ຫວຽດນາມຖືກຈັດອັນດັບສູງກ່ຽວກັບປະສິດທິຜົນດ້ານເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້

09:25 | 11/10/2021

ຍສໝ - ຂະແໜງ ການຜະລິດທີ່ຂະຫຍາຍຕົວຢ່າງໄວວາໄດ້ປະກອບສ່ວນເຮັດໃຫ້ຫວຽດນາມກາຍເປັນປະເທດມະຫາອຳນາດໃນດ້ານການສົ່ງອອກໃນພາກພື້ນ.

ປຸກລະດົມການປະກວດພາບ “ຫວຽດນາມ ຈະໄຊຊະນະ” ປຸກລະດົມການປະກວດພາບ “ຫວຽດນາມ ຈະໄຊຊະນະ”
ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ສະໜັບສະໜູນ ກອງທຶນວັກຊີນໂຄວິດ - 19 ດ້ວຍເງິນຫຼາຍກວ່າ 3 ຕື້ດົງ ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ສະໜັບສະໜູນ ກອງທຶນວັກຊີນໂຄວິດ - 19 ດ້ວຍເງິນຫຼາຍກວ່າ 3 ຕື້ດົງ

ເວັບໄຊຂອງບໍລິສັດຈັດການຄຸ້ມຄອງຊັບສິນ AXA Investment Managers Asia ຕັ້ງຢູ່ສິງກະໂປ ຫາກໍ່ລົງພິມບົດຄວາມ ທີ່ອະທິບາຍເຫດຜົນທີ່ວ່າ ເປັນຫຍັງຫວຽດນາມຈຶ່ງໄດ້ຮັບການຈັດອັນດັບສູງກ່ຽວກັບປະສິດທິຜົນດ້ານເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້, ພ້ອມກັນນັ້ນ ກໍ່ຄາດຄະເນແງ່ຫວັງສໍາລັບທີ່ຕັ້ງຂອງຫວຽດນາມໃນລະບົບນິເວດການຜະລິດຂອງໂລກ ແລະພາກພື້ນ.

ພາບປະກອບ
ພາບປະກອບ: TTXVN

ຕາມບົດຂຽນແລ້ວ, ຫວຽດນາມ ນັບມື້ນັບເພີ່ມຄວາມສາມາດໃນການການແກ່ງແຍ້ງທາງດ້ານການຄ້າ ແລະກາຍເປັນສູນກາງການຜະລິດທີ່ມີຄວາມດຶງດູດ. ການເຊື່ອມໂຍງເຂົ້າກັບສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຂອງຫວຽດນາມປະສົບຜົນສໍາເລັດ ເປັນກຸນແຈເພື່ອການເຄື່ອນໄຫວທາງດ້ານການຄ້າທີ່ມີການເຕີບໂຕຢ່າງເຂັ້ມແຂງ.

ຫວຽດນາມໄດ້ລົງນາມໃນສັນຍາການຄ້າເສລີກັບບັນດາພື້ນຖານເສດຖະກິດໃຫຍ່ຄື: ຈີນ, ສະຫະພາບເອີລົບ (ອີຢູ), ອັງກິດ, ຍີ່ປຸ່ນ ແລະອື່ນ..., ຜ່ານນັ້ນກໍ່ໄດ້ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ການພົວພັນດ້ານການຄ້າການພັດທະນາ. ຄວາມສາມາດການແກ່ງແຍ້ງທີ່ເພີ່ມຂຶ້ນຢ່າງໄວວາໃນຂະແໜງການຜະລິດໄດ້ປະກອບສ່ວນເຮັດໃຫ້ຫວຽດນາມກາຍເປັນປະເທດມະຫາອຳນາດໃນດ້ານການສົ່ງອອກໃນພາກພື້ນ.

