ຍສໝ - ນັກສະແດງຍິງເຊື້ອຊາດ ຫວຽດນາມ Kelly Marie ເຈິ່ນ ລອດເຂົ້າຕອບບັນດາຊີລາຍຊື່ ຊາວອາຊີ 100 ຄົນທີ່ມີຜົນກະທົບໃນປີ 2021.
ຍສໝ - ທ່ານເລບ໊າລິງ, ຜູ້ສ້າງຕັ້ງບໍລິສັດ Link Nature Power, ຊາວຫວຽດນາມ ອາໄສຢູ່ ໄທໃຫ້ຮູ້ວ່າ ປີ 1960 ພໍ່ຂອງທ່ານແມ່ນໜຶ່ງໃນບັນດາຊາວຫວຽດນາມ ອາໄສຢູ່ໄທ ໄດ້ປະຕິບັດຕາມຄຳຮຽກຮ້ອງຂອງ ລຸງໂຮ່, ກັບຄືນປະເທດສ້າງສາປະເທດຊາດ.
ຍສໝ - ໄລຍະທີ່ຜ່ານມາ, ພາຍລັງໄດ້ຮັບຂ່າວວ່າ ພໍ່ແມ່ປະຊາຊົນເຂດພາກກາງ ໃນນັ້ນມີ ຮ່າຕິ້ງທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກໄພນ້ຳຖ້ວມ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ອຸປະຖຳເງິນສະໜັບສະໜູນພໍ່ແມ່ປະຊາຊົນເຂດນ້ຳຖ້ວມ.
ຍສໝ - ໃນບັນຍາການສົມກຽດບົນພູເງຍລິງ, ຕໍ່ໜ້າບັນດາວິນຍານຂອງບັນດາເຈົ້າຊີວິດຮຸ່ງ, ບັນດາຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຖະຫວາຍທູບທຽນ ສະແດງຄວາມຮູບຸນຄຸນຕໍ່ຄຸນງາມຄວາມດີຂອງບັນພະບຸລຸດ, ສະແດງໃຫ້ເຫັນ ສິນທຳທີ່ວ່າ "ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ" ຂອງຊາດ, ພາວະນາຂໍໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈົ່ງມີສຸຂະພາບທີ່ເຂັ້ມແຂງ, ສາມັກຄີ, ບືນຕົວຂຶ້ນຢ່າງແຮງ ປະກອບສ່ວນເຂົ້າກຳລັງແຮງຢ່າງໃຫຍ່ຫຼວງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ໂດຍຕ່າງໜ້າສະມາຄົມ ວິທະຫາກິດ ຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານ ປີເຕີ ຮົ່ງ - ຮອງປະທານຜູ້ປະຈຳການສະມາຄົມ ໄດ້ເນັ້ນໜັກວ່າ: ເງິນຕາຈາກຜູ້ ອາໄສຢູ່ຕ່າງປະເທດ ມີຄວາມສຳຄັນສຳລັບຫຼາຍປະເທດໃນໂລກ, ພິເສດແມ່ນບັນດາປະເທດພວມພັດທະນາ. ສຳລັບຫວຽດນາມ, ເງິນຕາຈາກຜູ້ອາໄສຢູ່ຕ່າງປະເທດຍິ່ງສຳຄັນ.
ຍສໝ - ແຂວງເລິມດົ່ງໄດ້ແນະນຳໄປຍັງຄະນະປະຕິບັດງານຂອງຄະນະກຳມະການຊາວຫວຽດນາມ ໄອໄສຢູ່ຕ່ງາປະເທດ ນະຄອນ ໂຮ່ຈີມິນ ແລະ ປະຊາຄົມບັນດານັກລົງທຶນ, ວິສາຫະກິດ, ນັກທຸລະກິດ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງເລິມດົ່ງ, ສະໜອງຂໍ້ມູນບັນດາໂຄງການທີ່ພວມຮຽກຮ້ອງການລົງທຶນ.
ວັນທີ 7 ເມສາ 2021, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ອາຊຽນ ຕາມຮູບການທາງອອນລາຍ.
ຍສໝ - ລາຍງານທີ່ກອງປະຊຸມຕີລາຄາໝາກຜົນ 10 ປີແຫ່ງການລະດົມເງິນໜູນຊ່ວຍຈາກອົງການບໍ່ຂຶ້ນກັບລັດຖະບານ ສະແດງໃຫ້ເປັນວ່າ ທົ່ວແຂວງ ບິ່ງດິງ ໄດ້ຮັບ 278 ໂຄງການ, ດ້ວຍງົບປະມານ 17,2 ລ້ານ USD.
ຍສໝ - ISA ໃຫ້ຮູ້ວ່າເຫດຜົນທີ່ເຮັດໃຫ້ ຫວຽດນາມລື່ນກາຍ ສ.ເກົາຫຼີ ເພື່ອກາຍເປັນປະຊາຄົມຊາວຕ່າງປະເທດອາໄສຢູ່ ຍີ່ປຸ່ນຫຼາຍອັນດັບທີ 2 ຕົ້ນຕໍແມ່ນຍ້ອນການເພີ່ມຂຶ້ນຂອງຈຳນວນນັກສຶກສາ, ນັກຄົ້ນຄ້ວາ ແລະ ນັກຝຶກງານຊາວຫວຽດນາມ ໄປຍັງບີ່ປຸ່ນໃນໄລຍະທີ່ຜ່ານມາ.
