ປີສາມັກຄີມິດຕະພາບຫວຽດລາວ 2022:

ຈຸດເວລາຍົກສູງສາຍພົວພັນຫວຽດນາມ-ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່

05:46 | 27/09/2022

ຍສໝ - ວັນທີ 08 ມັງກອນ 2022 ທີ່ນະຄອນຫຼວງຮ່າໂນ້ຍ, ຕາງຫນ້າການນໍາຂັ້ນສູງພັກ ແລະ ລັດສອງປະເທດຫວຽດນາມ-ລາວ, ທ່ານ ຟ້າມມີງຈິ້ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປີດ"ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ - ຫວຽດນາມ 2022” ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977 - 18 ກໍລະກົດ 2022); ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ-ລາວ ຄົບຮອບ 60 ປີ (05 ກັນຍາ 1962 - 05 ກັນຍາ 2022).

ແຂວງ Buenos Aires ຖືການຮ່ວມມືດ້ານກະສິກຳ ແລະ ພະລັງງານກັບຫວຽດນາມ ເປັນສຳຄັນ ແຂວງ Buenos Aires ຖືການຮ່ວມມືດ້ານກະສິກຳ ແລະ ພະລັງງານກັບຫວຽດນາມ ເປັນສຳຄັນ
ໜູນຊ່ວຍຊາວໜຸ່ມ ແລະ ເດັກນ້ອຍ ໃນການຮັບມືກັບພະຍາດໂຄວິດ-19 ໜູນຊ່ວຍຊາວໜຸ່ມ ແລະ ເດັກນ້ອຍ ໃນການຮັບມືກັບພະຍາດໂຄວິດ-19

ປີສາມັກຄີມິດຕະພາບແມ່ນຂີດໝາຍປະຫວັດສາດຂອງສາຍພົວພັນລະຫວ່າງສອງປະເທດ ພ້ອມກັນນັ້ນກໍ່ແມ່ນໂອກາດທີ່ພັກ, ລັດ ຂອງສອງປະເທດເພີ່ມທະວີການໂຄສະນາ, ສຶກສາອົບຮົມໃຫ້ພະນັກງານ, ລັດຖະກອນ, ກອງທັບ ແລະ ທົ່ວປວງຊົນ, ໂດຍສະເພາະແມ່ນໄວຫນຸ່ມໄດ້ຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈຢ່າງເລີກເຊີ່ງກວ່າເກົ່າຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ. ການເຄື່ອນໄຫວຕ່າງໆໃນ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ - ຫວຽດນາມ 2022” ຈະໄດ້ຮັບການຈັດຕັ້ງຕະຫຼອດປີ 2022 ນີ້. ແຕ່ບັນດາການເຄື່ອນໄຫວສໍາຄັນໄດ້ຈັດຂຶ້ນໃນເດືອນພຶດສະພາ, ກໍລະກົດ, ກັນຍາ, ທັນວາ. ນີ້ແມ່ນຈຸດເວລາທີ່ທັງສອງປະເທດຫວຽດນາມ-ລາວ ພ້ອມກັນຈັດຕັ້ງການສະເຫຼີມສະຫຼອງວັນເກີດຂອງ ປະທານ ໂຮ່ຈິມິນ ຄົບຮອບ 132 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 102 ປີ; ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ ຄົບຮອບ 45 ປີ, ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ-ລາວ ຄົບຮອບ 60 ປີ ແລະ ວັນຊາດຂອງທັງສອງປະເທດ.

ໂດຍຕອບສະໜອງປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ-ຫວຽດນາມ 2022, ສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ຮ່ວມມືກັບ ສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ ຈັດຕັ້ງການເຄື່ອນໄຫວໃຫຍ່ຈໍານວນໜຶ່ງດັ່ງນີ້:

ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ, ລາວ-ຫວຽດນາມ ເທື່ອທີ V ພາຍໃຕ້ຫົວຂໍ້ “ພ້ອມກັນເຄື່ອນທັບເທິງສາຍພູຫຼວງ-ເສັ້ນທາງໂຮ່ຈິ້ມິນ” ໂດຍມີ ການເຂົ້າຮ່ວມຂອງຜູ້ແທນຫວຽດນາມ 60 ທ່ານ ແລະ ຜູ້ແທນລາວ 60 ທ່ານ, ຕາງຫນ້າໃຫ້ສະມາຄົມບັນດາແຂວງ, ຕົວເມືອງ ແລະ ບັນດາສະມາຊິກທີ່ດີເດັ່ນ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນທີ່ຍິ່ງໃຫຍ່, ມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ- ລາວ, ລາວ-ຫວຽດນາມ.

ຄະນະຜູ້ແທນ VUFO,  ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ມອບເຄື່ອງຂອງຊ່ວຍເຫຼືອໃຫ້ແກ່ປະຊາຊົນລາວ ເພື່ອຕ້ານພະຍາດໂຄວິດ-19.

ຜູ້ຕາງໜ້າ VUFO, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຢູ່ ລາວ ມອບປື້ມໃຫ້ແກ່ ປະທານສະພາແຫ່ງຊາດລາວ.

ງານມະໂຫລານມິດຕະພາບປະຊາຊົນສອງປະເທດຫວຽດນາມ-ລາວ ເທື່ອທີ V ຈັດຂຶ້ນຢ່າງສະຫງ່າຜ່າເຜີຍຢູ່ສອງແຂວງກວາງຈີ້ (ຫວຽດນາມ) ແລະ ແຂວງສະຫວັນນະເຂດ (ລາວ).

ສົງຄາມໄດ້ຜ່ານພົ້ນໄປດົນນາມແລ້ວ, ແຂວງກວາງຈີ້ ແລະ ແຂວງສະຫວັນນະເຂດ ໄດ້ຮັບການຟື້ນຟູຄືນໃໝ່, ຊິວີດການເປັນຢູ່ຂອງປະຊາຊົນໄດ້ຮັບການປ່ຽນແປງໄປແຕ່ລະມື້. ແຕ່ໃນການສູ້ຮົບປົດປ່ອຍປະເທດຊາດຂອງສອງຊາດຫວຽດນາມ ແລະ ລາວ ກ່ອນນີ້, ດິນແດນຂອງສອງແຂວງນີ້ໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ດຸເດືອດທີ່ສຸດ.

ວັນທີ 19 ພຶດສະພາ 1959, ກອງປະຕິບັດງານການທະຫານພິເສດໄດ້ຮັບການສ້າງຕັ້ງ. ພັນໂທ ຫວໍ້ເບີ້ມ ຊຶ່ງເປັນລູກຫຼານຂອງແຂວງ ກວາງງ້າຍ - ແຜ່ນດິນທີ່ປ່ຽນລົ້ນໄປດ້ວຍມູນເຊື້ອປະຕິວັດ - ຮັກຊາດ,ໄດ້ຮັບການມອບໝາຍໜ້າທີ່ເປັນຫົວຫນ້າກອງປະຕິບັດງານຈາກກະຊວງປ້ອງກັນປະເທດຫວຽດນາມ. ຄະນະປະຕິບັດງານການທະຫານພິເສດມີເຄື່ອງໝາຍແມ່ນຄະນະ 559 (ຈັດຕັ້ງໃນເດືອນ ພຶດສະພາ ປີ 1959), ກົມການເມືອງສູນກາງພັກ ແລະ ຄະນະພັກການທະຫານສູນກາງ ມອບໝາຍຫນ້າທີ່: “ເປີດເສັ້ນທາງຍຸດທະສາດເທິງສາຍພູຫຼວງ”.

