ຝຸກວັກ​ ຈະ​ຕ້ອນ​ຮັບ​ແຂກ​ທ່ອ​ງ​ທ່ຽວ ຕາມ “ໜັງສືຜ່ານແດນ​ວັກ​ຊິນ” ຜ່ານ 3 ໄລ​ຍະ

16:30 | 28/09/2021

ຍ​ສ​ໝ - ການ​ນຳ​ນະ​ຄອນ ຝຸກວັກ (ກຽນ​ຢາງ) ຫ​າ​ກໍ່​ມີ​ການ​ເຮັດ​ວຽກ​ທາງ​ໄກ ກັບ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ກາ​ນ​ທ່ອງ​ທ່ຽວ ກ່ຽວ​ກັບ​ການ​ທົດ​ລອງ​ເປີດ​ປະ​ຕູຮັບ​ແຂກ​ທ່ອງ​ທ່ຽວ ຕາມ “ໜັງສືຜ່ານແດນ​ວັກ​ຊິນ”, ຄາດ​ວ່າ ຈະຜ່ານ 3 ໄລ​ຍະ.

ຂັ້ນ​ຕອນ​ທົດ​ລອງ​ການ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາຍັງ ​ຝຸ​ກວັກ ຂັ້ນ​ຕອນ​ທົດ​ລອງ​ການ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາຍັງ ​ຝຸ​ກວັກ
ສ.ເກົາ​ຫຼີ ຈະ​ຜະ​ລິດວີ​ດີ​ໂອໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ ຫວຽດ​ນາມ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສ.ເກົາ​ຫຼີ ຈະ​ຜະ​ລິດວີ​ດີ​ໂອໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ ຫວຽດ​ນາມ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ຝຸກວັກ​ ຈະ​ຕ້ອນ​ຮັບ​ແຂກ​ທ່ອ​ງ​ທ່ຽວ ຕາມ “ໜັງສືຜ່ານແດນ​ວັກ​ຊິນ” ຜ່ານ 3 ໄລ​ຍະ
ເກາະ​ຝຸກວັກ (ພາບ:baodautu.vn)

ໄລ​ຍະ​ທົດ​ລອງ​ປະ​ມານ 1 ເດືອນ​ ນັບ​ແຕ່​ວັນ​ທີ 20 ພະ​ຈິກ​ ຈະ​ມາ​ເຖິງ, ຄາດ​ວ່າຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ທີ່​ມີ​ຈຳ​ນວນ​ຈຳ​ກັດ ເພື່ອ​ເຄື່ອນ​ໄຫວ​ການ​ທົ​ດ​ລອງ​ຕາມຂັ້ນ​ຕອນ​ຕ້ອນ​ຮັບ ແລະ ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ.

ນັບ​ແຕ່​ວັນ​ທີ 20 ທັນ​ວາ 2021 ຫາ ວັນ​ທີ 20 ມີ​ນາ 2022, ຝຸກວັກ ຈະ​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ 3000 – 5000 ເທື່ອ​ຄົນ/ເດືອນ ຜ່ານ​ບັນ​ດາ​ຖ້ຽວ​ບິນ​ໂດຍ​ສານ, ຜັນ​ຂະ​ຫຍາຍ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ໃນ​ບໍ​ລິ​ເວນ, ສະ​ຖານ​ທີ່​ຈຳ​ກັດ.

ນັບ​ແຕ່​ວັນ​ທີ 20 ມີ​ນາ 2022 ມາ​ຮອດ​ວັນ​ທີ 20 ມິ​ຖຸ​ນາ ປີ 2022, ຖ້າ​ຫາກວ່າ ສາມາດ​ຮັບ​ປະ​ກັນ​ຄວາມ​ຮຽກ​ຮ້ອງ​ຂອງ​ແຜນ​ການ, ເປົ້າ​ໝາຍ​ທີ່​ວາງ​ອອກ, ຝຸກວັກ ຈະ​ເປີດກວ້າງ​ຂອບ​ຂະ​ໜາດ​ແຜນ​ການ​ຕ້ອນ​ຮັບ​ແຕ່ 5000 – 10.000 ເທື່ອ​ຄົນ/ເດືອນ.

