ການນໍາແຂວງຄໍາມ່ວນ (ປະເທດລາວ) ຢ້ຽມຢາມ ແລະອວຍພອນປີໃໝ່ແຂວງກວ໊າງບິ່ງ

16:30 | 27/01/2022

ຫວ່າງແລ້ວນີ້, ຄະນະຜູ້ແທນແຂວງຄໍາມ່ວນ (ປະເທດລາວ) ນໍາໂດຍທ່ານ ວັນໄຊ ຟອງສະຫວັນ, ເຈົ້າແຂວງໆຄໍາມ່ວນ ໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ການນໍາ, ປະຊາຊົນແຂວງກວ໊າງບິ່ງ ແລະລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການກໍ່ສ້າງໂຮງຮຽນມັດທະຍົມຊົນເຜົ່າຢູ່ແຂວງຄໍາມ່ວນ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ພິທີລົງນາມໃນບົດບັນທຶກຊ່ວຍຈໍາກໍ່ສ້າງໂຮງຮຽນມັດທະຍົມຊົນເຜົ່ນຢູ່ແຂວງຄໍາມ່ວນ (ປະເທດລາວ). ພາບ: ສໍານັກຂ່າວສານຫວຽດນາມ.
ພິທີລົງນາມໃນບົດບັນທຶກຊ່ວຍຈໍາກໍ່ສ້າງໂຮງຮຽນມັດທະຍົມຊົນເຜົ່ນຢູ່ແຂວງຄໍາມ່ວນ (ປະເທດລາວ). ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ, ທ່ານ ວັນໄຊ ຟອງສະຫວັນ ແລະທ່ານ ເຈິ່ນຖັ໋ງ, ປະທານຄະນະກໍາມະການປະຊາຊົນແຂວງກວ໊າງບິ່ງ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການສົມທົບກັນກໍ່ສ້າງໂຮງຮຽນມັດທະຍົມຊົນເຜົ່າຢູ່ແຂວງຄໍາມ່ວນ. ໂຄງການແມ່ນໜຶ່ງໃນບັນດາກິດຈະຈໍາດີເດັ່ນ ສະແດງໃຫ້ເຫັນສາຍພົວພັນແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ.

ກ່າວຄໍາເຫັນທີ່ການພົບປະ, ທ່ານ ວັນໄຊ ຟອງສະຫວັນ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ແລະອົບອຸ່ນ ເຊິ່ງການນໍາແຂວງກວ້າງບິ່ງ ສະຫງວນໃຫ້ຄະນະ. ທ່ານ ວັນໄຊ ຟອງສະຫວັນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງແຂວງຄໍາມ່ວນໃນປີ 2021 ແລະບັນດາເປົ້າໝາຍ, ໜ້າທີ່ຈຸດສຸມໃນປີ 2022.

ສ່ວນທ່ານ ຫວູດ້າຍຖັ໋ງ, ເລຂາພັກແຂວງກວ້າງບິ່ງ ເນັ້ນໜັກວ່າ ພ້ອມກັບການເຄື່ອນໄຫວເບິ່ງແຍງດູແລໃຫ້ນັກຮຽນ, ນັກສຶກສາ, ພະນັກງານລາວ ພວມດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກທີ່ແຂວງກວ໊າງບິ່ງ ແລ້ວ, ແຂວງກວ໊າງບິ່ງ ປາດຖະໜາວ່າ ອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນແຂວງຄໍາມ່ວນ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ, ວິສາຫະກິດຂອງແຂວງກວ໊າງບິ່ງ ດໍາລົງຊີວິດ, ລົງທຶນດໍາເນີນທຸລະກິດຢູ່ແຂວງຄໍາມ່ວນ. ສອງແຂວງຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນການພັດທະນາເສດຖະກິດ, ຮັກສາການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ຮ່ວມມືເພື່ອພ້ອມກັນພັດທະນາ.

vovworld.vn

ເຫດການ
302 Found

Found

The document has moved here.