ຜ່ານຜ່າຄວາມຫຍຸ້ງຍາກ, ຄວາມລໍາບາກ, ຄວາມເສຍສະຫຼະ, ເລີ່ມແຕ່ ແຄຮໍ້, ພະນັກງານນັກຮົບກອງ 559 ນັບທັງ ວັນ ແລະ ຄືນ ປິດລັບຊອກຫາເສັ້ນທາງຜ່ານແມ່ນໍ້າເບັນຫາຍ, ເຊື່ອມເສັ້ນທາງແຕ່ສາຍພູຫຼວງເຂົ້າສະໜາມຮົບພາກໃຕ້ຫວຽດນາມ ປຽບເໝືອນສາຍນໍ້າໃຕ້ພື້ນດິນທີ່ໄຫຼບໍ່ຢຸດ, ແມ່ນເສັ້ນທາງຂົນສົ່ງຍຸດທະສາດຕາເວັນອອກສາຍພູຫຼວງປຽບເໝືອນສາຍເລືອດລໍາລຽງໂດຍກົງທັງກໍາລັງ, ອາວຸດຍຸດໂທປະກອນການທະຫານ, ກະຈາຍໄປທົ່ວບັນດາແຂວງຢູ່ພາກໃຕ້ຂອງພາກກາງຫວຽດນາມ ແລະ ໄຕງວຽນ.

ຕໍ່ໜ້າສະພາບການຖີ້ມລະເບີດຢ່າງຮ້າຍແຮງຂອງສັດຕູ ແລະ ຄວາມຕ້ອງການລໍາລຽງຂົນສົ່ງໃຫ້ບັນດາສະໜາມຮົບຢູ່ພາກໃຕ້ຫວຽດນາມ ແລະ ບັນດາຖານທີ່ໝັັ້ນການປະຕິວັດຂອງພາກກາງ ແລະ ພາກໃຕ້ລາວນັບມື້ນັບຫຼາຍ. ບັນດາກົມກອງເຮັດຫນ້າທີ່ເປີດເສັ້ນທາງໄດ້ປ່ຽນຫັນທິດທາງ, ແຕ່ພາກຕະເວັນອອກປ່ຽນເປັນພາກຕາເວັນຕົກຂອງສາຍພູຫຼວງ.

ເສັ້ນທາງສາຍພູຫຼວງ “ເສັ້ນທາງໂຮ່ຈິ້ມິນ" ໄດ້ກາຍເປັນຕໍານານ ຍ້ອນພະລັງທີ່ມີຊິວີດທົນທານໜຽວແໜ້ນພິລະອາດຫານ, ແມ່ນມະນະຈິດປຽບເໝືອນເຫຼັກກ້າຂອງກໍາລັງປະກອບອະວຸດປະຕິວັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ. ເປັນເສັ້ນທາງຕຳນານຍ້ອນແມ່ນສາຍທາງທີ່ໂດດເດັ່ນຂອງສິລະປະຍຸດການທະຫານຫວຽດນາມໃນຍຸກໂຮ່ຈິ້ມິນ. ເປັນແຕຳນານກໍ່ຍ້ອນວ່າກອງທັບ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ໄດ້ພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍທີ່ໂຫດຮ້າຍທີ່ສຸດນັ້ນເພື່ອຕີເອົາຊະນະສັດຕູທີ່ເຂັ້ມແຂງທີ່ສຸດ, ໂຫດຮ້າຍສຸດໃນໂລກ. ເປັນຕຳນານຍ້ອນວ່າເປັນພັນປີມາແລ້ວຄົນ ຫວຽດນາມ ແລະ ຄົນລາວ ເຄີຍໄດ້ດຳລົງຊີວິດທີ່ຖືກຕ້ອງປອງດອງນໍາກັນ, ເຈື່ອງເຊີນ-ພູຫຼວງ ແມ່ນພື້ນທີ່ລວມເພື່ອຄວາມຄົງຕົວຮ່ວມກັນ. ແຕ່ເມື່ອມີສັດຕູພາຍນອກມາຮຸກຮານ, ປະຊາຊົນສອງຊາດຫວຽດ-ລາວ ໄດ້ຮ່ວມເປັນຮ່ວມຕາຍນໍາກັນ: “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ແບ່ງປັນກັນ”. ປະຊາຊົນລາວບັນດາເຜົ່າ ແລະ ກໍາລັງປະກອບອາວຸດລາວໄດ້ຮັກຫອມຕ່ອມຕູ້ມ, ຮັກແພງພະນັກງງານນັກຮົບຂອງກອງທັບປະຊາຊົນຫວຽດນາມຄືກັບອ້າຍນ້ອງຄີງຂອງຕົນ.