ປັດ​ຈຸ​ບັນ ນະ​ຄອນ ຝຸ​ກວັກ ໄດ້​ຂຶ້ນ​ແຜນ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ສະ​ດວກ​ໃຫ້​ແກ່​ແຂກ​ທ່ອ​ງ​ທ່ຽວ, ຜູ້​ອອກ​ແຮງ​ງານ​ເຂົ້າ​ຮ່ວມ​ການ​ຮັບ​ໃຊ້​ໃຫ້​ແກ່​ແຂກ​ທ່ອ​ງ​ທ່ຽວ​ສາ​ກົນ, ເປັນ​ເຈົ້າ​ການ, ມີ​ການ​ຂະ​ຫ​ຍັນ​ຂັນ​ເຄື່ອນ ແລະ ມີ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ກໍ​ລະ​ນີ, ປ້ອງ​ກັນ, ຕ້ານ​ຄວ​າມ​ສ່ຽ​ງ​ໃນ​ວິ​ວັດ​ການ​ຈັດ​ຕັ້ງ​ການ​ຮັບ​ແຂກ​ທ່ອງ​ທ່ຽວ. ຈັດ​ຕັ້ງ​ການກວດ​ກາ, ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ປະ​ຈຳ​ເດືອນ ແລະ ພາຍຫຼັງ​ສິ້ນ​ສຸດ​ໄລ​ຍະ​ທົດ​ລອງ, ເພື່ອ​ຍື່ນ​ສະ​ເໜີ​ຮູບ​ແບບເໝາະທີ່​ສົມ​ກັບ​ສະ​ພາບ​ການ​ຕົວ​ຈິງ.

ພິ​ເສດ ​ຝຸ​ກວກ ຕ້ອງ​ກະ​ກຽມ​ວັດ​ຖຸ​ອຸ​ປະ​ກອນການ​ແພດ, ສ້າ​ງວິ​ທີ​ການ, ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ວິ​ໄຈ​ຫາ​ເຊື້ອ ແລະ ແກ້​ໄຂ​ການ​ແຍກ​ຕົວ​ໃຫ້​ແກ່​ກໍ​ລະ​ນີສຳລັບ 2000 ຄົນ, ຮັບ​ໃຊ້​ການ​ປິ່ນ​ປົວ​ໃຫ້​ແກ່ 1000 ຄົນ, ເພື່ອ​ກະ​ກຽມ​ຮັບ​ມື​ກັບ​ເຫດ​ສາ​ທາ​ລະ​ນະ​ສຸກທີ່ຈະເກີດ​ຂຶ້ນ​ໃນ​ໄລ​ຍະ​ຜັນ​ຂະ​ຫຍາຍ​ການ​ທົດ​ລອງ​ຮັບ​ແຂກ​ທ່ອງ​ທ່ຽວ.

ທ່ານ​ຮ​ວຽນກວາງ​ຮຶງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຝຸກວັກ ​ໃຫ້​ຮູ້​ວ່າ ປັດ​ຈຸ​ບັນ ຝຸກວັກ​ໄດ້​ຂຶ້ນ​ແຜນ​ການ​ຢ່າງ​ຮອບ​ດ້ານເພື່ອ​ຜັນ​ຂະ​ຫຍາຍ​ແຜນ​ການ​ທົດ​ລອງ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ມາ​ເກາະ ຕາມ​ການ​ຊີ້​ນຳ​ຂອງ​ແຂວງ. ພ້ອມ​ກັນ​ນັ້ນ ກໍ່ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ເບື້ອງ​ຕົ້ນ ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຄາດ​ຄະ​ເນ​ຈະ​ຕ້ອນ​ຮັບ​ຕາມ​ແຜນ​ການ ແລະ ບັນ​ດາ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ເພື່ອ​ຜັນ​ຂະ​ຫຍາຍ​ຢ່າງ​ລ​ະ​ອຽດ. ນັບ​ແຕ່​ວັນ​ທີ 24 ມາ​ຮອດ​ວັນ​ທີ 27 ກັນ​ຍາ, ຝຸ​ກວັກ ຈ​ະ​ປະ​ຕິ​ບັດການ​ສັກ​ວັກ​ຊິນ​ໃຫ້​ປະຊາຊົນທັງໝົດ ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ສ້າງ​ພູມ​ຕ້ານ​ທານ​ໃນ​ຊຸມຊົນ.

ການ​ທົດ​ລອງ​ໃນ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ຕາມ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ແຍກ​ຕົວ​ຄົບ​ວົງ​ຈອນ​ຢູ່​ເກາະ​ຝຸກວັກ, ກົມ​ໃຫຍ່​ການ​ທ່ອງ​ທ່ຽວ, ກະ​ຊວງ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ໄດ້​ມີ​ແຜນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ, ມາດ​ຕະ​ການ​ກະ​ຕຸ້ນ​ຊຸກ​ຍູ້, ຟື້ນ​ຟູ​ບັນ​ດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ ໄລ​ຍະ​ທ້າຍ​ປີ 2021 ແລະ ຕົ້ນ​ປີ 2022 ບົນ​ພື້ນ​ຖານ​ຂະ​ແໜງ​ການ​ທ່ອງ​ທ່ຽວທີ່​ກະ​ກຽມ​ເປີດ​ກ້​ວາງ​ບັນ​ດາ​ສະ​ຖານ​ທີ່​ນັດ​ພົບ​ໃນ​ທົ່ວ​ປະ​ເທດ​ຄື: ຮະ​ລອງ, ໂຮ້ຍ​ອານ, ຍາ​ຈາງ, ດ່າ​ລາດ ເປັນເທື່ອລະກ້າວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.