ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ​ສາທາລະນະລັດເຊັກໂກ

10:39 | 30/03/2024

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ເຢື່ອງຫາຍນາມ ໃຫ້​ຮູ້​ວ່າ ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ Moravoslezsky ​ໄດ້​ມີ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການປັບປຸງ​ ແລະ ​ເພີ່ມ​ທະວີ​ທີ່​ຕັ້ງ​ຂອງ​ຊາວ ຫວຽດນາມ ຢູ່ ສ.​ເຊັກ​ໂກ.

ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ
ທ່ານປະທານປະເທດ ໄດ້ໃຫ້ສັດຕະຍາບັນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍອາຍາ ລະຫວ່າງຫວຽດນາມ ແລະ ເຊັກໂກ ທ່ານປະທານປະເທດ ໄດ້ໃຫ້ສັດຕະຍາບັນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍອາຍາ ລະຫວ່າງຫວຽດນາມ ແລະ ເຊັກໂກ

​ໃນ​ວັນ​ທີ 22 – 23 ມີນາ, ຄະນະ​ປະຕິບັດງານສະຖານທູດ ຫວຽດນາມ ປະຈຳ ​ສ.ເຊັກ​ໂກ ​ໂດຍ​ທ່ານ​ເອກ​ອັກຄະ​ລັດຖະທູດ ເຢື່ອງຫາຍນາມ ນຳໜ້າຄະນະ ​ໄປ​ຢ້ຽມຢາມເຮັດວຽກຢູ່​ແຂວງ Moravoslezsky, ​ໄດ້​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ​ແລະ ຜູ້ຕາງໜ້າ​ວິ​ສາ​ຫະກິດ ຫວຽດນາມ ຢູ່ທ້ອງ​ຖິ່ນທີ່​ຕັ້ງ​ຢູ່​ທິດຕາ​ເວັນ​ອອກ​ສຸດຂອງ ສ.ເຊັກ​ໂກ.

ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ຂອງປະຊາ​ຄົມ​ຊາວ ຫວຽດນາມ, ​ໃນ​ນັ້ນ​ມີ​ນັກທຸລະກິດ​ ຫວຽດນາມ ຢູ່​ທີ່​ນີ້, ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການປັບປຸງ ແລະ ​ເພີ່ມ​ທະວີ​ທີ່​ຕັ້ງ​ຂອງ​ຊາວ ຫວຽດນາມ ຢູ່ ສ.​ເຊັກ​ໂກ, ມີສວມບົດບາດທີ່ດີໃນການເປັນຂົວຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດກ່ວາອີກ.

ທີ່​ການ​ພົບ​ປະ, ຄະນະ​ບໍລິຫານ​ງານ​ສະມາຄົມ​ຊາວ ​ຫວຽດນາມ ຢູ່ພາກເໜືອ Moravia ​ແລະ Ostrava, ​ໄດ້​ແຈ້ງໃຫ້​ຄະນະ​ປະຕິບັດງານສະຖານທູດ​ກ່ຽວ​ກັບ​ບັນດາ​ຈຸດໝາຍ​ຕົ້ນຕໍ​ຂອງ​ສະພາບ​ການ​ເສດຖະກິດ, ການ​ເມືອງ, ວັດທະນະທຳ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ທີ່​ນີ້.

ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ​ສາທາລະນະລັດເຊັກໂກ

​ຮ້ານ​ຂາຍ​ເຄື່ອງ​ຂອງ​ຊາວ ​ຫວຽດນາມ ຢູ່​ສາທາລະນະ​ລັດ ເຊັກ. (ພາບປະກອບ: ຫງອກມາຍ/ຫວຽດນາມ+)

ຕາມທ່ານ ຈິ້ງເຕີນ - ປະທານສະມາຄົມຊາວ ຫວຽດນາມ ຢູ່ພາກເໜືອ Moravia ແລະ Ostrava ແລ້ວ, ປະຊາຄົມຊາວ ຫວຽດນາມ ແມ່ນປະຊາຄົມຊົນເຜົ່າສ່ວນໜ້ອຍໃຫຍ່ອັນດັບ 3 ຢູ່ທ້ອງຖິ່ນ ດ້ວຍປະມານ 10.000 ຄົນ, ຖັດຈາກປະຊາຄົມ ໂປໂລຍ ແລະ Slovak.