ມີເວລາທີ່ສັດຕູຖີ້ມລະເບີດຢ່າງດຸເດືອດທີ່ສຸດ, ເສັ້ນທາງລໍາລຽງບໍ່ທັນລຸລ່ວງ, ຂາດສະບຽງອາຫານ, ປະຊາຊົນລາວຢູ່ຕາມຫຼາຍໝູ່ບ້ານລຽບຕາມສາຍທາງຂົນສົ່ງພູຫຼວງເບື້ອງຕາເວັນຕົກໄດ້ແບ່ງເອົາມັນຕົ້ນຫົວສຸດທ້າຍໃຫ້ທະຫາານຫວຽດນາມ.

ຮູບພາບແມ່ ການເຈຍ (ຄົນລາວ) ໄດ້ຄັ້ນນໍ້ານົມຢາດສຸດທ້າຍແທນທີ່ຈະແພງໃຫ້ລູກນ້ອຍຂອງຕົນແຕ່ເພິ່ນໄດ້ແບ່ງປັນໃຫ້ນັກຮົບຫວຽດນາມທີ່ກໍາລັງຖືກບາດເຈັບໜັກເພື່ອກອບກູ້ເອົາຊີວິດ, ເປັນອານຸສອນແຫ່ງຄວາມຊົງຈໍາທີ່ສະແດງໃຫ້ເຫັນຄວາມມີຊິວີດຊີວາຂອງໄລຍະປະຫວັດສາດໜຶ່ງຂອງທັງສອງຊາດຫວຽດນາມ-ລາວ ທີ່ໄດ້ຮ່ວມສູ້ຮົບ ແລະ ພ້ອມກັນກ້າວໄປເຖິງໄຊຊະນະຢ່າງສົມບູນ ໃນປີ 1975.

ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ ເທື່ອທີ V ດ້ວຍຫົວຂໍ້ “ພ້ອມກັນເຄື່ອນທັບເທິງສາຍພູຫຼວງ-ເສັ້ນທາງໂຮ່ຈິ້ມິນ” ພິທີເລີ່ມຕົ້ນເຄື່ອນທັບຈະໄດ້ຮັບການຈັດຕັ້ງຢ່າງສົມກຽດຢູ່ບ້ານເກີດເມືອງນອນຂອງທ່ານອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເລຢວນ (ແຂວງກວາງຈີ້), ບັນດາທ່ານຜູ້ແທນຫວຽດນາມ, ລາວ ຈະເຄື່ອນທັບຕາມເສັ້ນທາງເລກ 9, ເສັ້ນທາງປຽບເໝືອນສາຍເລືອດຕົ້ນຕໍເຊື່ອມຕໍ່ກັບແຂວງສະຫວັນນະເຂດ, ບ້ານເກີດເມືອງນອນຂອງທ່ານ ອະດີດເລຂາທີການໃຫຍ່ ພັກປະຊາຊົນປະຕິວັດລາວ ໄກສອນ ພົມວິຫານ.

