ຫວຽດນາມ - ໄທ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ

09:48 | 28/03/2024

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຫວັງ​ວ່າ​ ໃນ​ຕຳ​ແໜ່ງ​ໃໝ່, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ Nikorndej Balankura ຈະສືບ​ຕໍ່​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ
ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ

​ວັນ​ທີ 27 ມີນາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູດ​ ໄທ Nikorndej Balankura ເຂົ້າຢ້ຽມອຳລາເນື່ອງໃນໂອກາດ​ການສິ້ນສຸດວາລະອາຍຸການເຮັດວຽກທີ່ ຫວຽດນາມ.

ໂດຍຊົມເຊີຍທ່ານເອກອັກຄະລັດຖະທູດ ທີ່ໄດ້ສຳເລັດໜ້າທີ່ວຽກງານຢ່າງດີເລີດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ໃນໄລຍະມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະແດງຄວາມຫວັງ​ວ່າ ​ໃນ​ຕຳ​ແໜ່ງ​ໃໝ່, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ຈະສືບ​ຕໍ່​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

ຫວຽດນາມ - ໄທ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູດ​ ໄທ Nikorndej Balankura ເຂົ້າຢ້ຽມອຳລາເນື່ອງໃນໂອກາດ​ການສິ້ນສຸດວາລະອາຍຸການເຮັດວຽກທີ່ ຫວຽດນາມ. (ທີ່ມາ: TTXVN)

ທ່ານ​ນາຍົກລັດຖະມົນຕີ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ໄດ້ສະແດງຄວາມຊົມຊື່ນທີ່ເຫັນວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ ​ໄດ້​ພັດທະນາ​ຢ່າງ​ດີງາມ, ກ້າວເຂົ້າສູ່ລວງເລິກໃນ​ທຸກ​ຂົງ​ເຂດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຄວາມໄວ້ເນື້ອເຊື່ອໃຈ​ດ້ານ​ການ​ເມືອງ ​- ການ​ທູດ ໄດ້ຮັບການປັບປຸງ, ການ​ຄ້າ - ການ​ລົງທຶນເຕີບໂຕຢ່າງ​ບໍ່​ຢຸດ​ຢັ້ງ, ບັນດາການ​ເຄື່ອນ​ໄຫວພົບພະ​ແລກ​ປ່ຽນ​ວັດທະນະທຳ​ ແລະ ປະຊາຊົນກໍໄດ້ດຳເນີນຢ່າງຟົດຟື້ນ. ພິ​ເສດ, 2 ​ປະ​ເທດ​ໄດ້​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ໃນ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19.

ໃນໄລຍະ 10 ປີຜ່ານມາ, ວົງເງິນການຄ້າສອງຝ່າຍໄດ້ເພີ່ມຈາກ 10,4 ຕື້ USD ໃນປີ 2013 ຂຶ້ນເປັນເກືອບ 19 ຕື້ USD ໃນປີ 2023. ພິເສດໃນປີ 2022, ຍອດວົງເງິນການຄ້ານຳເຂົ້າ-ສົ່ງອອກຂອງ 2 ປະເທດບັນລຸໄດ້ 21,6 ຕື້ USD, ລື່ນກາຍ 20 ຕື້ USD ເປັນຄັ້ງທຳອິດ.

ກ່ຽວ​ກັບ​ການ​ລົງທຶນ, ລະດັບຄວາມໄວການ​ລົງທຶນ​ຂອງ ​ໄທ ຢູ່ ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ສູງ​ສຸດ​ຢູ່ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ປະຈຸ​ບັນ​ຢືນ​ອັນ​ດັບ​ທີ 9 ​ໃນ​ຈຳນວນ 144 ປະ​ເທດ ​ແລະ ​ເຂດເຂດແຄວ້ນທີ່ມີການລົງທຶນ​ເຂົ້າໃນ ຫວຽດນາມ ດ້ວຍ 715 ​ໂຄງການທີ່ມີຍັງມີຜົນສັກສິດ, ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ 13,7 ຕື້ USD. ໃນນັ້ນ, ໂຄງການ​ນ້ຳມັນ​ເຊື້ອ​ໄຟ​ພາກ​ໃຕ້​ຂອງ​ກຸ່ມ​ບໍລິສັດ SCG ຢູ່​ແຂວງ ບ່າ​ເຣ້ຍ - ຫວູງເຕົ່າ ພວມ​ຈະ​ສຳ​ເລັດ ​ແລະ ຈະ​ເລີ່​ມດຳ​ເນີນການ​ໃນ​ປີ 2024, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ສຳຄັນ​ຂອງ​ບັນດາ​ນັກ​ລົງທຶນ ​ໄທ ຢູ່ ຫວຽດນາມ.

