ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ

08:02 | 29/09/2022

ຕອນບ່າຍວັນທີ 28 ກັນຍາ (ຕາມເວລາ ທ້ອງຖິ່ນ), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບ ພະເຈົ້າຈັກກະພັດຍີ່ປຸ່ນ Naruhino ເນື່ອງໃນໂອກາດເຂົ້າຮ່ວມພິທີສົບລະດັບຊາດທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo.

ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ
ທ່ານ​ປະ​ທ​ານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ເວດ, ອິດ​ສະ​ລາ​ແອັນ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ ທ່ານ​ປະ​ທ​ານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ເວດ, ອິດ​ສະ​ລາ​ແອັນ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ
ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບ ພະເຈົ້າຈັກກະພັດຍີ່ປຸ່ນ Naruhino (ພາບ:  AFP)
ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບ ພະເຈົ້າຈັກກະພັດຍີ່ປຸ່ນ Naruhino (ພາບ: AFP)

ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ການພັດທະນາຢ່າງແຮງ, ຮອບດ້ານ ແລະ ແທດຈິງ ຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດໃນບັນດາຂົງເຂດ, ພ້ອມທັງສະແດງໃຫ້ເຫັນຄວາມເຄົາລົບ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ ຍີ່ປຸ່ນ ເຊິ່ງເປັນປະເທດທຳອິດໜູນຊ່ວຍ ວັກຊິນ ໃຫ້ ຫວຽດນາມ ແລະ ຫຼາຍວັດຖຸອຸປະກອນການແພດໃນການປ້ອງກັນຕ້ານໂຄວິດ - 19. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ໃນນາມສ່ວນຕົນຂອງທ່ານ ໄດ້ເຊື້ອເຊີນ ພະເຈົ້າຈັກກະພັດຍີ່ປຸ່ນ ແລະ ພະມະເຫສີ ມາຢ້ຽມຢາມ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ຍີ່ປຸ່ນໃນປີ 2023, ທ່ານກໍ່ຢັ້ງຢືນວ່າ ນີ້ຈະແມ່ນເຫດການທີ່ມີຄວາມໝາຍອັນຍິ່ງໃຫຍ່ຕໍ່ການພົວພັນລະຫວ່າງສອງປະເທດ.

ສ່ວນ ພະເຈົ້າຈັກກະພັດ ຍີ່ປຸ່ນ ໄດ້ສະແດງຄວາມຂອບອົກຂອບໃຈ ທ່ານປະທານປະເທດ ຫງວຽນຊວັນຟຸກ ນຳໜ້າຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ພິທີສົດລະດັບຊາດ, ທ່ານກໍ່ຖືວ່າ ນີ້ແມ່ນການຮັບຮູ້ພິເສດ ຕໍ່ການປະກອບສ່ວນຂອງທ່ານອະດີດນາຍົກລັດຖະມົນຕີ Abe ເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ຍີ່ປຸ່ນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.