ການຄັດເລືອກເອົາສອງແຂວງກວາງຈີ້ ແລະ ສະຫວັນນະເຂດ ຈັດງານມະໂຫລານມິດຕະພາບປະຊາຊົນສອງປະເທດຫວຽດນາມ-ລາວ ເທື່ອທີ V, ຄະນະຈັດຕັ້ງງານມີຄວາມມຸ່ງຫວັງຢາກໃໃຫ້ບັນດາທ່ານຜູ້ແທນຮັບຮູ້ເລິກເຊີ່ງກວ່າເກົ່າກ່ຽວກັບຄວາມໝາຍປະຫວັດສາດຂອງ ເສັ້ນທາງໂຮ່ຈິ້ມີນ, ຕັ້ງໜ້າໂຄສະນາຢ່າງກວ້າງຂວາງໃຫ້ປະຊາຊົນທຸກຊັ້ນຄົນກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ. ປະກອບສ່ວນເຂົ້າໃນການຫັນປ່ຽນນໍ້າໃຈ “ຜ່າສາຍພູຫຼວງເພື່ອກູ້ຊາດ” ກ່ອນນີ້ ໃຫ້ກາຍມາເປັນພະລັງແຮງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສ້າງສາຍພູຫຼວງເປັນຊາຍແດນແຫ່ງຄວາມສາມັກຄີມິດຕະພາບ, ເສດຖະກິດ-ສັັງຄົມພັດທະນາ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບມີເຂັ້ມແຂງ, ປະຊາຊົນ ຢູ່ ເຂດຊາຍແດນຫວຽດນາມ-ລາວ ມີຊີວິດການເປັນຢູ່ອີ່ມໜໍາສໍາລານ ແລະ ມີຄວາມຜາສຸກ.

ຄະນະຜູ້ແທນ VUFO,  ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ມອບເຄື່ອງຂອງຊ່ວຍເຫຼືອໃຫ້ແກ່ປະຊາຊົນລາວ ເພື່ອຕ້ານພະຍາດໂຄວິດ-19.
ຄະນະຜູ້ແທນ VUFO, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ມອບເຄື່ອງຂອງຊ່ວຍເຫຼືອໃຫ້ແກ່ປະຊາຊົນລາວ ເພື່ອຕ້ານພະຍາດໂຄວິດ-19.

ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ປະສານສົມທົບນໍາກັນພິມຈໍາໜ່າຍວາລະສານສະບັບພິເສດເປັນສອງພາສາຫວຽດ, ລາວ ພາຍໃຕ້ຊື່ “60 ປີ ມິດຕະພາບຫວຽດນາມ-ລາວ: ຮ່ວມສາຍພູຫຼວງ”. ວາລະສານສະບັບພິເສດນີ້ສຸມໃສ່ຍົກໃຫ້ເຫັນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດຂອງປະຊາຊົນສອງປະເທດ ແລະ ສະແດງໃຫ້ເຫັນແຈ້ງກ່ຽວກັບຄົນ, ແຜ່ນດິນເທິງ “ເສັ້ນທາງໂຮ່ຈີ້ມີນມະຫັດສະຈັນ”, ພິເສດແມ່ນເສັ້ນທາງຢູ່ຟາກຕາເວັນຕົກຂອງສາຍພູຫຼວງ.

ໃນໂອກາດນີ້ ສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ແລະ ສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ ໄດ້ປະສານສົມທົບນໍາກັນເພື່ອເປັນເສນາທິການໃຫ້ບັນດາອົງການທີ່ມີສິດອໍານາດ ແລະ ມີສ່ວນກ່ຽວຂ້ອງຂອງ ພັກ ແລະ ລັດ, ສະເໜີຂໍໃຫ້ພັກລັດຍ້ອງຍໍການຈັດຕັ້ງ ແລະ ບຸກຄົນ ຢູ່ສອງປະເທດ ທີ່ໄດ້ປະກອບສ່ວນຢ່າງຫຼວງຫຼາຍໂດດເດັ່ນເຂົ້າໃນການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດຫວຽດນາມ-ລາວ.

