ຫວຽດນາມ ຊົມ​ເຊີຍ​ມະຕິເລກທີ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ Gaza

12:07 | 04/04/2024

ຍສໝ - ທ່ານໂຄສົກກະຊວງການຕ່າງປະເທດ ​ຫວຽດນາມ ນາງ ຟ້າມທູຮັ່ງ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວທີ່ສະເໜີຢາກໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ​ຫວຽດນາມ ຕໍ່ເລື່ອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ ຮັບຮອງເອົາມະຕິເລກທີ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ Gaza.

ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ ສປຊ ​ຢູ່ Geneva ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ ສປຊ ​ຢູ່ Geneva

ວັນ​ທີ 27 ມີນາ 2024, ໂດຍ​​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວທີ່ສະເໜີຢາກໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ​ຫວຽດນາມ ຕໍ່ເລື່ອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ ຮັບຮອງເອົາມະຕິເລກທີ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ Gaza, ທ່ານໂຄສົກກະຊວງການຕ່າງປະເທດ ​ຫວຽດນາມ ນາງ ຟ້າມທູຮັ່ງ ຢືນຢັນ​ວ່າ:

ຫວຽດນາມ ຊົມ​ເຊີຍ​ມະຕິເລກທີ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ Gaza

ທ່ານໂຄສົກກະຊວງການຕ່າງປະເທດ ​ຫວຽດນາມ ນາງ ຟ້າມທູຮັ່ງ.

ຫວຽດນາມ ຊົມ​ເຊີຍ​ມະຕິເລກທີ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ Gaza ໂດຍ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ຮັບຮອງ​ເອົາ​ໃນ​ວັນ​ທີ 25 ມີນາ 2024 ແລະ ຮຽກຮ້ອງ​ບັນດາ​ຝ່າຍທີ່​ກ່ຽວຂ້ອງ​ປະຕິບັດ​ມະຕິ​ຢ່າງ​ທັນທີ ເພື່ອມຸງໄປເຖິງຄຳສັ່ງ​ຢຸດ​ຍິງ​ໃນ​ໄລຍະ​ຍາວ ​ແລະ ຍືນ​ຍົງ​ໃນ​ຂົງ​ເຂດ, ຊຸກຍູ້ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທໍາ, ການ​ປົກ​ປ້ອງ​ພົນ​ລະ​ເຮືອນ​ ​ແລະ​ ພື້ນ​ຖານ​ໂຄງ​ລ່າງ​ພົນ​ລະ​ເຮືອນ.

ຫວຽດນາມ ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມສາກົນໃນການ​ຊຸກຍູ້​ໃຫ້​ທຸກ​ຝ່າຍ​ລະງັບໃຈ, ປຶກສາ​ຫາລື, ​ແກ້​ໄຂບັນດາຄວາມບໍ່ລົງລອຍກັນໂດຍ​ມາດຕະການສັນຕິວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ເພື່ອ​ບັນລຸ​ໄດ້​ການ​ແກ້​ໄຂຢ່າງຍຸຕິ​ທຳ, ສົມເຫດສົມຜົນ ແລະ ຍາວນານໃຫ້​ແກ່ຂະ​ບວນ​ການ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ ໂດຍໄວ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.