ເນື່ອງໃນໂອກາດການຢ້ຽມຢາມລາວ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ລາວ (5-9-1962 / 5-9-2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977 / 18-7-2022) ຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ນໍາໂດຍທ່ານ ຫວໍວັນເຖື໋ອງ ຜູ້ປະຈໍາການຄະນະເລຂາທິການ, ຕອນບ່າຍວັນທີ 18 ກໍລະກົດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ຕອນບ່າຍວັນທີ 18 ກໍລະກົດ, ທີ່ສໍານັກງານສູນກາງພັກ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດລາວ ນໍາໂດຍທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ລາວ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ.
ຕອນເຊົ້າວັນທີ 15 ກໍລະກົດ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ນໍາໂດຍທ່ານພົນຕີ ຝຸ່ງຊີ໊ເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ໄປອວຍພອນຢູ່ສະຖານທູດລາວ ປະຈໍາຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962 / 5-9-2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ (18-7-1977 / 18-7-2022).
ຫວ່າງແລ້ວນີ້, ທີ່ຫໍວັດທະນະທໍາຊາວໜຸ່ມນະຄອນໂຮ່ຈີມິນ ດໍາເນີນລາຍການວັັນບຸນຄອບຄົວດ້ວຍຫົວຂໍ້ວ່າ “ຄອບຄົວ ຫວຽດນາມ-ລາວ-ກໍາປູເຈຍ”.
2 ປະເທດລ້ວນແຕ່ມີຄວາມເອກອ້າງທະນົງໃຈເມື່ອເຫັນວ່າ ນ້ຳໃຈສາມັກຄີແບບພິເສດສັດຊື່ບໍລິສຸດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ໄດ້ ແລະພວມໄດ້ຮັບການປັບປຸງ, ປ່ຽນແປງໃໝ່ ແລະພັດທະນາ...
ໃນຊຸມປີຜ່ານມາ, ໂດຍປະຕິບັດໂຄງການສົ່ງເສີມການກະເສດໃນບໍລິເວນ 4 ກຸ່ມບ້ານຂອງສອງແຂວງຊຽງຂວາງ ແລະແຂວງໄຊສົມບູນ, ປະເທດລາວ, ບໍລິສັດແຮ່ທາດ ແລະຫຼອມໂລຫະ ວຽງຈັນ ຈຳກັດຜູ້ດຽວ (ທີ່ຂຶ້ນກັບບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4) ມີຫຼາຍຮູບແບບທີ່ມີປະສິດທິຜົນ, ຊ່ວຍປະຊາຊົນລາວ ພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງປະເທດ...
ທ່ານ ຫງວຽນແມ້ງຮຸ່ງ ອະດີດເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຢັ້ງຢືນວ່າ ການພົວພັນຫວຽດນາມ-ລາວ ອາດສາມາດພັນລະນາດ້ວຍຄໍາສັບທີ່ວ່າ “ຄວາມຜູກພັນຮັກໄຄ່”.
ຕອນບ່າຍວັນທີ 10 ມິຖຸນາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມການພົບປະສັງສັນກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ລາວ.
ໃນຂອບເຂດການໄປຢ້ຽມຢາມ ແລະເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 7-11 ມິຖຸນາ, ຕອນບ່າຍວັນທີ 7 ມິຖຸນາ ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນຄະນະສາສະໜາລັດຖະບານຫວຽດນາມ ໂດຍທ່ານ ຫວູຮວ່າຍບັ໊ກ ຫົວໜ້າຄະນະ ນຳໜ້າໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນຄະນະກຳມະການສູນກາງແນວລາວສ້າງຊາດ ນຳໂດຍທ່ານ ຈັນເພັງ ສຸດທິວົງ, ຮອງປະທານສູນກາງແນວລາວສ້າງຊາດ.
ຍສໝ- ວັນທີ 13 ມິຖຸນາ, ທີ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກເປັນປະທານ ໄດ້ຈັດຕັ້ງ ການປະກວດ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022.
ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ຫາກໍ່ສົມທົບກັບສະມາຄົມມິດຕະພາບລາວ-ຫວຽດນາມ ຢູ່ແຂວງຈັດຕັ້ງບັນດາກິດຈະກໍາຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ 2022.