ການ​ນຳ​ສະມາຄົມ​ຕາງໜ້າ​ໃຫ້​ປະຊາ​ຄົມ​ຊາວ​ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ຂອງ​ອຳນາດການປົກຄອງຂັ້ນແຂວງ, ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ໄດ້ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ວັດທະນະທຳທີ່ເປັນມູນເຊື້ອ ຫວຽດນາມ, ​ເຂົ້າ​ຮ່ວມ​ບັນດາເຫດການວັດທະນະທຳ​ບັນດາ​ເຜົ່າ. ການ​ເຂົ້າ​ຮ່ວມ​ຂອງຊຸມຊົນ​ເຂົ້າໃນ​ບັນດາ​ການ​ເຄື່ອນ​ໄຫວ​ລວມຂອງທ້ອງຖິ່ນ ແມ່ນໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກອຳນາດການປົກຄອງທ້ອງຖິ່ນ.

ສະມາຄົມ​ກໍ່​ແມ່ນ​ສະຖານ​ທີ່ເຕົ້າໂຮມບັນດາ​ສະມາຄົມ​ສະມາຊິກ​ຄື ສະມາຄົມ​ແມ່ຍິງ, ສະມາຄົມ​ພຸດທະ​ສາສະໜາ... ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ກິລາ, ວັດທະນະທຳ, ຮຽນ​ພາສາ​ຫວຽດນາມ ຢູ່​ຊຸມ​ຊົນ, ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນຢ່າງເປັນ​ປະຈຳ ​.

ທ່ານ ຈິ້ງເຕີນ ຕາງໜ້າ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ໂດຍ​ຕັ້ງ​ຢູ່​ບັນດາ​ທ້ອງ​ຖິ່ນ​ຫ່າງ​ໄກ​ສອກຫຼີກ​ທີ່​ສຸດ​ຂອງ ສ.​ເຊັກ​ໂກ, ໄດ້​ສະ​ແດງ​ຄວາມຕື້ນຕັນໃຈເມື່ອ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ໜູນຊ່ວຍຂອງສະຖານທູດ, ການ​ນຳ​ສະມາຄົມ​ຊາວ ຫວຽດນາມ ປະຈຳ ສ.​ເຊັກ​ໂກ.

ຕາງໜ້າ​ໃຫ້​ຄະນະປະຕິບັດງານ, ທ່ານ​ເອກ​ອັກຄະ​ລັດຖະທູດ ເຢື່ອງຫາຍນາມ ໄດ້ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສະມາຄົມ ຫວຽດນາມ ຢູ່ພາກເໜືອ Moravia ​ແລະ Ostrava ​ໃນ​ການ​ເຕົ້າ​ໂຮມ, ​ສາມັກຄີ​ປະຊາ​ຄົມ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຫຼາກ​ຫຼາຍ, ຜ່ານ​ນັ້ນ​ ກໍ່ຮັກສາ ແລະ ແຜ່ກະຈາຍວັດທະນະທຳ ຫວຽດນາມ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ອັນ​ພົ້ນ​ເດັ່ນ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ທ້ອງ​ຖິ່ນ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ຢືນຢັນ​ວ່າ ສະຖານທູດ ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ໜູນ​ຊ່ວຍ​ບັນດາ​ສະມາຄົມ​ຊາວ ຫວຽດນາມ ຢູ່ ສ.ເຊັກ​ໂກ, ໃນ​ນັ້ນ​ ມີ​ບັນດາສະ​ມາ​ຄົມ​ຊາວ ຫວຽດ​ນາມ ຂັ້ນ​ແຂວງ.

ທີ່​ການ​ພົບ​ປະ, ​ທ່ານ​ເອກ​ອັກຄະ​ລັດຖະທູດ ເຢື່ອງຫາຍນາມ ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງ​ຜູ້​ແທນ​ຊຸມ​ຊົນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ກຳ​ນົດຂອງກົດ​ໝາຍ​ ຫວຽດ​ນາມ ກ່ຽວ​ກັບ​ສັນ​ຊາດ, ສຳມະໂນຄົວ. ຄະນະປະຕິບັດງານ​ ກໍ່​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດໃຫ້ແກ່ບັນດາກົມກອງລວມໝູ່, ບຸກຄົນຂອງ​ສະມາຄົມ​ຫວຽດນາມ ຢູ່​ພາກ​ເໜືອ Moravia ​ແລະ Ostrava ພ້ອມກັບບັນດານັກຮຽນທີ່ແມ່ນລູກຫຼານຂອງປະຊາຄົມຢູ່​ທ້ອງ​ຖິ່ນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ສຶກສາ.

