ສະໜອງ​ຂໍ້​ມູນ, ໜຸ່ມຊ່ວຍແນະນຳການປະກອບອາຊີບໃຫ້​ນັກ​ສຶກສາ​ ຫວຽດນາມ ຢູ່ ອາ​ເມ​ລິ​ກາ

10:43 | 28/03/2024

ຍສໝ - ວັນ​ທີ 23 ມີນານີ້, ການສຳມະນາແນະນຳການປະກອບອາຊີບ​ ແລະ ການ​ເຊື່ອມ​ຕໍ່​ປີ 2024 ​ໄດ້​ຈັດ​ຂຶ້ນ​ຢູ່​ສຳນັກງານຜູ້ປະຈຳການ ​ຫວຽດນາມ ປະຈຳ​ ສະຫະ​ປະຊາ​ຊາດ (ສປຊ). ການສຳມະນາໂດຍ​ສະ​ມາ​ຄົມ​ຊາວ​ຫນຸ່ມ​ນັກ​ສຶກ​ສາ ​ຫວຽດ​ນາມ ​ຢູ່ New York ​ແລະ ສະຖາບັນແນະນຳການປະກອບອາຊີບ Career Pass ສົມທັບຈັດຕັ້ງ.

ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ
ວິ​ສາ​ຫະ​ກິດ​ຮ່າ​ໂນ້ຍ ແລະ ລາວ ຮ່ວມ​ມື​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ແລະ ຜະ​ລິດ​ຕະ​ພັນ​ບໍ​ລິ​ໂພກ ວິ​ສາ​ຫະ​ກິດ​ຮ່າ​ໂນ້ຍ ແລະ ລາວ ຮ່ວມ​ມື​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ແລະ ຜະ​ລິດ​ຕະ​ພັນ​ບໍ​ລິ​ໂພກ

ນີ້ແມ່ນການເຄື່ອນໄຫວຕົ້ນຕໍໃນບັນດາລະບົບເຫດການແນະນຳການປະກອບອາຊີບ ທີ່ໄດ້ດຳເນີນໃນຕະຫຼອດເດືອນມີນາ 2024, ໃນນັ້ນ ມີບັນດາການສົນທະນາອອນໄລ ເພື່ອອັບເດດທ່າ​ອ່ຽງ​ຮັບບັນຈຸ ແລະ ຄວາມຕ້ອງການຊັບພະຍາກອນມະນຸດຢູ່ ອາເມລີກາ ໃນຂົງເຂດການເງິນ, ເຕັກໂນໂລຢີ, ການປະດິດຄິດສ້າງ ໂດຍຜ່ານນັ້ນ ກໍ່ໃຫ້ຄຳປຶກສາໃນການໄປຮຽນຢູ່ຕ່າງປະເທດ, ກຳນົດທິດອາຊີບໃຫ້ບັນດານັກຮຽນ​ມັດທະຍົມ​ປາຍ​ ຫວຽດນາມ.

ການສຳມະນາ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ແບບເຊິ່ງໜ້າ​ຂອງ 150 ກ່ວາຄົນ, ລວມມີ​ນັກ​ຊ່ຽວຊານ, ນັກທຸລະກິດຊາວ ຫວຽດນາມ ຢູ່ ອາ​ເມ​ລິ​ກາ ​ໃນບົດບາດ​ໃຫ້​ຄຳ​ປຶກສາ, ໜູນຊ່ວຍ ແລະ ບັນດາ​ນັກ​ສຶກສາ, ນັກ​ສຶກສາ​ ຫວຽດນາມ ຢູ່ New York ​ແລະ ບັນດາລັດ​ໃກ້​ຄຽງ​ຂອງ ອາ​ເມ​ລິ​ກາ, ພ້ອມ​ກັນ​ນັ້ນ ກໍ່​ດຶງ​ດູດການ​ເຂົ້າ​ຮ່ວມ​​ຂອງ​ບັນດາ​ນັກ​ຊ່ຽວຊານ ​ແລະ ຊາວ​ໜຸ່ມ ຫວຽດນາມ ​ໂດຍ​ຜ່ານ​ຮູບ​ແບບ​ອອນ​ລາຍ ເປັນຈຳນວນຫຼວງຫຼາຍ.

ສະໜອງ​ຂໍ້​ມູນ, ໜຸ່ມຊ່ວຍແນະນຳການປະກອບອາຊີບໃຫ້​ນັກ​ສຶກສາ​ ຫວຽດນາມ ຢູ່ ອາ​ເມ​ລິ​ກາ

ການສຳມະນາແນະນຳການປະກອບອາຊີບ ແລະ ເຊື່ອມຕໍ່ສຳ​ລັບ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ New York.(ພາບ: TTXVN)

ຫຼາຍການເຄື່ອນໄຫວແທດຈິງ ໄດ້ຈັດຂຶ້ນຄື: ບັນດາ​ກອງປະຊຸມເຈລະຈາ, ແບ່ງປັນປະສົບການໃນການຊອກຫາວຽກເຮັດງານທຳພາຍຫຼັງຮຽນຈົບມະຫາວິທະຍາໄລຢູ່ ອາເມລີກາ; ພິຈາລະນາ ແລະ ໃຫ້ຄຳປຶກສາການສ້າງເອກະສານສະໝັກ, ສຳພາດ; ສະໜອງຂໍ້ມູນ ແລະ ການເຄື່ອນໄຫວເພື່ອສ້າງສາຍພົວພັນລະຫວ່າງບັນດາຜູ້ແທນ...