ການປະຕິວັດອຸດສາຫະກໍາ ຄັ້ງທີ 4 ພວມດໍາເນີນໄປຢ່າງແຮງ, ໃນສະພາບການວິທະຍາສາດ ແລະເຕັກໂນໂລຢີພວມກາຍເປັນປັດໄຈຕົ້ນຕໍຍົກສູງສະມັດຕະພາບ, ຄຸນນະພາບ, ກໍາລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະລາວ ໄດ້ຮັບການຍູ້ແຮງ, ປະຕິບັດຢ່າງມີປະສິດທິຜົນ ແລະແທດຈິງ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ສອງປະເທດ.
ຍສໝ - ເມື່ອເນື່ອງໃນໂອກາດບຸນປີໃໝ່ລາວ 2022, ວັນທີ 4 ເມສາ, ຄະນະສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ໄປຢ້ຽມຢາມ ແລະອວຍພອນ ບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈໍາ ຮ່າໂນ້ຍ.
ຍສໝ - ໃນປີທີ່ຜ່ານໆມາ, ຄະນະພັກກອງບັນຊາການທະຫານຊາຍແດນແຂວງດ໊ຽນບ່ຽນ ໄດ້ຊີ້ນຳບັນດາກອງກຳລັງຕ່າງໆເພີ່ມທະວີການປະສານສົບທົບກັບອຳນາດການປົກຄອງ, ກອງກຳລັງປ້ອງກັນຊາຍແດນຂອງລາວ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີໃນບັນດາສົນທິສັນຍາ, ອະນຸສັນຍາ ແລະ ລະບຽບການກ່ຽວກັບຊາຍແດນ ແລະ ດ່ານຊາຍແດນ; ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືມິດຕະພາບພິເສດ, ປົກປັກຮັກສາ ແລະ ສ້າງສາຊາຍແດນຢ່າງສັນຕິ ແລະ ພັດທະນາຂະຫຍາຍຕົວ...
ຍສໝ - ວັນທີ 22 ມີນາ ທີ່ແຂວງໄຊສົມບູນ (ລາວ), ຄະນະກຳມະການຮ່ວມມືຫວຽດນາມ-ລາວ ໄດ້ປະສານສົມທົບກັບຄະນະກຳມະການຮ່ວມມືລາວ-ຫວຽດນາມ ຈັດຕັ້ງພິທີວາງສີລາເລີກການກໍ່ສ້າງ ແລະ ມອບບາງໂຄງການ, ການຊ່ວຍເຫຼືອທີ່ບໍ່ຕ້ອງທົດແທນຄືນຂອງຫວຽດນາມມອບໃຫ້ແກ່ລາວ.
ຍສໝ - ຕອນບ່າຍວັນທີ 2 ມີນາ, ສະຫະພັນການຈັດຕັ້ງມິດຕະພາບນະຄອນເກິນເທີ (ສະຫະພັນເກິນເທີ) ໄດ້ມີວາລະປະຊຸມເຮັດວຽກຮ່ວມກັບຄະນະບໍຫານງານສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນເກິນເທີ, ສົນທະນາແຜນການຈັດກິດຈະກຳການເຄື່ອນໄຫວຕ່າງໆເພື່ອລະນຶກຄົບຮອບ 60 ປີ ວັນສ້າງການພົວພັນການທູດ (5/9/1962-5/9/2022) ແລະ ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2022).
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງໃນລະຫວ່າງວັນທີ 8 – 10 ມັງກອນ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ, ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28 – 29 ທັນວາ. ວັນທີ 28 ທັນວາ, ຢູ່ເຮືອນຮັບແຂກລັດຖະບານ, ລັດຖະມົນຕີການ ຕ່າງປະເທດ 2 ທ່ານໄດ້ເປັນປະທານຮ່ວມປຶກສາຫາລືການເມືອງຂັ້ນລັດຖະມົນ ຕີການຕ່າງປະເທດຫວຽດນາມ - ລາວ ຄັ້ງທີ 8.
ຍສໝ - ຫວ່າງແລ້ວນີ້, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ, ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດລາວ ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດສາກົນດ້ວຍຫົວຂໍ້ “ບົດບາດຂອງວັດທະນະທໍາ, ມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່, ພັດທະນາ ຢູ່ຫວຽດນາມ ແລະລາວ”.
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມີການເຈລະຈາກັບສູນກາງສະຫະພັນກໍາມະບານລາວ.