ຍສໝ - ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີ ການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃນຊຸມປີຜ່ານມາ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາເສດຖະກິດ - ສັງຄົມຂອງປະເທດເວົ້າລວມ ແລະ ນະຄອນ ໂຮ່ຈີມິນເວົ້າສະເພາະ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຈັດ ພິທີປຸກລະດົມຂະບວນການແຂ່ງຂັນປີ 2021 ດ້ວຍ 5 ເນື້ອໃນຕົ້ນຕໍ.
ຍສໝ - ປີ 2021, ສ.ເກົາຫຼີ ຈະເປີດບັນດາຫ້ອງຮຽນສອນພາສາ ສ.ເກົາຫຼີ ຢູ່ 1.800 ໂຮງຮຽນ ໃນ 43 ປະເທດໃນທົ່ວໂລກ. ງົບປະມານດັ່ງກ່າວສ່ວນຫຼາຍແມ່ນຈະໄດ້ແຈກຢາຍໃຫ້ແກ່ບັນດາປະເທດທີ່ມີຄວາມຕ້ອງການໃຊ້ພາສາ ສ.ເກົາຫຼີ ສູງຄືຈໍແດນ, ແບນຊິກ, ເອກູອາໂດ, ລາວ ແລະ ກຳປູເຈຍ.
ເມື່ອບໍ່ດົນມານີ້, ຄະນະເລຂາສູນກາງຊາວຫນຸ່ມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານທາງອອນລາຍກັບ ສະມາຄົມນັກສຶກສາຫວຽດນາມ, ສະມາຄົມຊາວຫນຸ່ມ ນັກສຶກສາ ຫວຽດນາມ, ຄະນະຊາວຫນຸ່ມ ກອມມູນິດ ຫວຽດນາມ ຢູ່ ຕ່າງປະເທດ.
ຍສໝ - ຕໍ່ໜ້າສະພາບການຢ່າງສັບສົນຂອງໂລກລະບາດໂຄວິດ - 19, ທ່ານ ຫງວຽນແມັງເກືອງ ມີຄວາມປາດຖະໜາຢາກພໍ່ແມ່ປະຊາຊົນຊາວຫວຽດນາມ ເວົ້າລວມ, ປະຊາຄົມ ຊາວຫວຽດນາມ ອາໄສຢູ່ເຊັກໂກເວົ້າສະເພາະຈົ່ງມີຄວາມສາມັກຄີນຳກັນ ເພື່ອຜ່ານຜ່າໄລຍະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຄືໃນປັດຈຸບັນ.
ຍສໝ - ປີ2020, ສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ເຮັດໃຫ້ຫຼາຍການເຄື່ອນໄຫວໃນກອບແຜນການສະເຫຼີມສະຫຼອງ 45 ປີແຫ່ງການສ້າງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ ບໍ່ໄດ້ຜັນຂະຫຍາຍຄືຕາມແຜນການ.
ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດງານພົບປະສັງສັນ ກັບເອກອັກຄະລັດຖະທູດເພດຍິງ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຮ່າໂນ້ຍ, ພັນລະຍາເອກອັກຄະລັດຖະທູດ ແລະ ພັນລະຍາການນຳກະຊວງການຕ່າງປະເທດ ເນື່ອງໃນໂອກາດ ວັນແມ່ຍິງສາກົນ ວັນທີ 8 ມີນາ.
ຍສໝ - ເຂົ້າຮ່ວມຢູ່ສະຖານທີ່ຖ່າຍທອດສົດ 2 ແຫ່ງ ຫວຽດນາມ ແລະ ກູບາ, ມີທ່ານ ເລແທັງຕຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ກູບາ, ທ່ານ Orlando Nicolás Hernández ເອກອັກຄະລັດຖະທູດ ສາທາລະນະລັດ ກູບາ ປະຈຳ ຫວຽດນາມ, ທ່ານ Irmina del Pilar ອຸປະທູດຊົ່ວຄາວສະຖານທູດ ກູບາ ປະຈຳຫວຽດນາມ ພ້ອມກັບຜູ້ຕາງໜ້າບາງໜ່ວຍງານຂອງກະຊວງການຕ່າງປະເທດສອງປະເທດ.
ຍສໝ - ຕາມຕົວເລກສະຖິຕິຂອງກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມແລ້ວ, ປັດຈຸບັນ ຫວຽດນາມ ມີນັກສຶກສາ ປະມານ 190.000 ຄົນທີ່ພວມຮ່ຳຮຽນ, ຄົ້ນຄ້ວາ ຢູ່ຕ່າງປະເທດ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.
ຍສໝ - ທີ່ກອງປະຊຸມ, ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນວ່າ ໂລກລະບາດໂຄວິດ - 19 ສືບຕໍ່ກໍ່ຜົນກະທົບຕໍ່ສັນຕະພາບ, ຄວາມໝັ້ນຄົງສາກົນ, ເຮັດໃຫ້ວິວັດການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຖືກຊ້າລົງ, ເນັ້ນໜັກເຖິງຕ້ອງເຜີຍແຜ່ ແລະ ຮັບປະກັນຄວາມສະເໝີພາບໃນການສຳຜັດກັບຊັກຊິນຢ່າງທັນການ.
ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnanໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແລະ ເລື່ອງທ່ານຮອງນາຍົກລັດຖະມົນຕີໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກຂອງກົມການເມືອງ.