ການ​ປຶກ​ສາ​ຫາ​ລືລະ​ຫວ່າງກົມ​ການ​ຂ່າວແລະ ສື່ມວນ​ຊົນ​ກະ​ຊວງ​ການ​ຕ່າງ​ປະ​ເທດລະ​ຫວ່າງ​ສອງ​ປະ​ເທດຫວຽດ​ນາມ - ສະ​ຫະ​ພັນລັດ​ເຊຍ

16:23 | 30/09/2021

ຍ​ສ​ໝ - ວັນ​ທີ 27 ກັນ​ຍາ, ຢູ່​ມົດ​ສະ​ກູໄດ້​ດຳ​ເນີນ​ການ​ປຶກ​ສາ​ຫ​າ​ລືລະ​ຫວ່າງ​ກົມການ​ຂ່າວແລະ ສື່ມວນ​ຊົນຂອງກະ​ຊວງ​ການ​ຕ່າງ​ປະ​ເທດລະ​ຫວ່າງສອ​ງ​ປະ​ເທດຫວຽດ​ນາມແລະສະ​ຫະ​ພັນລັດ​ເຊຍ…

ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ ໃຫ້​ແກ່​ຊາວ​ໜຸ່ມ ລັດ​ເຊຍ - ຫວຽດ​ນາມ ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ ໃຫ້​ແກ່​ຊາວ​ໜຸ່ມ ລັດ​ເຊຍ - ຫວຽດ​ນາມ
ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ
ການ​ປຶກ​ສາ​ຫາ​ລືລະ​ຫວ່າງກົມ​ການ​ຂ່າວແລະ ສື່ມວນ​ຊົນ​ກະ​ຊວງ​ການ​ຕ່າງ​ປະ​ເທດລະ​ຫວ່າງ​ສອງ​ປະ​ເທດຫວຽດ​ນາມ - ສະ​ຫະ​ພັນລັດ​ເຊຍ
ທ່ານ​ນາງ ເລ​ທິ​ທູ​ຮັ່ງ, ຫົວ​ໜ້າ​ກົມຖ​ະ​ແຫຼງ​ຂ່າວ ແລະ ສື່ມ​ວນ​ຊົນ, ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: baoquocte.vn)

ບົນ​ພື້ນ​ຖານ​ບັນ​ດາ​ເນື້ອ​ໃນ​ທີ່ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຢູ່​ທີ່ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ສອງ​ກົມ​ການ​ຂ່າວ ແລະສື່ມວນ​ຊົນຢູ່ຮ່າ​ໂນ້ຍໃນເດືອ​ນ​ທັນ​ວາປີ 2017, ສອງ​ຝ່າຍ​ໄດ້​ສ​ະ​ແດງ​ຄວາມ​ປິ​ຕິ​ຊົມ​ຊືນຕໍ່​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ເປັນ​ຕົ້ນ​ແມ່ນ​ການ​ສ້າງ​ເງື່ອນ​ໄຂ​ຢ່າງ​ສະ​ດວກ​ໃຫ້​ແກ່​ຫ້ອງ​ການ​ປະ​ຈຳ​ຂອງ​ບັນ​ດາ​ອົງ​ການ​ສື່ມວນ​ຊົນຫວຽດ​ນາມແລະລັດ​ເຊຍທີ່ພວມ​ເຄື່ອນ​ໄຫວ​ຢູ່​ແຕ່​ລະ​ປະ​ເທດ, ເພີ່ມ​​ຂ​ໍ້​ມູນ​ຢ່າງ​ຕັ້ງ​ໜ້າ, ໂຄ​ສະ​ນາ​ເຊິ່ງ​ກັນ​ແລະ​ກັນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ​ລະ​ຫວ່າງຫວຽດ​ນາມ - ສະ​ຫະ​ພັນລັດ​ເຊຍ. ທີ່​ກາ​ນ​ປຶກ​ສາ​ຫາ​ລືທີ່ນອນ​ໃນ​ຂອບ​ເຂດ​ການ​ຮ່ວມ​ມືປະ​ຈຳ​ປີລະ​ຫວ່າງ​ ​ກະ​ຊວງການ​ຕ່າງ​ປະ​ເທດຫວຽດ​ນາມແລະກະ​ຊວງການ​ຕ່າງ​ປະ​ເທດສະ​ຫະ​ພັນລັດ​ເຊຍ.

ເມື່ອແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ, ທິດ​ທາງ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ອົງ​ການ​ກໍ່​ຄື​ລະ​ຫວ່າງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ຂົງ​ເຂດ​ສື່ມວນ​ຊົນໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັກ​ສາ​ກົນ​ໄກ​ປຶ​ກ​ສາ​ຫາ​ລື, ແລກ​ປ່ຽນ​ຂໍ້​ມູນ​ຢ່າງ​ເປັນ​ປະ​ຈຳ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ສົມ​ທົບແລະແບ່ງ​ປັນ​ທັດ​ສະ​ນະ​ລະ​ຫວ່າງ​ສອງ​ປະ​ເທດກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນແລະສາ​ກົນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ໂດຍ​ຢັ້ງ​ຢືນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ໃໝ່, ສອງ​ຝ່າຍ​ໄດ້​ສະ​ຫງວ​ນ​ເວ​ລາ​ແບ່ງ​ປັນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ນຳ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍ, ໃນ​ວຽ​ກ​ງານ​ສື່ມວນ​ຊົນ​ທາງ​ການ​ທູດ, ຜັນ​ຂະ​ຫຍາຍ​ການ​ທູດ​ດີ​ຈີ​ຕອນ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ການ​ສົມ​ທົບ​ກັນ​ຈັດ​ຕັ້ງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນແລະບັນ​ດາ​ຊຸດ​ບຳ​ລຸງ​ສ້າງ​ໃຫ້​ແກ່​ນັກ​ຂ່າວ​ສອງ​ປະ​ເທດຫວຽດ​ນາມແລະສະ​ຫະ​ພັນ​ລັດ​ເຊຍໃນ​ໄລ​ຍະທີ່​ເໝາະ​ສົມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.