ພຸດທະສາສະໜາ ຫວຽດນາມ - ໄທ ເຊື່ອມຕໍ່ສ້າງຄວາມສາມັກຄີ, ມິດຕະພາບ

ພຸດທະສາສະໜາ ຫວຽດນາມ - ໄທ ເຊື່ອມຕໍ່ສ້າງຄວາມສາມັກຄີ, ມິດຕະພາບ

ຍສໝ - ວັນ​ທີ 29 ພະຈິກ, ຢູ່ ​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ໄດ້​ມີ​ການ​ພົບ​ປະ ແລະ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນຄະນະສົງ ອະນຳນິກາຍ ແຫ່ງປະເທດໄທ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ທີ 3.

ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ”

ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ”

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ພະຈິກ, ຢູ່​ ຮ່າ​ໂນ້ຍ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ (BPD) ​ໄດ້ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ”.

ພັກກອມມູນິດ ຫວຽດນາມ ແລະ ບຣາຊິນ ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນບົດຮຽນໃນບັນດາຂົງເຂດ

ພັກກອມມູນິດ ຫວຽດນາມ ແລະ ບຣາຊິນ ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນບົດຮຽນໃນບັນດາຂົງເຂດ

ຍສໝ - ຕອນບ່າຍວັນທີ 28 ພະຈິກ, ຢູ່ສຳນັກງານຄະນະ​ການ​ຕ່າງປະ​ເທດ​ສູນ​ກາງ, ສະຫາຍ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ການຕ້ອນຮັບສະຫາຍ ນາງ Luciana Santos, ປະທານພັກກອມມູນິດ ບຣາຊິນ (PcdoB), ລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຊີ ແລະ ປ່ຽນແປງໃໝ່ຂອງ ບຣາຊິນ.

ປະຊາຄົມຊາວຫວຽດນາມ ຢູ່ລາວ ມີສະຖານທີ່ກວດ ແລະ ປິ່ນປົວພະຍາດຕືື່ມອີກ

ປະຊາຄົມຊາວຫວຽດນາມ ຢູ່ລາວ ມີສະຖານທີ່ກວດ ແລະ ປິ່ນປົວພະຍາດຕືື່ມອີກ

ຍສໝ - ວັນ​ທີ 18 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ ປະເທດລາວ, ​ໄດ້ຈັດພິທີເລີ່ມເປີດໂຮງໝໍ​ສາກົນ ​ລາ​ວີ. ນີ້​ແມ່ນ​ໂຮງໝໍ​ສາກົນ​ຊັ້ນ I ​ໂດຍໄດ້​ຮັບໃບ​ຮັບຮອງ​ຈາກ​ກະຊວງ​ສາທາລະນະ​ສຸກ​ລາວ, ປະກອບສ່ວນ​ຍົກສູງການ​ບໍລິການ​ກວດ, ປິ່ນປົວ​ພະຍາດ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ລາວ ​ເວົ້າ​ສະ​ເພາະ ​ແລະ ຊາວ​ລາວ​ເວົ້າ​ລວມ.

ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ຍສໝ - ນັ້ນ​ແມ່ນ​ເນື້ອໃນ​ທີ່​ທ່ານ​ນາງ ຫວູທິ​ຮວິ່ງມາຍ, ປະທານ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ​ແຈ້ງກັບບັນດາຜູ້ແທນທີ່ການພົບປະ​ຢູ່​ນອກ​ “​ເວທີ​ປາ​ໄສ​ວິ​ສາ​ຫະກິດຊາວຫວຽດນາມ ຢູ່ຕ່າງປະເທດ ​ໄທ - ຫວຽດນາມ - ລາວ - ກຳປູ​ເຈຍ - ມຽນມາ” ໃນປີ 2023.

ຟົດຟື້ນການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023

ຟົດຟື້ນການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023

ຍສໝ - ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ ເມືອງ 3 ຫາ​ກໍ່​ສົມທົບ​ກັບ​ສູນ​ວັດທະນະທຳ ​ແລະ ກິລາ​ແຂວງ ​ແລະ ຫໍ​ພັກນັກສຶກສາ​ລາວ ທີ່ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ຈັດ​ຕັ້ງ​ການແຂ່ງຂັນ​ກິລາ​ມິດຕະພາບ ຫວຽດນາມ - ລາວ - ກຳປູ​ເຈຍ ​​ປີ 2023. Ủy ban MTTQ Việt Nam Quận 3 vừa phối hợp Trung tâm Văn hóa - Thể thao quận và Ký túc xá sinh viên Lào tại TP.HCM tổ chức giải thể thao hữu nghị Việt Nam - Lào - Campuchia năm 2023.

ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສມ -​ ນີ້​ແມ່ນ​ຄຳ​ປາໄສຂອງ​ທ່ານ ຫງວຽນເຟຶອກລົ​ກ, ຮອງ​ເລຂາ​ຄະນະພັກນະຄອນ, ຫົວໜ້າ​ຄະນະ​ຈັດ​ຕັ້ງ ຄະນະພັກນະຄອນ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ນະຄອນ ​ໂຮ່ຈິ​ມິນ ຢູ່ພິທີ​ປະກາດຕົກລົງສ້າງຕັ້ງສາຂາ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຍີ່​ປຸ່ນ, ມະຫາວິທະຍາ​ໄລ​ສ້າງຄູ ​ນະຄອນ ​ໂຮ່ຈິ​ມິນ ໃນວັນ​ທີ 23 ພະຈິກ.

ລົງຕົວຈິງວັດທະນະທໍາ Kyoto ຢູ່ແຂວງ ເທື່ອທຽນເຫ້ວ

ລົງຕົວຈິງວັດທະນະທໍາ Kyoto ຢູ່ແຂວງ ເທື່ອທຽນເຫ້ວ

ຍສໝ - ​ລາຍການ​ແລກປ່ຽນ​ດົນຕີ, ​ຮ້ານ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ທ້ອງ​ຖິ່ນ, ລົງຕົວຈິງ​ວັດທະນະທຳດື່ມນ້ຳຊາ, ກິ​ໂມ​ໂນ... ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈັດຂຶ້ນ​ໃນ​ຂອບ​ເຂດ​ໂຄງການ “ວັນ​ວັດທະນະທຳ ​ແລະ ການ​ສຶກສາ Kyoto ຢູ່ ​ເຫ້ວ” ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງເທື່ອທຽນເຫ້ວ (ຫວຽດນາມ) ​ສົມທົບກັບອຳນາດການປົກຄອງ ນະຄອນ ​Kyoto (ຍີ່​ປຸ່ນ) ​ຈັດ​ຂຶ້ນໃນ​ວັນ​ທີ 21 ພະ​ຈິກ.

ເປີດສະໄໝສັບປະດາມະຫາສາມັກຄີບັນດາຊົນເຜົ່າ ແລະ ມໍລະດົກວັດທະນະທຳ ຫວຽດນາມ ປີ 2023

ເປີດສະໄໝສັບປະດາມະຫາສາມັກຄີບັນດາຊົນເຜົ່າ ແລະ ມໍລະດົກວັດທະນະທຳ ຫວຽດນາມ ປີ 2023

ຍສໝ - ວັນ​ທີ 23 ພະຈິກ, ຢູ່​ໝູ່​ບ້ານ​ວັດທະນະທຳ-ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ, ດົງ​ໂມ, ​ເຊີນ​ໄຕ, ຮ່າ​ໂນ້ຍ, ໄດ້ຈັດສັບປະດາມະຫາສາ​ມັກ​ຄີ​ບັນ​ດາ​ຊົນເຜົ່າ ແລະ ມໍລະດົກວັດ​ທະ​ນະ​ທຳ​ ຫວຽດ​ນາມ ປີ 2023 ແລະ ງານ​ບຸນຈັດສະແດງຕົ້ນກະຖິນ, ການ​ພົບ​ປະ​ແລກປ່ຽນວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ບັນດາ​ເຜົ່າ​ ຫວຽດນາມ ຄັ້ງ​ທີ 2.

ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ຢູ່ແຂວງ ເທື່ອທຽນເຫ້ວ

ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ຢູ່ແຂວງ ເທື່ອທຽນເຫ້ວ

ຍສໝ - ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ຫາ​ກໍ່​ໄດ້​ອອກ​ມະຕິຕົກລົງເລກ​ທີ 2735/QD-UBND ລົງ​ວັນ​ທີ 21 ພະຈິກ 2023 ວ່າດ້ວຍການອະ​ນຸມັດໃຫ້​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ສ.​ເກົາ​ຫຼີ ແຂວງ ​ເທື່ອ​ທຽນ​ເຫ້ວ. ຂໍ້ຕົກລົງນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ.

ຫວຽດນາມ-ຟີລິບປິນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ-ຟີລິບປິນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຍສໝ - ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຟີລິບປິນ, ຕັດສິນໃຈພ້ອມກັບ ຟີລິບປິນ ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງກວ້າງຂວາງ, ຍືນຍົງ, ຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາວັດທະນາຖາວອນຂອງພາກພື້ນ ແລະໃນໂລກ.

ປະຊາຄົມຊາວ ຫວຽດນາມ ຢູ່ລັດ Connecticut, ອາເມລິກາ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນຂອງຕົນ.

ປະຊາຄົມຊາວ ຫວຽດນາມ ຢູ່ລັດ Connecticut, ອາເມລິກາ ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນຂອງຕົນ.

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງຢ່າງ ຢືນຢັນ​ວ່າ ຄະນະ​ຜູ້​ແທນ​ຍາມ​ໃດ​ກໍ່​ພ້ອມ​ກັບ​ບັນດາ​ນັກ​ປັນຍາ​ຊົນ ​ຫວຽດນາມ ຢູ່ ລັດ Connecticut, ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ ກໍ່​ຄື​ການ​ພັດທະນາ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ.

ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ

ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ

​ຍສໝ - ​ວັນ​ທີ 16-19 ພະຈິກ 2023, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບິ່ງ​ເຟືອກ ​ແລະ ສະພາ​ກາ​ແດງ​ແຂວງ ບິ່ງ​ເຟືອກ ສົມທົບ​ກັບ​ວັດ​ ແທງເລີມ, ວັດ ຟ໋າບຫວ່ຽນ, ວັດ ແທງຫງຽມ, ບັນດາ​ກຸ່ມບໍລິຈາກ​ອາສາ​ສະໝັກ, ບັນດາ​ກະຊວງ, ຜູ້​ສະໜັບສະໜູນຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວການ​ກຸສົນ ​ແລະ ມອບ​ຂອງຂວັນ​ໃຫ້​ຊາວ​ ຫວຽດນາມ ອາ​ໄສ​ຢູ່ ກຳປູ​ເຈຍ ​ແລະ ລາວ.

ກຳລັງແຮງໃໝ່ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ-ນອກແວ

ກຳລັງແຮງໃໝ່ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ-ນອກແວ

ຍສໝ - ເນື່ອງໃນໂອກາດຢ້ຽມຢາມ ນອກແວ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຕາມຄຳເຊີນຂອງທ່ານ Jonas Gahr Støre ນາຍົກລັດຖະມົນຕີແຫ່ງລາຊະອານາຈັກນອກແວ, ນັກຂ່າວ ປະຈຳ ເອີລົບ ໄດ້ສຳພາດທ່ານ ດິງຍໍຮຶງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກນອກແວ.

ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີນໍ້າໃຈມິດຕະພາບ ຫວຽດນາມ - ແດນມາກ

ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີນໍ້າໃຈມິດຕະພາບ ຫວຽດນາມ - ແດນມາກ

ຍສໝ - ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen ໃຫ້ຮູ້ວ່າ ລັດຖະບານ ແດນມາກ ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານກັບ ຫວຽດນນາມ - ເຊິ່ງແມ່ນຄູ່ຮ່ວມມືສຳຄັນໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງ ແດນມາກ ຢູ່ພາກພື້ນອາຊີ - ປາຊີຟິກ...

