ຫຼາຍກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ ຄົບຮອບ 60 ປີ ຢູ່ເກິນເທີ

18:26 | 06/09/2022

ວັນທີ 5 ກັນຍາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະສະມາຄົມມິດຕະພາບຫວຽດນາມ-ລາວ ນະຄອນເກິນເທີ ຈັດຕັ້ງກອງປະຊຸມສໍາມະນາ “ນໍ້າໃຈມິດຕະພາບຫວຽດນາມ-ລາວ”.

ຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ເຢຍລະມັນ ຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ເຢຍລະມັນ
ງານ​ບຸນ​ວັດ​ທະ​ນະ​ທຳ-ອາ​ຫານ​ການ​ກິນ​ຫວຽດ​ນາມ 2022 ຈະ​ຈັດ​ຂຶ້ນ​ຢູ່​ແຂວ​ງກວາງ​ຈິ ງານ​ບຸນ​ວັດ​ທະ​ນະ​ທຳ-ອາ​ຫານ​ການ​ກິນ​ຫວຽດ​ນາມ 2022 ຈະ​ຈັດ​ຂຶ້ນ​ຢູ່​ແຂວ​ງກວາງ​ຈິ
ລາຍການສະແດງສິລະປະທີ່ກອງປະຊຸມສໍາມະນາ “ນໍ້າໃຈມິດຕະພາບຫວຽດນາມ-ລາວ”. ພາບ: sggp.org.vn
ລາຍການສະແດງສິລະປະທີ່ກອງປະຊຸມສໍາມະນາ “ນໍ້າໃຈມິດຕະພາບຫວຽດນາມ-ລາວ”. ພາບ: sggp.org.vn

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ ຄົບຮອບ 60 ປີ (5-9-1962/5-9-2022), ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງຫວຽດນາມ-ລາວ ຄົບຮອບ 45 ປີ (18-7-1977/18-7-2022) ແລະປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022.

ເຂົ້າຮ່ວມລາຍການ, ບັນດາຜູ້ແທນມີໂອກາດຫວນຄືນອະນຸສອນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ. ພ້ອມທັງສ່ອງແສງສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມລະຫວ່າງຫວຽດນາມ ແລະລາວ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະສ້າງສາປະເທດຊາດ. ຜ່ານນັ້ນ, ໂຄສະນາຢ່າງກວ້າງຂວາງເຖິງປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງການຮັກສາ, ປັບປຸງ ແລະເສີມຂະຫຍາຍສາຍພົວພັນຫວຽດນາມ-ລາວ.

ໃນວັນດຽວກັນ, ສະຫາຍ ຫງວຽນຖືກຮ້ຽນ ຮອງປະທານຄະນະກໍາມະການປະຊາຊົນນະຄອນເກິນເທີ ໄດ້ໃຫ້ການຕ້ອນຮັບສະຫາຍນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍານະຄອນໂຮ່ຈີມິນ.

ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 4 ກັນຍາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະສະມາຄົມມິດຕະພາບຫວຽດນາມ-ລາວ ນະຄອນເກິນເທີ ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ ຄົບຮອບ 60 ປີ ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ ຄົບຮອບ 45 ປີ.

la.qdnd.vn

ເຫດການ
302 Found

Found

The document has moved here.