ນຳການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ

16:37 | 20/07/2022

ເນື່ອງໃນໂອກາດການຢ້ຽມຢາມລາວ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ລາວ (5-9-1962 / 5-9-2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977 / 18-7-2022) ຂອງຄະນະຜູ້ແທນຂັ້ນສູງຫວຽດນາມ ນໍາໂດຍທ່ານ ຫວໍວັນເຖື໋ອງ ຜູ້ປະຈໍາການຄະນະເລຂາທິການ, ຕອນບ່າຍວັນທີ 18 ກໍລະກົດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືລະຫວ່າງສອງຫ້ອງວ່າການປະທານປະເທດຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ ຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືລະຫວ່າງສອງຫ້ອງວ່າການປະທານປະເທດຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ການ​ພົວ​ພັນກັບ ສ​ປຊ ແລະ ESCAP ເຂົ້າ​ສູ່​ລວງ​ເລິກ ແລະ ແທດຈິງ​ກ່​ວາເກົ່າ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ການ​ພົວ​ພັນກັບ ສ​ປຊ ແລະ ESCAP ເຂົ້າ​ສູ່​ລວງ​ເລິກ ແລະ ແທດຈິງ​ກ່​ວາເກົ່າ

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າເຖິງວ່າຈະຢູ່ໃນສະພາບການໃດກໍ່ຕາມ, ກອງທັບສອງປະເທດຍາມໃດກໍ່ຄຽງບ່າຄຽງໄຫຼ່, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປົກປັກຮັກສາໝາກຜົນການປະຕິວັດເຊິ່ງຮຸ່ນພໍ່ຮຸ່ນອ້າຍໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ. ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ ໃນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສ້າງແຜນການຈັດຕັ້ງຫຼາຍກິດຈະກຳສະເຫຼີມສະຫຼອງດ້ວຍຫຼາຍຮູບການ, ໃນນັ້ນສຸມໃສ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຝຶກແອບຝຶກຊ້ອມຮ່ວມເພື່ອຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ກໍ່ສ້າງ, ຝຶກອົບຮົມພະນັກງານ, ການທູດປະຊາຊົນ...; ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງກອງທັບສາມປະເທດຫວຽດນາມ-ລາວ-ກໍາປູເຈຍ ຈັດຕັ້ງການພົບປະປະຈຳປີລະຫວ່າງສາມລັດຖະມົນຕີກະຊວງປ້ອງກັນປະເທດ.

ນຳການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: ຫວຽດຈູງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມປາດຖະໜາວ່າ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ແລະການນຳກະຊວງປ້ອງກັນປະເທດລາວ ສືບຕໍ່ເອົາໃຈໃສ່, ຊີ້ນຳບັນດາອົງການ, ກົມກອງທີ່ກ່ຽວຂ້ອງສົມທົບກັນຜັນຂະຫຍາຍການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງປະເທດ, ສອງກອງທັບເລິກເຊິ່ງກວ່າອີກ ເພື່ອເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດສົມເປັນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ.

ສ່ວນທ່ານພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໜັກວ່າ ການຢ້ຽມຢາມໄດ້ປະກອບສ່ວນປັບປຸງ, ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ເລິກເຊິ່ງກວ່າ.

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຕີລາຄາສູງຜົນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດໃນໄລຍະຜ່ານມາ. ໃນນັ້ນ, ບັນດາອົງການ, ກົມກອງໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນເຊິ່ງການນຳກະຊວງປ້ອງກັນປະເທດສອງປະເທດໄດ້ເຫັນດີເປັນເອກະພາບໃຫ້ມີປະສິດທິຜົນ, ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການຮ່ວມມືໃນວຽກງານພັກ, ວຽກງານການເມືອງ, ການຝຶກອົບຮົມ, ບຳລຸງສ້າງພະນັກງານ, ການສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ... ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຫວັງວ່າ ອົງການທີ່ກ່ຽວຂ້ອງຂອງສອງຝ່າຍຈະສືບຕໍ່ເປັນເຈົ້າການ, ຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາເນື້ອໃນທີ່ລະບຸໃນແຜນການຮ່ວມມືປີ 2022 ເປັນຢ່າງດີ, ພ້ອມທັງເປັນເຈົ້າການແລກປ່ຽນ, ເຫັນດີເປັນເອກະພາບກັບບັນດາເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ, ນຳການຮ່ວມມືດ້ານປ້ອງກັນຊາດສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.