ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນໃນການສ້າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່
ການເຄື່ອນໄຫວວັດແທກ ແລະ ແຜນທີ່ແມ່ນການເຄື່ອນໄຫວສຳຫຼວດພື້ນຖານ, ມີຄວາມສຳຄັນຍິ່ງ, ສະໜອງຂໍ້ມູນ, ຜະລິດຕະພັນຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ການເຄື່ອນໄຫວວັດແທກ ແລະ ແຜນທີ່ແມ່ນການເຄື່ອນໄຫວສຳຫຼວດພື້ນຖານ, ມີຄວາມສຳຄັນຍິ່ງ, ສະໜອງຂໍ້ມູນ, ຜະລິດຕະພັນຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ທະຫານຊາຍແດນຫວຽດນາມ ມອບວັດຖຸອຸປະກອນການແພດ, ເຄື່ອງໃຊ້ທີ່ຈໍາເປັນໃຫ້ກໍາລັງປະກອບອາວຸດຂຶ້ນກັບເມືອງກະລຶມ, ແຂວງເຊກອງ, ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.
ເນື່ອງໃນໂອກາດນີ້, ສອງທ່ານກໍໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ ໄລຍະ 2021 – 2025. ບໍລິສັດໃຫຍ່ ທ່ອງທ່ຽວ ໄຊງ່ອນ ໄດ້ມອບທຶນການສຶກສາ 5 ທຶນ ມີມູນຄ່າ 1,5 ຕື້ດົ່ງໃຫ້ແກ່ ນະຄອນຫຼວງ ວຽງຈັນ.
ວັນທີ 15 ຕຸລາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ທ່ານແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ທ່ານ ເຈິ່ນຕ້ວນແອງ, ກຳມະການກົມການເມືອງການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ, ໃນໂອກາດທີ່ທ່ານໄດ້ຮັບຕຳແໜ່ງໃໝ່.
ສອງຝ່າຍຢັ້ງຢືນວ່າ ຈະອະນຸລັກ, ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ຍສໝ - ສະມາຄົມນັກຂ່າວ, ສະມາຄົມແມ່ຍິງທະຫານປ້ອງກັນຊາຍແດນແຂວງກ໋ວາງນາມ ຫາກໍ່ສົມທົບກັນຈັດໂຄງການ “ເຊື່ອມຕໍ່ອ້ອມແຂນຫວຽດ” ເພື່ອແນໃສ່ໜູນຊ່ວຍນັກສຶກສາ ລາວ ເກືອບ 130 ຄົນ ຢູ່ມະຫາວິທະຍາ ກ໋ວາງນາມ ຜ່ານຜ່າ ຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19.
ຍສໝ - ມະຫາວິທະຍາໄລກວາງນາມ, ພະແນກການຕ່າງປະເທດ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງນາມ ໄດ້ສົມທົບກັນຈັດຕັ້ງ “ການແຂ່ງຂັນຂຽນ ແລະ ບັນຍາຍດ້ວຍພາສາຫວຽດນາມສໍາລັບນັກສຶກສາລາວທີ່ພວມສຶກສາຮໍ່າຮຽນຢູ່ແຂວງກວາງນາມໃນປີ 2021”.
ໃນໄລຍະຜ່ານມາ, ມີຜູ້ໃຈບຸນໃຈກຸສົນໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ວັດເຟິດຕິກ ມອບຂອງຂວັນໃຫ້ຄອບຄົວຊາວຫວຽດນາມ ແລະ ຄອບຄົວຊາວລາວ ຢູ່ບໍລິເວນນະຄອນຫຼວງວຽງຈັນ ກໍ່ຄືທ້ອງຖິ່ນອື່ນໆ ທີ່ປະສົບກັບຄວາມຫຍຸ້ງຍາກ.
ວັນທີ 8 ຕຸລາ, ທີ່ນະຄອນດົ່ງເຮີ໊ຍ, ຄະນະກໍາມະການປະຊາຊົນແຂວງກວ໋າງບິ່ງ ໄດ້ຈັດການພົບປະສັງສັນກັບຄະນະປະຕິບັດງານເຂົ້າຮ່ວມການໜູນຊ່ວຍແຂວງຄໍາມ່ວນ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ວັນທີ 8 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນໂທຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ.
