ຊາວໜຸ່ມກອງຊ່າງແສງຫວຽດນາມ ປະຈັນບານ, ອາສາສະໝັກ ເພື່ອປະຊາຄົມ Abyei

13:43 | 28/03/2024

ຊາວໜຸ່ມກອງຊ່າງແສງຫວຽດນາມ ປະຈັນບານ, ອາສາສະໝັກ ເພື່ອປະຊາຄົມ Abyei

ກອງຊ່າງແສງຫວຽດນາມ ໄດ້ນຳມາເຊິ່ງກຳລັງໜູນ ແລະຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ Abyei ກອງຊ່າງແສງຫວຽດນາມ ໄດ້ນຳມາເຊິ່ງກຳລັງໜູນ ແລະຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ Abyei
ເຜີຍແຜ່ພາບພົດຂອງຫວຽດນາມ ທີ່ຄະນະ UNISFA ເຂດ Abyei ເຜີຍແຜ່ພາບພົດຂອງຫວຽດນາມ ທີ່ຄະນະ UNISFA ເຂດ Abyei

ໃນບັນຍາກາດທີ່ຄຶກຄື້ນຂອງເດືອນຊາວໜຸ່ມ ແລະສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ (26/3/1931 - 26/3/2024), ໜ່ວຍຊາວໜຸ່ມກອງຊ່າງແສງຫວຽດນາມ ມີການເຄື່ອນໄຫວທີ່ມີຄວາມໝາຍແທດຈິງຫຼາຍຢ່າງ ເພື່ອມຸ່ງໄປເຖິງປະຊາຊົນ ແລະປະຊາຄົມໜຸ່ມ ຢູ່ເຂດ Abyei.

ໜ່ວຍຊາວໜຸ່ມກອງຊ່າງແສງ ມີສະມາຊິກຊາວໜຸ່ມ 12 ສະຫາຍ. ຜ່ານໄລຍະທາງກວ່າ 11.000km, ບັນດາຊາວໜຸ່ມດ້ວຍນໍ້າໃຈທີ່ຫ້າວຫັນ ໄດ້ສ້າງຂີດໝາຍໃນຜືນແຜ່ນດິນ Abyei ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນີ້.

“ໃນຊຸມວັນຕົ້ນປີ, ຄະນະບັນຊາການກອງຊ່າງແສງ ໄດ້ຊີ້ນໍາໜ່ວຍຊາວໜຸ່ມຂຶ້ນແຜນການ, ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວປະຈັນບານໃນການປະຕິບັດໜ້າທີ່ປະຈໍາ ແລະກະທັນຫັນຂອງກົມກອງ. ທັງແມ່ນກໍາລັງຫຼັກແຫຼ່ງໃນການໜູນຊ່ວຍມະນຸດສະທໍາໃຫ້ແກ່ປະຊາຊົນໃນບໍລິເວນ”, ຮ້ອຍເອກ ເລຫຶວແຄ໊ງ ເລຂາໜ່ວຍຊາວໜຸ່ມກອງຊ່າງແສງ ແບ່ງປັນ.

ຊາວໜຸ່ມກອງຊ່າງແສງຫວຽດນາມ ປະຈັນບານ, ອາສາສະໝັກ ເພື່ອປະຊາຄົມ Abyei

ສະໜອງນໍ້າປະປາ ໃຫ້ປະຊາຊົນ. ພາບ: ກອງຊ່າງແສງຫວຽດນາມ

ຄຽງຂ້າງໜ້າທີ່ວິຊາການຊ່າງແສງແລ້ວ, ໃນໄລຍະຜ່ານມາ ໜ່ວຍຊາວໜຸ່ມຂອງກອງຊ່າງແສງ ໄດ້ແລກປ່ຽນ, ເຊື່ອມຕໍ່ກັບປະຊາຄົມໜຸ່ມຂອງ Abyei ເປັນປະຈໍາ, ກໍາໄດ້ສະພາບການຕົວຈິງ, ຄວາມຫຍຸ້ງຍາກໃນບໍລິເວນ. ຈາກນັ້ນ, ກໍ່ຈັດຕັ້ງການດໍາເນີນຊີວິດພາຍໃນ, ເສີມຂະຫຍາຍລັກສະນະປະດິດສ້າງຂອງສະມາຊິກຊາວໜຸ່ມ, ໄວໜຸ່ມ. ຍາດເວລາພັກຜ່ອນ, ວັນພັກ, ເຂົາເຈົ້າ ໄດ້ແບ່ງເປັນໜ່ວຍສ້ອມແປງໂຕະຕັ່ງໃຫ້ບັນດາໂຮງຮຽນ, ໜູນຊ່ວຍປະຊາຊົນທ້ອງຖິ່ນປູກຕົ້ນໄມ້ກະສິກໍາ, ຫຼື ສະໜອງນໍ້າປະປາໃຫ້ບັນດາເຂດຊຸມຊົນ, ໂຮງໝໍ, ໂບດ...

ພິເສດ, ໃນຊຸມວັນຕົ້ນເດືອນມີນາ, ໜ່ວຍຊາວໜຸ່ມ ໄດ້ສົມທົບກັບຫົວໜ່ວຍຕ່າງໆ ຈັດຕັ້ງການສ້ອມແປງເສັ້ນທາງຄົມມະນາຄົມຢູ່ໃຈກາງເຂດ Abyei. ນີ້ແມ່ນເສັ້ນທາງທີ່ມີພາຫະນະສັນຈອນໄປມາຫຼາຍ, ນອນໃນເຂດຈຸດສຸມ, ໄປຜ່ານບັນດາອົງການທີ່ສໍາຄັນຂອງເຂດ Abyei. ຄະນະຊາວໜຸ່ມກອງຊ່າງແສງ ໄດ້ເປັນເສນາທິການໃຫ້ຄະນະບັນຊາກອງຊ່າງແສງ ດໍາເນີນການສ້ອມແປງ ເພື່ອຮັບປະກັນໃຫ້ແກ່ການສັນຈອນໄປມາຂອງປະຊາຊົນ, ໂດຍສະເພາະແມ່ນໃນລະດູຝົນທີ່ຈະມາເຖິງ.

ເສັ້ນທາງສ້ອມແປງສໍາເລັດ ແລະນຳເຂົ້ານໍາໃຊ້ໃນເວລາບໍ່ຮອດ 3 ວັນ, ໂດຍບໍ່ເປັນກັງວົນຕໍ່ອາກາດທີ່ຮ້ອນເອົ້າຂຶ້ນເຖິງ 40 ອົງສາເຊ, ພ້ອມກັບພາຍຸຊາຍ ທີ່ບັງເອີນເກີດຂຶ້ນ.

ສະຫາຍ Deng Aguer ຫົວໜ້າສະມາຄົມຊາວໜຸ່ມ Abyei ສະແດງຄວາມຂອບໃຈຕໍ່ກອງຊ່າງແສງຫວຽດນາມ ແລະຫວັງວ່າ ກອງຊ່າງແສງ ຈະສືບຕໍ່ໜູນຊ່ວຍເຂດ Abyei ໃຫ້ຫຼາຍກວ່າ.

ບູນມີ

ເຫດການ
302 Found

Found

The document has moved here.