລະ ແມ່ນກາລະໂອກາດການຮ່ວມມືໃຫຍ່ຫລວງໃຫ້ແກ່ບັນດານັກລົງທຶນທີ່ມີທ່າແຮງຂອງລັດເຊຍ ໃນຂົງເຂດນີ້.

​ບຸນ​ຄົງ

ເຫດການ