ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່

07:38 | 25/01/2022

ຫວ່າງແລ້ວນີ້, ສະຫະພັນແຮງງານນະຄອນໂຮ່ຈີມິນ ຈັດຕັ້ງລາຍການ “ບຸນເຕັດປຸ້ມລຸມ” ໃຫ້ແກ່ກໍາມະກອນທີ່ປະສົບກັບຄວາມຫຍຸ້ງຍາກ, ບໍ່ມີເງື່ອນໄຂກັບເມືອບ້ານຕ້ອນຮັບປີໃໝ່.

ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ
ສັກວັກຊີນກັນພະຍາດ ໂຄວິດ -19  ໃຫ້ກັບນັກສຶກສາລາວ ແລະກໍາປູເຈຍ ເກືອບ 40 ຄົນ ສັກວັກຊີນກັນພະຍາດ ໂຄວິດ -19 ໃຫ້ກັບນັກສຶກສາລາວ ແລະກໍາປູເຈຍ ເກືອບ 40 ຄົນ
ທ່ານ ເຢືອງແອັງດຶກ, ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ອວຍພອນປີໃໝ່ ແລະມອບຂອງຂວັນໃຫ້ແກ່ກໍາມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານ ເຢືອງແອັງດຶກ, ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ອວຍພອນປີໃໝ່ ແລະມອບຂອງຂວັນໃຫ້ແກ່ກໍາມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ບັນດາເມືອງ 5, 8 ແລະເມືອງງໍ່ເວິບ, ຄະນະຈັດຕັ້ງ ໄດ້ມອບຂອງຂວັນບຸນເຕັດນັບພັນພູດໃຫ້ແກ່ກໍາມະກອນບໍ່ມີເງື່ອນໄຂກັບເມືອບ້ານຕ້ອນຮັບປີໃໝ່ພ້ອມກັບຄອບຄົວ. ພ້ອມທັງມອບບັດໄປຕະຫຼາດໂດຍບໍ່ເສຍຄ່ານັບພັນບັດໃຫ້ກໍາມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃນລາຍການຕະຫຼາດນັດແຫ່ງຄວາມຮັກແພງ.

ກ່ອນໜ້ານັ້ນ, ຄະນະຊາວໜຸ່ມກໍາມະກອນບໍລິສັດໃຫຍ່ໄຟຟ້ານະຄອນໂຮ່ຈີມິນ ກໍ່ໄດ້ມອບຂອງຂວັນບຸນເຕັດຫຼາຍພູດໃຫ້ນັກສຶກສາລາວ ແລະກໍາປູເຈຍ ຢູ່ນະຄອນຕ້ອນຮັບບຸນເຕັດ. ບໍລິສັດກໍ່ໄດ້ສົມທົບກັບຫໍພັກນັກສຶກສາລາວ ຈັດຕັ້ງການພົບປະແລກປ່ຽນວັດທະນະທໍາສິລະປະ, ກິລາກາຍະກໍາມິດຕະພາບ ລະຫວ່າງຊາວໜຸ່ມ, ກໍາມະກອນນະຄອນໂຮ່ຈີມິນ ກັບນັກສຶກສາລາວ ແລະກໍາປູເຈຍ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີຂານ 2022, ບຸນປີໃໝ່ຂອງລາວ ແລະບຸນ Chol Chnam Thmey ຂອງກໍາປູເຈຍ.

la.qdnd.vn

ເຫດການ
302 Found

Found

The document has moved here.