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະແດງຄວາມຂອບ​ອົກ​ຂອບ​ໃຈ​ຝ່າຍ ​ໄທ ກ່ຽວກັບການບູລະນະບັນດາປູຊະນິຍະສະຖານທີ່​ກ່ຽວຂ້ອງ​ເຖິງ​ປະທານ ​ໂຮ່ຈີ​ມິນ ຢູ່ ​ໄທ, ​ແກ້​ໄຂ​ບັນດາ​ບັນຫາ​ກົດໝາຍ​ກ່ຽວ​ກັບ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ສ້າງ​ເງື່ອນ​ໄຂ​ກໍ່ສ້າງ​ຖະ​ໜົນ ຫວຽດນາມ ​ແຫ່ງ​ທຳ​ອິດ​ໃນ​ໂລກ​ຢູ່ ​ໄທ.

ຫວຽດ​ນາມ ຄອງຄອຍບັັນດາການຢ້ຽມ​ຢາມ​ຂອງການນຳຂັ້ນສູງ ໄທ ມາຍັງ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີ ຫວຽດ​ນາມ ສະເໜີໃຫ້​ຝ່າຍ ​ໄທ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ກະກຽມ​ໃຫ້​ດີ​ທີ່​ສຸດ​ໃຫ້​ແກ່​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ໄທ ​ແລະ ກອງ​ປະຊຸມ​ຄະນະ​ລັດຖະບານ​ຮ່ວມ​ຄັ້ງ​ທີ 4 ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຢ່າງເລີກເຊິ່ງ ​ເພື່ອ​ສືບຕໍ່ພັດທະນາພື້ນຖານການ​ພົວພັນ​ທີ່ດີງາມກ່ວາ​ອີກ, ​ເພີ່ມ​ທະວີ​ການ​ຮ່ວມມືສອງຝ່າຍໃຫ້​ດີ​ກ່ວາ​ອີກໃນທຸກຂົງເຂດ.

ທ່ານ​ນາຍົກລັດຖະມົນຕີ ຫວຽດ​ນາມ ສະ​ເໜີ​ໃຫ້​ 2 ​ປະ​ເທດ​ຮ່ວມ​ມື ​ເພື່ອຜັນຂະຫຍາຍ​ບັນດາ​ທ່າ​ໄດ້​ປຽບເພີ່ມເຕີມ​ເຊິ່ງກັນ ແລະ ກັນດ້ານ​ເສດຖະກິດ; ບັນດາອົງການທີ່ກ່ຽວຂ້ອງ​ຂອງ​ 2 ​ປະ​ເທດ ກໍໄດ້​ຍູ້​ແຮງການ​ປະຕິບັດບັນດາ​ມາດ​ຕະການ​ແກ້​ໄຂ​ທີ່​ຈຳ​ເປັນຢ່າງເຂັ້ມເເຂງ ​ເພື່ອ​ຊຸກຍູ້​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ບັນລຸ​ເປົ້າ​ໝາຍ 25 ຕື້ USD ​ໂດຍ​ໄວຕາມທິດເທົ່າທຽມກັນ. ລັດຖະບານ ຫວຽດນາມ ຊຸກຍູ້ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ໄທ ມາ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ.