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມເຮັດວຽກ, ຄະນະປະຕິບັດງານສະຖານທູດ​ ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ໂຮງງານ​ຜະລິດ​ຂອງ​ກຸ່ມບໍລິສັດ Elmich ທີ່​ຕັ້ງ​ຢູ່ Ostrava. ນີ້​ແມ່ນ​ກຸ່ມ​ບໍລິສັດ​ຜະລິດ ​ແລະ ດຳເນີນທຸລະກິດ​ເຄື່ອງ​ໃຊ້​ໃນ​ຄົວ​ເຮືອນ​ແຖວ​ໜ້າ​ຢູ່​ພາກ​ກາງ ​ແລະ ຕາ​ເວັນ​ອອກ ​ເອີ​ລົບ ​ໂດຍ​ທ່ານ ໂດ້ແທງຈຸ່ງ- ໜຶ່ງ​ໃນ​ບັນດາ​ສະມາຊິກຂອງປະຊາຄົມຊາວ ຫວຽດນາມ ຢູ່ Moravoslezsky ​ເປັນ​ປະທານ.

ທ່ານ ຈຸ່ງ ຢືນຢັນ​ວ່າ ດ້ວຍ​ການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ, ການ​ໜູນ​ຊ່ວຍ​ຈາກ​ລັດ​ ສ.ເຊັກ​ໂກ ແລະ ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ, ຫັນເປັນອັດຕະໂນມັດ​ເກືອບທັງໝົດນັ້ນ, ໂຮງງານຂອງ Elmich ຢູ່ Ostrava​ ແມ່ນ​ຮາກຖານທີ່​ນຳ​ໜ້າ​ໃນ​ຂົງ​ເຂດ​ຜະລິດ​ເຄື່ອງ​ໃຊ້ໃນຄົວເຮືອນຢູ່ ​ເອີ​ລົບ​ຕາ​ເວັນ​ອອກ.

ນັບ​ແຕ່​ປີ 2011, Elmich ​ໄດ້​ລົງທຶນ​ກໍ່ສ້າງ​ໂຮງງານ​ຢູ່​ ຫວຽດນາມ, ໃນ​ນັ້ນ, ຜະລິດ​ຕະພັນ​ສ່ວນ​ໃຫຍ່​ທີ່​ຜະລິດ​ຢູ່ ​ຫວຽດນາມ ​ແມ່ນ​ສົ່ງ​ອອກ​ໄປ​ທົ່ວ​ໂລກ ດ້ວຍ​ບັນດາ​ທ້ອງຕະຫຼາດ​ສຳຄັນ​ຢູ່ ອາ​ເມ​ລິ​ກາ​ເໜືອ ​ແລະ ກາງ.

ໃນຊຸມປີມໍ່ໆມານີ້, ລວມທັງໃນໄລຍະລະບາດຂອງພະຍາດ COVID-19 ແລະ ວິກິດການເສດຖະກິດ, ກຸ່ມບໍລິສັດ Elmich ຍາມໃດກໍຮັກສາການເຕີບໂຕຢ່າງໝັ້ນຄົງ. ທ່ານ ຈຸ່ງ ໄດ້ສະແດງຄວາມປາດ​ຖະໜາ​ຢາກ​ຮັບ​ຄົນ​ງານ​ ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່​ບັນດາ​ໂຮງງານ​ຂອງ Elmich ​ແລະ ຫວັງ​ວ່າ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ ຫວຽດນາມ - ສ.​ເຊັກ​ໂກ ຈະ​ມີບັນດາບາດກ້າວໃນ​ໄລຍະ​ຈະ​ມາ​ເຖິງ, ສ້າງ​ເງື່ອນ​ໄຂ​ເພື່ອ​ນຳ​ຄົນ​ງານ​ຈາກ​ພາຍ​ໃນ​ປະ​ເທດມາຍັງ ສ.​ເຊັກ​ໂກ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.​