ທ່ານ​ນາງ ຫວູທິມາຍລຽນ, ຜູ້ຕາງໜ້າ​ຄະນະຜູ້ປະຈຳການ​ ຫວຽດນາມ ປະຈຳ ສປຊ ​ໃຫ້​ຮູ້​ວ່າ ​ໃນ​ສະພາບ​ເສດຖະກິດ​ໂລກ​ທີ່​ຜັນ​ແປ​ໄປ, ທ້ອງຕະຫຼາດ​ແຮງ​ງານ​ຢູ່ ອາ​ເມ​ລິ​ກາ ນັບມື້ນັບແກ່ງແຍ່ງ, ເຫດການ ກໍ່ໄດ້ຈັດຕັ້ງ​ຢ່າງມີ​ຄວາມ​ໝາຍ​ແທດ​ຈິງທີ່ສຸດ. ນີ້​ຈະ​ແມ່ນ​ບ່ອນ​ສະໜອງ​ຂໍ້​ມູນ, ໜູນຊ່ວຍຊາວ​ໜຸ່ມ​ປະຈຸ​ບັນ​ທີ່ພວມ​ຄົ້ນຄວ້າ, ຮ່ຳຮຽນ​ຢູ່​ບັນດາ​ມະຫາວິທະຍາ​ໄລ​ ອາ​ເມ​ລິ​ກາ ກໍ່​ຄື​ບັນດາ​ນັກ​ສຶກສາ ຫວຽດນາມ ​ໃນ​ຂະ​ບວນການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ, ຊອກຫາໂອກາດພັດທະນາ​ອາຊີບ.

“ການ​ໄດ້​ຮັບ​ການບຳລຸງສ້າງ, ເຮັດ​ວຽກ​ຢູ່​ບັນດາ​ບໍລິສັດ​ຕ່າງປະ​ເທດ ​ຈະ​ປະກອບສ່ວນ​ສຳຄັນ ເພື່ອຊ່ວຍໃຫ້ໄວ​ໜຸ່ມຍົກສູງທັກສະ, ສະສົມປະສົບການ, ຈາກນັ້ນ ກໍ່ພັດທະນາ​ຕົນ​ເອງ, ກ້າວ​ໄປ​ສູ່​ຄວາມ​ສຳ​ເລັດ​ໃນ​ການ​ເຮັດ​ວຽກ, ພ້ອມ​ກັນ​ນັ້ນ ກໍ່​ເປີດ​ໂອກາດ​ ເພື່ອ​ພວກເຂົາຈະປະກອບສ່ວນໃຫ້ແກ່​ປະ​ເທດ​ຊາດໃນອານາຄົດ". ທ່ານ​ນາງ ວູທິ​ມາຍ​ລຽນ ຢືນຢັນ.

ທ່ານ​ນາງ​ ລຽນ ໃຫ້ຮູ້ຕື່ມອີກວ່າ ຄະນະ​ຜູ້​ປະຈຳການ ຫວຽດນາມ ​ປະຈຳ New York ຍາມ​ໃດ​ກໍ່​ກຳນົດ​ວ່າ​ ການ​ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ​ ຫວຽດນາມ ໃນບໍລິເວນ​ແມ່ນ​ໜ້າທີ່ສຳຄັນ. ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ຜູ້​ແທນ​ໄດ້ອຸປະຖຳ​ໃຫ້ຫຼາຍການເຄື່ອນໄຫວຊຸມ​ຊົນ​ ໂດຍບັນດາ​ສະມາຄົມ​ຊາວ​ໜຸ່ມ​​ນັກ​ສຶກສາ​ຢູ່​ New York ເວົ້າສະເພາະ ​ແລະ ຢູ່​ ອາເມລີກາ ເວົ້າລວມ ຈັດຕັ້ງ, ໃນນັ້ນ ມີບັນດາ​ໂຄງການ​ແນະນຳ​ອາຊີບ. ດ້ວຍຈິດ​ໃຈ​ນັ້ນ, ຄະ​ນະ​ຜູ້​ແທນຈະ​ສືບ​ຕໍ່​ຮ່ວມ​ເດີນທາງ, ໜູນຊ່ວຍ​ໃຫ້ຊາວ​ໜຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ ໃນ​ຂະ​ບວນ​ການ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ, ພ້ອມກັນນັ້ນ ກໍ່ຈະເຂົ້າ​ຮ່ວມ​ໃນ​ການ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວຫຼາຍກ່ວາອີກ ເພື່ອປະກອບສ່ວນ​ກໍ່ສ້າງ​ປະຊາ​ຄົມ​ຊາວ​ ​ຫວຽດນາມ ຢູ່ ອາເມລີກາ ໃຫ້ໜຸ່ມຂຶ້ນ, ສົບ​ຜົນ​ສໍາ​ເລັດ ​ແລະ ​ເຂັ້ມ​ແຂງ​.

ມິງດຶກ

ເຫດການ
302 Found

Found

The document has moved here.