ທ່ານ​ນາຍົກລັດຖະມົນຕີ ຫວຽດ​ນາມ ກໍ່​ສະ​ເໜີ​ໃຫ້ສອງຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ເຊື່ອມຕໍ່ພື້ນຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ການ​ຄົມມະນາຄົມ​, ການຄ້າເອເລັກໂຕນິກ; ການ​ຮ່ວມ​ມື​ໃນ​ການ​ຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ຫັນ​ເປັນ​ດິ​ຈິ​ຕອນ, ການ​ຫັນ​ເປັນ​​ສີ​ຂຽວ; ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ພິ​ເສດ​ແມ່ນ​ຮູບ​ແບບ “​ໜຶ່ງ​ເສັ້ນທາງ​ຫຼາຍ​ຈຸດ​ໝາຍ” ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ເຊື່ອມ​ຕໍ່​ປະຊາຊົນ, ຊຸກຍູ້​ການ​ແລກປ່ຽນ​ປະຊາຊົນ, ການ​ຮ່ວມ​ມື​ດ້ານ​ກິລາ...

ທ່ານ​ນາຍົກລັດຖະມົນຕີ ຫວຽດ​ນາມ ສະ​ເໜີ​ໃຫ້ສອງຝ່າຍ​ສືບ​ຕໍ່​ສົມທົບ​ກັນ, ປຶກສາ​ຫາລື, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ; ຮັກສາ​ຄວາມ​ສາມັກຄີ ແລະ ຜັນຂະຫຍາຍ​ບົດບາດ​ໃຈກາງ​ຂອງ​ ອາ​ຊຽນ; ການ​ຮ່ວມ​ມື​ພັດທະນາ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນ້ຳ​ຂອງ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ.

ທ່ານ​ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ສະ​ເໜີ​ໃຫ້ ​ໄທ​ ​ສົ່ງ​ຜູ້​ແທນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອາະນາ​ຄົດ ​ອາ​ຊຽນ​ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​, ເອົາປະຊາຊົນເປັນໃຈກາງ ໂດຍ ​ຫວຽດ​ນາມ​ ເປັນເຈົ້າພາບຈັດຕັ້ງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ໄທ ກໍ່ໄດ້ສະແດງຄວາມຂອບ​ໃຈ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດນາມ ​ທີ່​ໄດ້ສະຫຼະເວລາ​​ມາ​ຕ້ອນຮັບ​ ແລະ ບັນດາອົງ​ການ​ຂອງ​ ຫວຽດ​ນາມ ທີ່ສ້າງ​ເງື່ອນ​ໄຂ​ໃຫ້​ທ່ານ​ສຳ​ເລັດ​ໜ້າ​ທີ່. ໂດຍຕີລາຄາ​ສູງ​ເລື່ອງ ຫວຽດນາມ ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ, ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ຫຼາຍ​ຢ່າງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ໄທ ຢືນຢັນ​ວ່າ ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຍັງ​ໃຫຍ່​ຫຼວງ, ພິ​ເສດ​ແມ່ນ​ດ້ານ​ການ​ຄ້າ, ການ​ລົງທຶນ, ໄທ​ ປາດສະໜາກາຍ​ເປັນ​ນັກ​ລົງ​ທຶນ​ແຖວ​ໜ້າ​ຢູ່​ ຫວຽດ​ນາມ.

ໂດຍ​ຖື​ວ່າ ປີ 2024 ​ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍດ້ວຍການ​ຢ້ຽມຢາມ​ຂັ້ນ​ສູງ​ຫຼາຍ​ຄັ້ງ, ທ່ານ​ເອກ​ອັກຄະ​ລັດຖະທູດ ໄທ ຢືນຢັນ​ວ່າ ຖື ຫວຽດນາມ ເປັນບ້ານ​ເກີດ​ເມືອງ​ນອນ​ແຫ່ງ​ທີ 2 ດ້ວຍບັນດາຄວາມ​ປະ​ທັບ​ໃຈ​ທີ່​ດີ, ຄວາມ​ຮູ້ສຶກ​ຈິງ​ໃຈ ​ແລະ ເຖິງວ່າດຳລົງ​ຕຳ​ແໜ່​ງ​ໃດ​ກໍ​ຕາມ ກໍຈະສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈສຳລັບ​ການ​ພົວພັນ​ລະຫວ່າງ​ 2 ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ເນື້ອ​ໃນ​ທີ່​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ມີຄຳ​ເຫັນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.