​ເພີ່ມພື້ນທີ່​ເພື່ອນັກຮຽນ ​ໄທ ຊອກຮູ້ວັດທະນະທຳ ​ຫວຽດນາມ

09:40 | 29/03/2024

ຍສໝ - ວັນ​ທີ 25 ມີ​ນາ​ນີ້, ບຸນຄ້າຍ​ພາ​ສາ​ ແລະ ວັດ​ທະ​ນະ​ທຳ​ ຫວຽດ​ນາມ ​ໄດ້​ເປີດ​ຢູ່​ແຂວງ​ ໜອງ​ຄາຍ ຂຶ້ນ​ກັບພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ໄທ. ນີ້​ແມ່ນ​ປີ​ທຳ​ອິດ​ທີ່ລາຍການໄດ້​ຮັບ​ການ​ຈັດ​ຕັ້ງ, ​ໃຫ້​ນັກຮຽນ ​ແລະ ​ໄວ​ໜຸ່ມ ​ໄທ ມີ​ບ່ອນລະ​ຫຼິ້ນ​ທີ່​ໜ້າ​ສົນ​ໃຈ ​ແລະ ມີ​ປະ​ໂຫຍ​ດ ​ເພື່ອ​ຊອກ​ຮູ້​ພາສາ​ ຫວຽດນາມ ​ແລະ ວັດທະນະທຳ ຫວຽດນາມ.

9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ 9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ

ບຸນຄ້າຍພາສາ ແລະ ວັດທະນະທໍາ ຫວຽດນາມ ໄດ້ຈັດຕັ້ງໂດຍສູນຄົ້ນຄວ້າຫວຽດນາມວິທະຍາ ຢູ່ມະຫາວິທະຍາໄລ ລາດຊະພັດ ອຸດອນທານີ ສົມທົບກັບ ໂຮງຮຽນ ມັດທະຍົມສົມບູນ ປະທຸມເທບວິທະຍາຄານ ແຂວງ ໜອງຄາຍ ໃນວັນທີ 25 – 26 ມີນາ. ລາຍການ ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຄູ​ສອນ​ພາສາ​ຫວຽດນາມ ​ແລະ ນັກຮຽນ​ທີ່​ມາ​ຈາກ 14 ໂຮງຮຽນ​ມັດທະຍົມ​ປາຍ​ໃນ 10 ​ແຂວງ ​ແລະ ນະຄອນຫຼວງ ບາງກອກ​ ຂອງ ​ໄທ.

​ເພີ່ມພື້ນທີ່​ເພື່ອນັກຮຽນ ​ໄທ ຊອກຮູ້ວັດທະນະທຳ ​ຫວຽດນາມ

​ໃນ​ຂອບ​ເຂດ​ຄ້າຍພັກແລ້ງ, ບັນດານັກຮຽນ ໄທ ໄດ້ເຂົ້າ​ຮ່ວມ​ບັນດາ​ຫົວ​ຂໍ້​ກ່ຽວ​ກັບ​ການ​ຟັງ, ການ​ເວົ້າ, ການ​ອ່ານ, ການ​ຂຽນ​ພາສາ​ ຫວຽດນາມ

​ໃນ​ຂອບ​ເຂດ​ຄ້າຍພັກແລ້ງ, ບັນດານັກຮຽນ ໄທ ໄດ້ເຂົ້າ​ຮ່ວມ​ບັນດາ​ຫົວ​ຂໍ້​ກ່ຽວ​ກັບ​ການ​ຟັງ, ການ​ເວົ້າ, ການ​ອ່ານ, ການ​ຂຽນ​ພາສາ​ ຫວຽດນາມ; ໄດ້ພົບພະແລກປ່ຽນ, ຮຽນຮູ້ປະສົບການຊີວິດ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.

ບັນດານັກຮຽນ ຍັງ​ໄດ້​ຊົມ​ການ​ສະ​ແດງ​ດົນຕີ​ຫຼາຍ​ຢ່າງ​ເພື່ອ​ຍ້ອງຍໍ​ບ້ານ​ເກີດ​ເມືອງ​ນອນ, ຍ້ອງຍໍສາຍພົວພັນມິດຕະພາບທີ່ນັບມື້ນັບພັດທະນາອັນດີງາມລະຫວ່າງ​ສອງ​ປະ​ເທດ, ປະຊາຊົນ ຫວຽດນາມ - ​ໄທ ​ໂດຍ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດສະແດງ. ໂດຍຜ່ານ​ການ​ເຄື່ອນ​ໄຫວ ກໍ່ຊ່ວຍໃຫ້ນັກຮຽນໄດ້​ມີ​ຄວາມ​ຮູ້​ຄວາມເຂົ້າໃຈກ່ຽວ​ກັບ​ຄວາມ​ງາມ​ຂອງ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ປະ​ເທດ ແລະ ປະ​ຊາ​ຊົນ​ ຫວຽດ​ນາມ ຕື່ມອີກ.