ນອກ​ນັ້ນ, ທ່ານ​ປະທານ Elmich ​ກໍ່ເນັ້ນ​ໜັກ​ວ່າ ຍາມ​ໃດ​ທ່ານ​ກໍ່​ຖື​ວ່າ​ຕົນ​ແມ່ນ​ສະມາຊິກ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເຊັກ​ໂກ, ປາດ​ຖະໜາ​ຢາກ​ປະກອບສ່ວນໃຫ້ການພັດທະນາ​ຂອງປະຊາ​ຄົມ, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ສ. ເຊັກ​ໂກ, ປະກອບສ່ວນພັດທະນາ​ການ​ພົວພັນ​ຮ່ວມ​ມື​ສອງຝ່າຍກ່ວາອີກ.

ທ່ານ Petr Vanecek, ຜູ້ອຳນວຍການບໍລິຫານຂອງບໍລິສັດ Remoska (ໜຶ່ງໃນ 14 ເຄື່ອງໝາຍການຄ້າທີ່ໄດ້ຮັບການອະນຸລັກຮັກ​ສາຈາກສາທາລະນະລັດເຊັກ) ຂຶ້ນກັບກຸ່ມບໍລິສັດ Elmich, ໃຫ້ຮູ້ວ່າ ລາຍຮັບຂອງວິສາຫະກິດ Remoska ໄດ້ເຕີບໂຕ 300% ໃນໄລຍະ 5 ປີຜ່ານມາ ດ້ວຍການຮ່ວມມືກັບ Elmich ຫວຽດນາມ. ບໍລິສັດໄດ້ນຳເຂົ້າອຸປະກອນ, ວັດຖຸດິບສົ້ນເຂົ້າ ແລະ ຜະລິດຕະພັນເຄິ່ງສຳເລັດຮູບຈາກ ຫວຽດນາມ.

ທ່ານ Vanecek ໄດ້ຕີ​ລາຄາ​ວ່າ ຫວຽດນາມ ​ແມ່ນທ້ອງຕະຫຼາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ ​ແລະ ການນຳໃຊ້ການຫັນເຕັກ​ໂນ​ໂລຢີເປັນອັດຕະໂນມັດ​ພວມ​ຊ່ວຍ​ນຳ​ບັນດາ​ຜະລິດ​ຕະພັນ​ໃນ​ຄອບຄົວທີ່​ມີ​ຄຸນ​ນະພາ​ບສູງ ແລະ ມີລາຄາ​ທີ່​ເໝາະ​ສົມມາ​ໃຫ້​ຜູ້​ບໍລິ​ໂພ​ກ ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ເຢື່ອງຫາຍນາມ ໄດ້ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ເມື່ອ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ພັດ​ທະ​ນາ ແລະ ເຕີບໃຫຍ່​ຢູ່ ສ.ເຊັກ​ໂກ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຊື່ອ​ໝັ້ນ​ວ່າ ກຸ່ມ​ບໍລິສັດ Elmich ຈະ​ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ ຊາວ ຫວຽດນາມ ຢູ່ ສ.ເຊັກ​ໂກ ເວົ້າ​ສະ​ເພາະ, ກໍ່ຄື​ຢູ່​ເອີ​ລົບ ​ເວົ້າ​ລວມ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ຜົນສຳເລັດ​ຂອງ​ Elmich ກໍ່​ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ ຫວຽດນາມ ຢູ່​ພາຍ​ໃນ​ປະ​ເທດໄປລົງທຶນ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ທີ່​ນີ້ກໍ່​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ. ດ້ວຍ​ທິດ​ນຳ​ການ​ລົງທຶນ​ກັບ​ຄືນ​ສູ່​ ຫວຽດນາມ, Elmich ບໍ່​ພຽງ​ແຕ່​ປະກອບສ່ວນ​ໃຫ້​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ເທົ່າ​ນັ້ນ, ຫາກ​ຍັງ​ນຳ​ຮູບ​ພາບ​ຂອງ​ປະ​ເທດ​ຊາດ, ປະຊາຊົນ ຫວຽດນາມ ​ອອກໄປ​ສູ່​ໂລກອີກດ້ວຍ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.