ງານມະໂຫລານມິດຕະພາບປະຊາຊົນສອງປະເທດ ຄັ້ງທີ V ເປັນແໂອກາດທີ່ສູນກາງສະມາຄົມມິດຕະພາບ ລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນໃນການກໍ່ສ້າງການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມ, ສະຫຼູບບັ້ນແຂ່ງຂັນ “ຂອງທີ່ລະນຶກກາຍເປັນເລື່ອງເລົ່າ”, ຕີລາຄາຜົນໄດ້ຮັບຂອງການຈັ້ດຕັ້ງຜັນຂະຫຍາຍໂຄງການ, ແຂ່ງຂັນເວົ້າພາສາຫວຽດເກັ່ງໃນຖັນແຖວນັກຮຽນນັກສຶກສາລາວທີ່ກໍາລັງສຶກສາຮໍ່າຮຽນ, ຄົ້ນຄ້ວາວິທະຍາສາດໃນບັນດາໂຮງຮຽນວິທະຍາໄລ ແລະ ມະຫາວິທະຍາໄລຢູ່ຫວຽດນາມ. ບົນພື້ນຖານຜົນໄດ້ຮັບ ແລະ ບົດຮຽນໃນການ ປະສານສົມທົບໃນການເຄື່ອນໄຫວໃນຫຼາຍປີທີ່ຜ່ານມາ, ສູນກາງສາມະຄົມມິດຕະພາບ ຂອງສອງປະເທດ ລາວ - ຫວຽດນາມ ຈະເອກະພາບລາຍການ, ວິທີການປະສານສົມທົບໃນການ ເຄື່ອນໄຫວ, ປະກອບສ່ວນປົກປັກຮັກສາ, ພັດທະນາສາຍພົວພັນຫວຽດນາມ - ລາວ; ໂດຍໃຫ້ຖືກຕາມບົດປາໄສຂອງເລຂາທິການໃຫຍ່ ຫງວຽນຟູຈ້ອງ ທີ່ໄດ້ກ່າວໃນພິທີວັນທີ 18 ກໍລະກົດ 2022 ທີ່ວ່າ: “ເຖິງວ່າໂລກຈະມີການປ່ຽນແປງໄປແນວໃດກໍຕາມ ແຕ່ພວກເຮົາຍັງຕັດສິນໃຈພ້ອມກັນປົກປັກຮັກສາ ແລະ ພັດທະນາສາຍພົວພັນທີ່ບໍລິສຸດຜຸດຜ່ອງ, ສະເໝີຕົ້ນສະເໝີປາຍຫວຽດນາມ-ລາວ ໂດຍຖືກຕ້ອງຕາມຄວາມມຸ່ງຫວັງຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ “ພູອາດຈະເຊາະເຈື່ອນ, ແມ່ນ້ຳອາດຈະບົກແຫ້ງ, ແຕ່ນໍ້າໃຈລະຫວ່າງຫວຽດນາມ ແລະ ລາວ ຈະໝັ້ນຄົງຂະໜົງແກ່ນຍິ່ງກວ່າພູເຂົາແລະ ແມ່ນໍ້າຕະຫຼອດໄປ”.

ບົນຈິດໃຈເປັນເຈົ້າການ, ປະດິດສ້າງ, ສະມາຄົມມິດຕະພາບຫວຽດນາມ-ລາວ ຂັ້ນຕ່າງໆ ປະຕິບັດຕາມການຊີ້ນໍາ, ນໍາພາ ຂອງພັກ ແລະ ລັດ ຢ່າງເຂັ້ມງວດ, ປະຕີບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ໄດ້ເປັນຢ່າງດີ, ປະກອບສ່ວນປົກປັກຮັກສາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ ດັ່ງ ປະທານ ໂຮ່ຈິ້ມີນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ໄດ້ລິເລີ່ມກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງ.

ເຈີ່ນວັນຕຸ້ຍ, ປະທານສະມາຄົມຕະພາບຫວຽດນາມ-ລາວ

ເຫດການ
302 Found

Found

The document has moved here.