ກ່າວ​ຄຳ​ປາໄສທີ່​ພິ​ທີ​ເປີດ, ທ່ານ Chalieo Sorasith, ອຳ​ນວຍ​ການ​ໂຮງ​ຮຽນ ປະ​ທຸມ​ເທບ​ວິ​ທະ​ຍາ​ຄານ ເວົ້າວ່າ "ບຸນຄ້າຍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ນັກ​ຮຽນ ໄທ ຝຶກຝົນພາ​ສາ​ ຫວຽດນາມ, ຮຽນ​ຮູ້​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ ຫວຽດ​ນາມ ໂດຍຜ່ານບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ, ຫຼິ້ນເກມ, ແບ່ງປັນຄວາມ​ຮູ້. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້ນັກຮຽນສາມາດພົບ​ປະ ​ແລະ ສື່ສານ​ເຊິ່ງກັນ ​ແລະ ກັນ, ຜ່ານ​ນັ້ນ​ ກໍ່ໄດ້​ຮັບ​ປະ​ສົບ​ການ​ຕົວ​ຈິງ​ກ່ຽວ​ກັບ​ການ​ນຳ​ໃຊ້​ພາສາ​ ຫວຽດນາມ ​ໃນການດຳລົງ​ຊີວິດ. ຄະນະຈັດ​ຕັ້ງ​ຫວັງ​ວ່າ​ເຫດການ​ນີ້​ ​ຈະສ້າງກຳລັງຜັກດັນໃຫ້ບັນດານັກຮຽນ ໄທ ມີ​ຄວາມ​ຮັກ​ໃນການ​ຮຽນ​ພາສາ ​ຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຮັດ​ວຽກ​ງານ​ໃນ​ອະນາຄົດ”.

​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳປາໄສ​ທີ່ເຫດການ, ທ່ານ​ກົງ​ສູນ​ໃຫຍ່ ​ຫວຽດນາມ ປະຈຳ ​ຂອນ​ແກ່ນ ຈຸ່ດຶກຢຸ່ງ ​ໄດ້​ຕີ​ລາຄາ​ສູງ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ການ​ຈັດ​ຕັ້ງ​ບຸນຄ້າຍພາສາ ແລະ ວັດທະນະທຳ ຫວຽດນາມ. ທ່ານ ຢຸ່ງ ກ່າວວ່າ ການກຳແໜ້ນພາສາ ແລະ ວັດທະນະທຳ ຫວຽດນາມ ຈະ​ແມ່ນການປະກອບຄວາມຮູ້​ທີ່​ດີ​ຫຼາຍ​ສຳລັບ​ນັກ​ຮຽນ​ໄທ ​ເມື່ອ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ກ່ຽວ​ກັບ ຫວຽດນາມ.

ທ່ານກົງສຸນໃຫຍ່ ຈຸ່ດຶກຢຸ່ງ ປາດ​ຖະໜາ​ວ່າ ​ໃນ​ຕໍ່ໜ້າ, ບັນດາ​ລາຍການ​ຄ້າຍພັກແລ້ງທີ່ຄ້າຍຄືກັນ ຈະໄດ້ຈັດຕັ້ງ​ເປັນ​ເວລາຍາວກ່ວາ ເພື່ອໃຫ້ນັກຮຽນ​ໄທ ມີ​ເວລາ​ມາ​ໄປຢ້ຽມຢາມ ຫວຽດນາມ, ​ແລກປ່ຽນພາສາ ຫວຽດນາມ ໂດຍ​ກົງ​ກັບ​ເພື່ອນ​ມິດ​ ຫວຽດນາມ. ສະ​ຖານ​ກົງ​ສູນ​ໃຫຍ່​ ຫວຽດ​ນາມ ປະ​ຈຳ​ ແຂວງ ຂອນແກ່ນ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມເດີນທາງ, ໜູນ​ຊ່ວຍ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຝຶກ​ອົບ​ຮົມ, ສຶກສາພາ​ສາ​ ຫວຽດ​ນາມ ເປັນທີ່ສຸດ ກໍຄືບັນ​ດາລາຍການເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ ແລະ ​ກັນ​ລະ​ຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ​ ຫວຽດ​ນາມ ແລະ ໄທ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.