ການ​ນຳ​ແຂວງ​ເຊ​ກອງ ສົ່ງ​ສານ​ອວຍພອນ​ເຖິງ ກວາງ​ນາມ ເນື່ອງ​ໃນ​ໂອກາດ​ບຸນ​ເຕັດປະຈໍາຊາດ 2022

19:20 | 30/01/2022

ຍສໝ - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ປີ​ໃຫມ່​ປະ​ຈໍາຊາດ​ຫວຽດ​ນາມ ​ປີ 2022, ກຳມະການ​ຄະນະບໍລິຫານງານສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ເລຂາພັກ, ​ເຈົ້າແຂວງ​ເຊ​ກອງ - ສະຫາຍ ​ເຫຼັກໄຫຼ ສີວິໄລ ໄດ້​ສົ່ງ​ຄຳ​ອວຍພອນ​ເຖິງບັນດາສະຫາຍ​ການ​ນຳ​ແຂວງ​ກວາງ​ນາມ.

ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ
ລະຫຼິ້ນລະດູບານໃໝ່ຢູ່ເຂດພູ​ສູງ​ກວາງ​ນາມ​ ລະຫຼິ້ນລະດູບານໃໝ່ຢູ່ເຂດພູ​ສູງ​ກວາງ​ນາມ​
ການ​ນຳ​ແຂວງ​ເຊ​ກອງ ສົ່ງ​ສານ​ອວຍພອນ​ເຖິງ ກວາງ​ນາມ ເນື່ອງ​ໃນ​ໂອກາດ​ບຸນ​ເຕັດປະຈໍາຊາດ 2022
ສະຫາຍ ​ເຫຼັກໄຫຼ ສີວິໄລ - ເລຂາພັກ, ​ເຈົ້າແຂວງ​ເຊ​ກອງ. ພາບ: baoquangnam.vn

ສະຫາຍ ​ເຫຼັກໄຫຼ ສີວິໄລ ຕີ​ລາຄາ ​ແລະ ຮັບ​ຮູ້​ວ່າ ໃນປີ 2021, ພາຍ​ໃຕ້​ການ​​ນຳພາ ​ແລະ ຊີ້​ນຳ​ຂອງ​ຄະນະ​ພັກ ​ແລະ ອໍານາດການປົກຄອງ ​ແຂວງ ກວາງ​ນາມ, ບັນດາສະຫາຍ ສືບ​ຕໍ່​ເຮັດ​ໃຫ້​ແຂວງ ກວາງ​ນາມ ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ຫລາຍ​ຂົງ​ເຂດ; ດ້ານ​ການ​ປ້ອງ​ກັນ​ຊາດ - ຄວາມ​ໝັ້ນຄົງ​ໄດ້​ຮັບ​ການ​ຮັບປະກັນ ​ແລະ ​ເສດຖະກິດ - ສັງຄົມ​ມີ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ; ແຂວງກວາງນາມ ກາຍເປັນແຂວງທີ່ມີການພັດທະນາໄວໃນທົ່ວປະເທດ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຢ່າງຕໍ່ເນື່ອງ.

​ໃນ​ສານ​ອວຍພອນ, ສະຫາຍ ​ເຫຼັກໄຫຼ ສີວິໄລ ​ໃຫ້​ຮູ້​ວ່າ: “​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ບຸນປີ​ໃໝ່​ປະຈຳ​ຊາດ ຫວຽດນາມ 2022, ​ໃນ​ນາມ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ​ເຊ​ກອງ ປະເທດ ສປປ ລາວ, ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ບັນດາການ​ນຳ​ແຂວງ ກວາງ​ນາມ ​ເນື່ອງໃນໂອກາດ​ປີ​ໃໝ່, ອວຍພອນ​ໃຫ້​ບັນດາສະຫາຍ ​ແລະ ຄອບຄົວ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ປີ​ໃໝ່.”

ຄະນະ​ພັກ, ອໍານາດການປົກຄອງ ​ແລະ ປະຊາຊົນ​ແຂວງ​ເຊ​ກອງ ຮູ້ສຶກ​ພາກພູມໃຈ ​ແລະ ​ດີ​ໃຈ​ຕໍ່​ບັນດາ​ຜົນງານ​ທີ່​ແຂວງ ກວາງ​ນາມ ບັນລຸ​ໄດ້​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ພ້ອມ​ທັງ​ສົ່ງ​ຄຳ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ມາ​ຍັງ​ຄະນະ​ພັກ, ອໍານາດການປົກຄອງ ​ແລະ ປະຊາຊົນ​ແຂວງ ກວາງ​ນາມ ທີ່​ໄດ້ ຄຽງບ່າຄຽງໄລ່, ​ ຊ່ວຍເຫຼືອແຂວງເຊກອງ ໃນຫຼາຍດ້ານໃນຊຸມປີຜ່ານມາ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.