ຕະຫຼອດທົດສະວັດທີ່ຜ່ານມາ, ມູນຄ່າເພີ່ມຂອງຂະແໜງການຜະລິດຂອງຫວຽດນາມໄດ້ເພີ່ມຂຶ້ນສູງທີ່ສຸດ, ທົບສອງເທົ່າຖ້າທຽບໃສ່ກັບການເຕີບໂຕຂອງອິນເດຍ. ຄວາມສາມາດໃນການແກ່ງແຍ້ງຂອງຂະແໜງການຜະລິດໄດ້ຮັບການປັບປຸງຍ້ອນມີຄ່າແຮງງານຕໍ່າ. ກໍາລັງປະຊາກອນໜຸ່ມທີ່ເຕີບໂຕຢ່າງໄວວາໄດ້ຊ່ວຍຮັກສາຄວາມກົດດັນດ້ານຄ່າແຮງງານໃຫ້ຢູ່ໃນລະດັບຕໍ່າເຖິງວ່າຈະມີການເຕີບໂຕທາງດ້ານເສດຖະກິດຢ່າງໄວວາກໍ່ຕາມ.

ຕາມຜູ້ຂຽນແລ້ວ, ຫວຽດນາມ ປະສົບຜົນສຳເລັດທີ່ສຸດໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຍ້ອນມີບັນດານະໂຍບາຍບຸລິມະສິດຂອງລັດຖະບານ.

ຮອດປີ 2020, ຫວຽດນາມ ມີເຂດອຸດສາຫະກໍາ 369 ແຫ່ງ, ເພີ່ມຂຶ້ນ 180% ເມື່ອທຽບໃສ່ປີ 2005. ຫວຽດນາມ ໄດ້ຮັບການເລື່ອນອັນດັບດັດຊະນີ "ຄວາມສະດວກໃນການດໍາເນີນທຸລະກິດ" ຂອງທະນາຄານໂລກ (WB), ເພີ່ມຂຶ້ນ 23 ອັນດັບ ມາເປັນອັນດັບ 70 ຖ້າທຽບກັບ 10 ປີກ່ອນ. ກະແສທຶນ FDI ຂອງຫວຽດນາມຍັງເຕີບໂຕໄວທີ່ສຸດໃນພາກພື້ນ.

ໃນບົດຂຽນຄາດຄະເນວ່າ ຜົນກະທົບທາງລົບຂອງການແຜ່ລະບາດຂອງພະຍາດ COVID-19 ຈະຍັງແກ່ຍາວ, ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຂະແໜງການຜະລິດ ແລະການສົ່ງອອກຂອງຫວຽດນາມ, ເຮັດໃຫ້ການໃຊ້ຈ່າຍເງິນທຶນຂອງວິສາຫະກິດຊັກຊ້າລົງ ແລະເປັນສິ່ງອຸປະສັກຕໍ່ການເຄື່ອນຍ້າຍຂອງລະບົບສະໜອງທົ່ວໂລກ.

ໃນໄລຍະຍາວ, ບັນດາວິສາຫະກິດຕ່າງປະເທດຈະສືບຕໍ່ສ້າງຕັ້ງບັນດາລະບົບສະໜອງ ທົ່ວໂລກທີ່ມີປະສິດທິຜົນ. ເຖິງແນວໃດກໍ່ຕາມ, ນັກລົງທຶນອາດຈະໃສ່ໃຈເຖິງອັດຕາພາສີວິສາຫະກິດທີ່ຂ້ອນຂ້າງສູງຂອງຫວຽດນາມ (ສູງເຖິງ 50% ສໍາລັບບາງຂະແໜງການ), ບວກກັບສິ່ງກີດຂວາງດ້ານເງິນຕາຕ່າງປະເທດ, ພາສາ, ການຂາດການປົກປ້ອງສິດຊັບສິນພູມປັນຍາ (IPR) ແລະ ບັນດາຄວາມຕ້ອງການໃນການສ້າງຕັ້ງທຸລະກິດທີ່ສັບສົນ.

ຫວຽດນາມແນ່ນອນວ່າຈະສືບຕໍ່ປະຕິຮູບບັນດາຂົງເຂດເຫຼົ່ານີ້, ແຕ່ຄວາມຄືບໜ້າໃນການປະຕິຮູບອາດຈະບໍ່ທັນກັບຄວາມຄາດຫວັງຂອງບັນດານັກລົງທຶນ.

ໄຊພອນ

ເຫດການ
302 Found

Found

The document has moved here.