ວັນທີ 5 ຕຸລາ, ສະຫະພັນບານເຕະໂລກ (FIFA) ໄດ້ສະຖິຕິວ່າ, FIFA Futsal World Cup 2021 ມີລູກຍິງເຂົ້າປະຕູທັງໝົດ 301 ລູກໃນການແຂ່ງຂັນ 52 ນັດ.
ວັນທີ 05 ຕຸລາ, ທ່ານ ຫງວຽນດັງຮຸ່ງ, ຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳ ແຂວງ ຫຼວງພະບາງ ໄດ້ມອບເງິນຈຳນວນ 20.000 USD ໃຫ້ທ່ານ ຄຳຂັນ ຈັນທະວີສຸກ, ເລຂາພັກແຂວງ, ເຈົ້າແຂວງແຂວງຫຼວງພະບາງ.
ຍສໝ - ວັນທີ 5 ຕຸລາ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ກາວບັ່ງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II, ອາຍຸການ 2021 - 2026. ທ່ານ ເລຫາຍຮວ່າ - ຮອງປະທານຄະນະກຳມະການປະຊາຊົນແຂວງ ກາວບັ່ງ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ, ຊຸດທີ II, ອາຍຸການ 2021 - 2026.
ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ພະອາຈານ ທິກມິງກວາງ, ຫົວໜ້າຄະນະປະສານງານພຸດທະສາສະໜາ ຫວຽດນາມ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ ລວມມູນຄ່າ 25 ລ້ານກີບ ໃຫ້ແນວລາວສ້າງຊາດ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນລາວບັນດາເຜົ່າ ທີ່ພວມໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19.
ຍສໝ - ວັນທີ 29 ກັນຍາ, ທີ່ສູນສາທາລະນະສຸກ ຕາແສງ ຕືເຊີນ, ແຂວງ ບັກນິງ, ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ ສົມທົບກັບຄະນະຊີ້ນໍາການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ຂອງແຂວງບັກນິງ ໄດ້ຈັດການສັກຢາກັນພະຍາດໂຄວິດ -19 ໃຫ້ກັບນັກສຶກສາລາວເກືອບ 300 ຄົນ ທີ່ພວມດໍາລົງຊີວິດ ແລະຮໍ່າຮຽນຢູ່ໂຮງຮຽນ.
ວັນທີ 26 ກັນຍາ 2021, ທີ່ສໍານັກງານສູນກາງພັກ, ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ ໄດ້ມີການພົບປະຂັ້ນສູງຫວຽດນາມ-ລາວ-ກໍາປູເຈຍ.
ຍສໝ - ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມຮຽກຮ້ອງໃຫ້ມີການແບ່ງປັນວັກຊີນ.
ຫວ່າງແລ້ວນີ້, ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ຈັດຊຸດບໍາລຸງສ້າງ, ຍົກສູງຄວາມຮູ້ກ່ຽວກັບ “ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ” ໃນສະພາບການໃໝ່ ແລະໜ້າທີ່ຂອງພວກເຮົາ.
ຍສໝ - ຕອນບ່າຍວັນທີ 22 ກັນຍາ, ສະຫະພັນບານເຕະອາຊີຕາເວັນອອກສ່ຽງໃຕ້ (AFF) ໄດ້ດໍາເນີນພິທີຈົກສະຫຼາກອອນໄລ ສໍາລັບການແຂ່ງຂັນເຕະບານຊິງແຊ້ມອາຊີຕາເວັນອອກສ່ຽງໃຕ້ - AFF Suzuki Cup 2020.
ຍສໝ - ຕອນເຊົ້າວັນທີ 23 ກັນຍາ, ກອງປະຊຸມຄັ້ງທີ 8 ຂອງກຳມາທິການການຕ່າງປະເທດສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ກ່ຽວກັບເຂດສາມຫຼ່ຽມພັດທະນາ ໄດ້ຈັດຂຶ້ນໃນຮູບແບບອອນໄລ ພາຍໃຕ້ການເປັນປະທານຂອງສະພາແຫ່ງຊາດ ກຳປູເຈຍ.