ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ)

14:57 | 05/04/2024

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ ຈີນ ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 3 ເມ​ສາ 2024, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ໄດ້​ຕ້ອນ​ຮັບ​ທ່ານ ລິວນິງ, ເລ​ຂາ​ຄະ​ນະ​ພັກ​ເຂດ​ປົກຄອງຕົນເອງຊົນເຜົ່າ Choang ​ກວາງຊີ (ຈີນ)

ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ
ຫວຽດນາມ - ໄທ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ ຫວຽດນາມ - ໄທ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ

​ໃນ​ບັນຍາກາດ​ມິດຕະພາບ, ຈິງໃຈ, ສອງ​ຝ່າຍ ​ໄດ້​ສະຫຼຸບ​ໝາກຜົນ​ການ​ຮ່ວມ​ມື ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ບັນດາກະຊວງ, ຂະແໜງການ, ທ້ອງ​ຖິ່ນ​ຂອງ​ຫວຽດນາມ ກັບ ກວາງ​ຊີ, ຈີນ.

ທ່ານ​ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ຢືນຢັນ​ວ່າ ພັກ, ລັດ ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຈີນ, ​ໃນ​ນັ້ນ​ມີ​ແຂວງ ກວາງຊີ. ທ່ານ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງຝ່າຍ​ຕ້ອງສຸມ​ໃສ່​ຜັນຂະຫຍາຍຄວາມ​ຮັບ​ຮູ້​ລວມຂັ້ນ​ສູງ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ບັນດາ​ໝາກຜົນ​ສຳຄັນ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ການຢ້ຽມຢາມ ​ຈີນ (​ເດືອນ ຕຸລາ 2022) ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ແລະ ການຢ້ຽມຢາມ ຫວຽດນາມ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ (ເດືອນທັນວາ 2023) ຕາມ 6 ເສົາຄ້ຳທີ່ສອງຝ່າຍໄດ້ກຳນົດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ ຢ່າງມີຄວາມໝາຍຍຸດທະສາດ.

ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ)

ທ່ານ​ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ (ຊ້າຍ) ​ແລະ ທ່ານ ລິວນິງ, ເລ​ຂາ​ຄະ​ນະ​ພັກ​ເຂດ​ປົກຄອງຕົນເອງຊົນເຜົ່າ Choang (ກວາງຊີ, ຈີນ)

ທ່ານ ບຸ່ຍແທງເຊີນ ໄດ້ສະແດງຄວາມປາດຖະໜາວ່າ ແຂວງ ກວາງຊີ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ຈະສືບຕໍ່ຮັກສາ, ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ; ​ເພີ່ມ​ທະວີ​ການພົບປະແລກປ່ຽນມິດຕະພາບ, ແລກປ່ຽນກ່ຽວກັບທິດສະດີ, ແບ່ງປັນປະສົບການຕົວຈິງໃນວຽກງານກໍ່ສ້າງພັກ, ການຄຸ້ມຄອງສັງຄົມ, ການພັດທະນາ​ເສດຖະກິດ. ທ່ານ ກໍ່ຍັງສະ​ເໜີ​ໃຫ້​ແຂວງ ກວາງ​ຊີ ສ້າງເງື່ອນໄຂສະດວກສູງສຸດໃຫ້ສິນຄ້າຜ່ານດ່ານບັນດາຊາຍແດນ, ພິ​ເສດ​ແມ່ນ​ສຳລັບຜະລິດຕະພັນກະເສດ​ຂອງ​ ຫວຽດນາມ ທີ່ສົ່ງ​ອອກ​ໄປ ​ຈີນ ເພື່ອປະກອບສ່ວນ​ນຳ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາໃຫ້​ແກ່​ຊາວ​ກະສິກອນ​ ຫວຽດນາມ ​ແລະ ຜູ້ບໍລິໂພກ ຈີນ; ຍູ້ແຮງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ່ານ​ຊາຍ​ແດນ, ຍົກສູງກຳລັງຄວາມ​ສາມາດ​ຂົນ​ສົ່ງ​ສິນຄ້າ ​ແລະ ປະສິດທິພາບ​ການຜ່ານດ່ານຢູ່ບັນດາຄູ່​ຊາຍ​ແດນ​ທາງບົກ; ສອງຝ່າຍ​ຕ້ອງ​ຊຸກຍູ້ການ​ກໍ່ສ້າງ​ການ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ​ທາງ​ລົດ​ໄຟ, ​ເສັ້ນທາງບົກ.

ຕາມ​ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ແລ້ວ, ສອງຝ່າຍ​ຕ້ອງ​ສືບ​ຕໍ່​ສືບ​ທອດ ​ແລະ ເສີມຂະຫຍາຍການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ; ຕັ້ງໜ້າ​ປົກ​ປັກ​ຮັກສາ, ຂຸດ​ຄົ້ນ​ບັນດາ “ທີ່ຢູ່ສີແດງ” ປະຕິວັດ, ຮ່ອງຮອຍປະທານ ​ໂຮ່ຈີ​ມິນ ຢູ່​ກວາງ​ຊີ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈເຊິ່ງກັນ ແລະ ກັນ ​ແລະ ຄວາມຮັກແພງມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ. ພ້ອມ​ກັນ​ນັ້ນ, ກໍ່ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ທາງ​ບົກ ຫວຽດນາມ - ຈີນ ​ໃຫ້​ດີ​ຕາມ 3 ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ຊາຍ​ແດນ​ທາງ​ບົກ​ລະຫວ່າງສອງປະ​ເທດ ​ແລະ ສັນຍາ​ທີ່​ກ່ຽວຂ້ອງ; ພ້ອມ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ 25 ປີແຫ່ງ​ວັນລົງນາມສັນ​ຍາ​ຊາຍ​ແດນດິນຕໍ່ແຜ່ນ ແລະ 15 ປີ​ແຫ່ງ​ການ​ລົງ​ນາມ​ 3 ​ເອ​ກະ​ສານ​ນິ​ຕິ​ກຳ​ກ່ຽວ​ກັບ​ຊາຍ​ແດນດິນຕໍ່ແຜ່ນ​ໃນ​ປີ 2024.

ກ່າວ​ຄຳປາໄສ​ທີ່​ການພົບປະ, ທ່ານ ລິວນິງ ໃຫ້ຮູ້ວ່າ ແຂວງ ​ກວາງຊີ​ ຖື​ເປັນ​ສຳຄັນ​ການ​ພົວພັນ​ແລກປ່ຽນ​ມິດຕະພາບ, ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ​ ຫວຽດນາມ ເປັນພິເສດ. ທ່ານ ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ໜູນ​ໃຊ້ຄວາມສາມາດບົ່ມຊ້ອນ, ທ່າ​ແຮງ ແລະ ຄວາມເພີ່ມເຕີມເຊິ່ງກັນ​ແລະ​ກັນໃນການຮ່ວມມື; ​ເພີ່ມ​ທະວີ​ການ​ເຊື່ອມຕໍ່ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ສ້າງເງື່ອນໄຂສະດວກ​ໃຫ້​ແກ່​ການ​ຜ່ານດ່ານ, ຊຸກຍູ້​ການ​ກໍ່ສ້າງ​ດ່ານ​ຊາຍ​ແດນອັດສະລິຍະ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ພົບປະແລກປ່ຽນ​ປະຊາຊົນ; ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ສາປະຊາ​ຄົມ​ແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.