ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ

16:42 | 05/09/2021

ຍ​ສ​ໝ - ກອງ​ປະ​ຊ​ຸມ​ໃຫຍ່​ຄັ້ງ​ທີ 27 ຂອງ ສະ​ຫະ​ພັນ​ໄປ​ສະ​ນີໂລກ (UPU) ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 9 – 27 ສິງ​ຫາ 2021 ຕາມ​ຮູບ​ການ​ທາງ​ໄກ​ສົມ​ທົບ​ໂດຍ​ກົງຢູ່ ນະ​ຄອນ Abidjan, ກົດດີວົວ. ໃນ​ຂອບ​ເຂດກອງ​ປະ​ຊຸມ​ໃຫຍ່, ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ​ທີ່ໄດ້​ຮັບ​ສະ​ໝັກ​ເລືອກ​ຕັ້ງ​ ແລະ ໄດ້ຮັບເລືອກຕັ້ງເປັນ​ສະ​ມາ​ຊິກ​ສະ​ມາ​ຂຸດ​ຄົ້ນ​ໄປ​ສະ​ນີ (POC) ຂອງສະ​ຫະ​ພັນໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025.

ບັນ​ດາ​ຮູບ​ພາບ​ໂຮງ​ໝໍ​ພາກ​ສະ​ໜາມ​ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ທັນ​ສະ​ໄໝ​ທີ່​ສຸດ​ຮ່າ​ໂນ້ຍ ບັນ​ດາ​ຮູບ​ພາບ​ໂຮງ​ໝໍ​ພາກ​ສະ​ໜາມ​ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ທັນ​ສະ​ໄໝ​ທີ່​ສຸດ​ຮ່າ​ໂນ້ຍ
ຫວຽດ​ນາມ ໄດ້​ປິ່ນ​ປົວຫາຍ​ດີ​ໃຫ້​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ​ວ່າ 282.000 ຄົນ ຫວຽດ​ນາມ ໄດ້​ປິ່ນ​ປົວຫາຍ​ດີ​ໃຫ້​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ​ວ່າ 282.000 ຄົນ
ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ
ພາບ​ປະ​ກອບ: VGP

ທ່ານ ດັ້ງ​ຮ່​ວາ​ງ​ຢາງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຕີ​ລາ​ຄາ​ວ່າ: ຜົນ​ງານນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ ແລະ ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ. ນີ້​ແມ່ນ​ການ​ແກ້ງ​ແຍ້ງເຂົ້າໃນ​ 11 ຕຳ​ແໜ່ງ​ຂອງສະ​ພາ​ຂຸດ​ຄົ້ນໄປ​ສະ​ນີ ດ້ວຍ​ເງື່ອນ​ໄຂ​ທີ່​ເຄັ່ງ​ຄັດ.

ຜົນ​ງານ​ທີ 2 ກ່ຽວ​ກັບ​ດ້ານ​ການພົວພັນຕ່າງປະເທດ ນັ້ນ​ແມ່ນ​ຄວາມ​ຮັບ​ຮູ້ ແລະ ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ຫວຽດ​ນາມ ໃນ​ວຽກ​ງານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ຜັນ​ຂະ​ຫຍາຍ​ການພົວພັນຕ່າງປະເທດຫຼາຍ​ຝ່າຍ, ສະ​ແດງ​ໃຫ້​​ເພື່ອນ​ມິດ​ໂລກເຫັນກ່ຽວ​ກັບ ຫວຽດ​ນາມ ທີ່​ມີ​ກຳ​ລັງ​ຄວາມ​ສາ​ມາດ, ກຽມ​ພ້ອມ ແລະ ມີ​ເຈດ​ຕ​ະ​ນາ​ດີໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ຂອງໂລກ.

ຜົນ​ງານ​ຂອງ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ກໍ່​ແມ່ນ​ຮູບ​ແບບ ຂອງ​ການ​ສົມ​ທົບ​ລະ​ຫວ່າງບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ໃນ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ.

ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ, ທີ່ກອງ​ປະ​ຊຸມ​ຈັດ​ກຽມຂອງ​ສະ​ພາ​ອາ​ຍຸການ​ໃໝ່ທີ່​ໄດ້​ດຳ​ເນີນຫຼັງ​ຈາກ​ນັ້ນ, ຫວຽດ​ນາມ ໄດ້ຮັບຄວາມໄວ້​ວາງ​ໃຈຈາກ​ບັນ​ດາ​ປະ​ເທດ​ ເລືອກ​ຕັ້ງ​ເຂົ້າ​ຕຳ​ແໜ່ງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ການ​ບໍ​ລິ​ການ​ການ​ເງິນ​​ໄປ​ສະ​ນີ (ໂດຍ​ແມ່ນ​ໜຶ່ງ​ໃນ 4 ຄະ​ນະ​ກຳ​ມະ​ການ​ຂອງສະ​ພາ).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.