ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ຂໍ້​ມູນ ແລະ ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ, ການພັດ​ທະ​ນາ

11:38 | 29/09/2021

ຍ​ສ​ໝ - ທີ່​ການ​ຖະ​ແຫຼງ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 23 ກັນ​ຍາ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຍົກ​ອອກ​ທັດ​ສະ​ນະ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ສັນ​ຍາ​ເພີ່ມ​ທະ​ວີ​ຄູ່​ຮ່ວມ​ມື 3 ປະ​ເທດ ລະ​ຫວ່າງ ອາ​ເມ​ລິ​ກາ, ອັງ​ກິ​ດ ແລະ ອົດ​ສະ​ຕາ​ລີ, ເລື່ອງ​ອົດ​ສະ​ຕາ​ລີ​ເດີນ​ຕາມ​ເຕັກ​ໂນ​ໂລ​ຢີ​ກ່ຳ​ປັ່ນ​ນິວ​ເຄຼຍ…

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ
ວັນ​ເລິມ-ພັດ​ທະ​ນາ​ເສດ​ຖະ​ກິດ​ຈາກ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ ວັນ​ເລິມ-ພັດ​ທະ​ນາ​ເສດ​ຖະ​ກິດ​ຈາກ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ຂໍ້​ມູນ ແລະ ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ, ການພັດ​ທະ​ນາ
ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: VOV)

ທ່ານ​ນາງ​ເລ​ທິ​ທູ​ຮັ່ງ ​ຊີ້​ແຈ້ງວ່າ: “ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ ແມ່ນ​ເປົ້າ​ໝາຍ​ລວມຂອງ​ທຸກ​ປະ​ເທດ ແລະ ບັນ​ດາ​ປະ​ເທດ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ເປົ້າ​ໝາຍນີ້. ທັດ​ສະ​ນະ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ນິວ​ເຄຼຍ ແລະ ປະ​ລາ​ມາ​ນູ ແມ່ນ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທ​ດ, ເລື່ອງ​ນຳ​ໃຊ້​ຕ້ອງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຢ່າງ​ສິ້ນເຊິງ​​ໃຫ້​ແກ່​ມະ​ນຸດ ແລະ ສິ່ງ​ແວດ​ລ້ອມ.”

ໂດຍ​ກ່ຽວ​ຂ້ອງ​ເຖິງ​ເລື່ອງ ຈີນ ແລະ ໄຕ້​ຫວັນ (ຈີນ) ຂໍ​ເຂົ້າ​ຮ່ວມ​ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກ້າວ​ໜ້າ​ຂ້າມ​ປາ​ຊີ​ຟິກ (CPTPP), ທ່ານ​ນາງ ເລ​ທິ​ທູ​ຮັ່ງ ຢັ້ງ​ຢືນ​ວ່າ: ນີ້​ແມ່ນ​ສັນ​ຍາ​ການ​ຄ້າເສລີ​ເປີດກວ້າງກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ຮອບ​ດ້ານ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ. ເລື່ອງ CPTPP ໄດ້​ຮັບຄວາມສົນໃຈຈາກບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ ແລະ ມີ​ຄວາມ​ຫວັງ​ຢາກ​ກາຍ​ເປັນ​ສະ​ມາ​ຊິກ ໄດ້ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ຂອງ​ສັນ​ຍາ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື ແລະ ເຊື່ອມ​ຕໍ່​ເສດ​ຖະ​ກິດ​ໃນ​ພາກ​ພື້ນ ແລະ ສາ​ກົນ. ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ຂໍ້ມູນ​ກັບ ຈີນ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ CPTPP ແລະ ຫວຽດ​ນາມ ຈະ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ສະ​ມາ​ຊິກ​ຢ່າງ​ແໜ້ນ​ແຟ້ນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ເຂົ້າ​ຮ່ວມ​ສັນ​ຍາ.

ກ່ຽວ​ກັບ​ຍຸດ​ທະ​ສາດ​ຂອງ ສະ​ຫະ​ພາບ ເອີ​ລົບ (EU) ກ່ຽວ​ກັບ​ການ​ຮ່ວມ​ມື​ ອິນ​ເດຍ - ປາ​ຊີ​ຟິກ ທີ່ປະ​ກາດ​ໃນ​ວັນ​ທີ 16 ກັນ​ຍາ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໄດ້​ຊີ້​ແຈ້ງວ່າ: “ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຂອງ EU ໃນ​ການ​ພັດ​ທະ​ນາ​ເພື່ອ​ສັນ​ຕິ​ພາບ​ຢູ່​ພາກ​ພື້ນ. ບົນ​ພື້ນ​ຖານ​ຄູ່​ຮ່ວມ​ມື​ຮ່ວມ​ມື​ຮອບ​ດ້ານ​ກັບ EU, ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ EU ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ສອງ​ຝ່າຍທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຄວ​າມ​ສົນ​ໃຈ, ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ອາ​ຊີ - ເອີ​ລົບ, ການ​​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - EU ປະ​ກອບ​ສ​່ວນ​ເຂົ້າ​ໃນ​ການ​ຮັກ​ສ​າ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ວັດ​ທະ​ນາ​ຖາ​ວອນ ຢູ່​ພາກ​ພື້ນ ແລະ ໃນ​ໂລກ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.