ຫວຽດນາມ ແລະ ສີລັງກາ ມຸ່ງໄປເຖິງເຕີບໂຕວົງເງິນການຄ້າສອງຝ່າຍທີ່ບັນລຸ 500 ລ້ານ USD

ຫວຽດນາມ ແລະ ສີລັງກາ ມຸ່ງໄປເຖິງເຕີບໂຕວົງເງິນການຄ້າສອງຝ່າຍທີ່ບັນລຸ 500 ລ້ານ USD

ຍສໝ - ຕອນ​ບ່າຍ​ວັນ​ທີ 22 ພະຈິກ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໂດະຮູ່ງຫວຽດ ໄດ້​​ຕ້ອນຮັບ​ທ່ານ Saj U. Mendis ​ເອກ​ອັກຄະ​ລັດຖະທູດ ສີ​ລັງກາ ປະຈຳ ຫວຽດນາມ.

ຫວຽດນາມ ແລະ UNESCO ສົມທົບກັນເຮັດໃຫ້ວັດທະນະທຳກາຍເປັນເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ

ຫວຽດນາມ ແລະ UNESCO ສົມທົບກັນເຮັດໃຫ້ວັດທະນະທຳກາຍເປັນເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ

ຍສໝ - ວັນ​ທີ 16 ພະຈິກ 2023, ທີ່​ການ​ເຮັດ​ວຽກ​ຢູ່​ສຳນັກງານ​ໃຫຍ່ UNESCO ຢູ່ ປາຣີ (ສາທາລະນະ​ລັດ ຝະລັ່ງ), ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫງວຽນ​ວັນ​ຮຸ່ງ ​ແລະ ທ່ານ​ນາງ Audrey Azoulay, ຜູ້ອຳນວຍການ​ໃຫຍ່ UNESCO ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ ຫວຽດນາມ ​ແລະ UNESCO ຈະສົມທົບ​ກັນ​ປະຕິບັດ​ບັນດາເປົ້າໝາຍຂອງອົງການ UNESCO ແລະເຮັດໃຫ້ວັດທະນະທໍາກາຍເປັນເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ

ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ

ຍສໝ - ຕອນບ່າຍວັນທີ 22 ພະຈິກ, ທ່ານນາງ Annie Dubé, ກົງສຸນໃຫຍ່ການາດາ ປະຈຳນະຄອນ ໂຮ່ຈີມິນ, ພ້ອມກັນກັບການນຳນະຄອນ ເກີນເທີ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ມິດຕະພາບ ຢູ່ສວນສາທາລະນະ ຊົງເຮົ້າ (ເມືອງ ນິງກຽວ, ນະຄອນ ເກີນເທີ).

ລັດຖະບານລາວ ຍາມໃດກໍໃຫ້ບັນດານະໂຍບາຍພິເສດ ໃຫ້ວິສາຫະກິດຫວຽດນາມ

ລັດຖະບານລາວ ຍາມໃດກໍໃຫ້ບັນດານະໂຍບາຍພິເສດ ໃຫ້ວິສາຫະກິດຫວຽດນາມ

ຍສໝ - ຜູ້ທີ່​ປຶກສາ​ດ້ານ​ເສດຖະກິດ ​ແລະ ການ​ຄ້າ, ສະຖານທູດ​ລາວ ປະຈຳ ຫວຽດນາມ ສອນຈັນ ພຸດທະວົງ​ໃຫ້​ຮູ້​ວ່າ: ລັດຖະບານ​ລາວ ຍາມ​ໃດ​ກໍ່​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ເຖິງ​ວິ​ສາ​ຫະກິດ ຫວຽດນາມ. ຫວຽດນາມ ​ແລະ ລາວ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ.

ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງຫວຽດນາມ ແລະ ຣູມານີ ຍັງມີຫຼາຍຄຳໝັ້ນສັນຍາ

ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງຫວຽດນາມ ແລະ ຣູມານີ ຍັງມີຫຼາຍຄຳໝັ້ນສັນຍາ

ຍສໝ - ທ່ານ​ນາງ Cristina Romila ​ເອກ​ອັກຄະ​ລັດຖະທູດ ຣູມານີ ປະຈຳ​ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ມິດຕະພາບ​ສະ​ເຫຼີມສະຫຼອງ 105 ປີ​ແຫ່ງ​ວັນ​ຊາດ ຣູມານີ (1 ທັນວາ 1918 – 1 ທັນວາ 2023) ທີ່​ດຳ​ເນີນ​ໃນ​ວັນ​ທີ 26 ພະຈິກ ຢູ່ ຮ່າ​ໂນ້ຍ.