ການຮ່ວມມືດ້ານການຄ້າ-ການລົງທຶນ ປະກອບສ່ວນປັບປຸງການພົວພັນ ຫວຽດນາມ-ລາວ

11:38 | 22/10/2022

ປະຈຸບັນການລົງທຶນຂອງຫວຽດນາມ ຢູ່ລາວ ພວມຢູ່ໃນທ່າພັດທະນາ ແລະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ ເຖິງວ່າດ້ານການຄ້າ ບໍ່ທັນສົມກັບຄວາມສາມາດບົ່ມຊ້ອນເທື່ອ.

ຫວຽດນາມ - ອັງກິດ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ຫວຽດນາມ - ອັງກິດ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ
ຊຸກຍູ້ການພົວພັນທາງດ້ານການຄ້າ, ການລົງທຶນ ຫວຽດນາມ - Venezuela ຊຸກຍູ້ການພົວພັນທາງດ້ານການຄ້າ, ການລົງທຶນ ຫວຽດນາມ - Venezuela
ສະຫາຍເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ. ພາບ: ສຳນັກຂ່າວສານຫວຽດນາມ
ສະຫາຍເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ. ພາບ: ສຳນັກຂ່າວສານຫວຽດນາມ

ຊຸກຍູ້ການທູດເສດຖະກິດ ຢູ່ລາວ ຍາມໃດກໍ່ແມ່ນໜຶ່ງໃນບັນດາຈຸດສຸມ ແລະນັບມື້ນັບກາຍເປັນຈຸດສຸມສຳຄັນກວ່າຂອງສະຖານທູດ ແລະບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳ ລາວ, ສິ່ງເຫຼ່ົານີ້ບໍ່ພຽງແຕ່ຊ່ວຍເພີ່ມທະວີການພົວພັນດ້ານເສດຖະກິດ-ການຄ້າສອງປະເທດເທົ່ານັ້ນ ຫາກຍັງຊ່ວຍພັດທະນາ ແລະປັບປຸງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ, ລາວ-ຫວຽດນາມ ອີກດ້ວຍ.

ນີ້ແມ່ນຄຳຢ້ັງຢືນຂອງສະຫາຍ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ.

ສະຫາຍ ຫງວຽນບ໊າຮຸ່ງ ເວົ້າວ່າ ການທູດເສດຖະກິດ ຢູ່ລາວ ສຸມໃສ່ເຂົ້າໃນການຊຸກຍູ້ການຮ່ວມມືການຄ້າ ແລະການລົງທຶນ. ປະຈຸບັນການລົງທຶນຂອງຫວຽດນາມ ຢູ່ລາວ ພວມຢູ່ໃນທ່າພັດທະນາ ແລະສືບຕໍ່ຍາດໄດ້ບັນດາຜົນສຳເລັດໃຫຍ່, ໃນຂະນະ ການຄ້າ ບໍ່ທັນສົມກັບຄວາມສາມາດບ່ົມຊ້ອນ ແລະຄວາມປາດຖະໜາຂອງລັດຖະບານສອງປະເທດເທື່ອ, ແຕ່ພວມໃນທ່າພັດທະນາ.

ຕາມສະຫາຍ ຫງວຽນບ໊າຮຸ່ງ, ໃນຊຸມປີຜ່ານມາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ດຳເນີນຫຼາຍວຽກງານເພື່ອຊຸກຍູ້ການທູດເສດຖະກິດ, ກ່ອນອື່ນໝົດແມ່ນວຽກງານຄົ້ນຄວ້າ, ກຳແໜ້ນສະພາບການຕະຫຼາດຢູ່ປະເທດປະຈຳຖິ່ນ, ສະພາບແວດລ້ອມລົງທຶນເພື່ອເຮັດບົດບາດໃຫ້ຄຳປຶກສາໃຫ້ແກ່ບັນດາວິສາຫະກິດຫວຽດນາມ.

ສະຖານທູດ ກໍ່ເອົາໃຈໃສ່ວຽກງານປົກປ້ອງຜົນປະໂຫຍດອັນຊອບທຳຂອງບັນດາວິສາຫະກິດຫວຽດນາມ; ສືບຕໍ່ໜູນຊ່ວຍບັນດາວິສາຫະກິດ, ບັນດານັກລົງທຶນຢາກສ້າງຕັ້ງການພົວພັນດ້ານການຄ້າກັບລາວ, ສົມທົບກັບຫ້ອງການຄ້າຫວຽດນາມ ປະຈຳ ລາວ ເພື່ອໃຫ້ຄຳປືກສາຂໍ້ມູນຂ່າວສານ, ໃຫ້ຄຳປຶກສາກ່ຽວກັບລະບອບ, ນະໂຍບາຍ, ຂໍ້ກຳນົດຂອງລັດຖະບານລາວ ກ່ຽວຂ້ອງເຖິງບັນດາຂົງເຂດ ເຊິ່ງວິສາຫະກິດ ແລະນັກທຸລະກິດ ສົນໃຈ; ສືບຕໍ່ສົມທົບ, ໜູນຊ່ວຍບັນດາອົງການຢູ່ພາຍໃນປະເທດ ຈັດຕັ້ງງານຕະຫຼາດນັດການຄ້າ ຢູ່ລາວ.

ສະຖານທູດ ສົມທົບກັບບັນດາອົງການກ່ຽວຂ້ອງຂອງລາວ ແລະຫວຽດນາມ ເພື່ອສືບຕໍ່ກຳແໜ້ນ, ຕິດຕາມ, ຕີລາຄາໝາກຜົນບັນດາໂຄງການຊ່ວຍເຫຼືອຂອງຫວຽດນາມ ຊ່ວຍເຫຼືອລັດຖະບານລາວ, ຕາມທິດຮັບປະກັນຄຸນນະພາບນັບມື້ນັບສູງ ແລະມີລັກສະນະຍືນຍົງກວ່າ; ສືບຕໍ່ຜັນຂະຫຍາຍ, ສົມທົບກັບລາວ ເພື່ອປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ.

ນອກຈາກນັ້ນ, ສະຖານທູດຫວຽດນາມ ກໍ່ກຳແໜ້ນສະພາບການຂອງບັນດາວິສາຫະກິດເພື່ອມີບັນດາມາດຕະການໜູນຊ່ວຍ ແລະຈັດຕ້ັງຫຼາຍກອງປະຊຸມສຳມະນາ, ກອງປະຊຸມ, ການແລກປ່ຽນເພື່ອແຈ້ງບັນດາບັນຫາ ເຊິ່ງວິສາຫະກິດ ສົນໃຈ, ພິເສດແມ່ນບັນດາແຜນນະໂຍບາຍ, ແນວທາງ, ບັນດາຂໍ້ກຳນົດໃໝ່ເພື່ອຊ່ວຍບັນດາວິສາຫະກິດ ມີການຕີລາຄາຖືກຕ້ອງກ່ຽວກັບສະພາບແວດລ້ອມລົງທຶນ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືລາວ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.