ປະດັບຫຼຽນໄຊແຮງງານຂອງລາວ ໃຫ້ພະນັກງານ, ຊ່ຽວຊານຫວຽດນາມ

11:30 | 21/01/2022

ຫວ່າງແລ້ວນີ້, ຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ ສົມທົບກັບສະຖານທູດລາວ ປະຈຳ ຫວຽດນາມ ໄດ້ຈັດພິທີປະດັບຫຼຽນໄຊແຮງງານ ແຫ່ງ ສປປ ລາວ ໃຫ້ແກ່ບຸກຄົນ ແລະມອບປື້ມເອກະສານກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມ ຄັ້ງທີ XIII, ປື້ມທິດສະດີການເມືອງເປັນພາສາລາວໃຫ້ແກ່ພະນັກງານສະຖານທູດລາວ ແລະນັກສໍາມະນາກອນລາວ ທີ່ພວມຮ່ຳຮຽນ ແລະບໍາລຸງດ້ານການເມືອງຢູ່ຫວຽດນາມ.

ອຸດົມໄຊ ແລະ ດຽນບຽນ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ  ຊ່ຽວຊານຫວຽດນາມ ອຸດົມໄຊ ແລະ ດຽນບຽນ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ບັນດາກິດຈະກຳ ສະເຫຼີມສະຫຼອງວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ ບັນດາກິດຈະກຳ ສະເຫຼີມສະຫຼອງວັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ຄົບຮອບ 70 ປີ
ພິທີປະດັບຫຼຽນໄຊແຮງງານຂອງລາວ ໃຫ້ພະນັກງານ, ຊ່ຽວຊານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.
ພິທີປະດັບຫຼຽນໄຊແຮງງານຂອງລາວ ໃຫ້ພະນັກງານ, ຊ່ຽວຊານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ປີ 2022 ແມ່ນປີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962/5-9-2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ - ລາວ (18-7-1977/18-7-2022).

ຮສຈ, ປອ ຮວ່າງຟຸກເລີມ, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເນັ້ນໜັກວ່າ: ພິທີປະດັບຫຼຽນໄຊແຮງງານຂອງລັດລາວ ໄດ້ຈັດຂຶ້ນເພື່ອຮັບຮູ້ການປະກອບສ່ວນຂອງສ່ວນບຸກຄົນແມ່ນພະນັກງານການນຳ, ຜູ້ຄຸ້ມຄອງ, ຊ່ຽວຊານແປພາສາ ແລະພິມຈໍາໜ່າຍ “ໂຮ່ຈີມິນນິພົນເລືອກເຟັ້ນ” ຈາກພາສາຫວຽດນາມ ເປັນພາສາລາວ, ຜ່ານນັ້ນປະກອບສ່ວນພັດທະນາການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ.

ທ່ານ ຮວ່າງຟຸກເລີມ ໃຫ້ຮູ້ວ່າ: ກົມການເມືອງ ແລະຄະນະເລຂາທິການສູນກາງສອງພັກໄດ້ມອບໝາຍໃຫ້ 2 ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ ຈັດຕັ້ງການຜັນຂະຫຍາຍໂຄງການແປປື້ມ “ໂຮ່ຈີມິນນິພົນເລືອກເຟັ້ນ” 15 ເຫຼັ້ມ.

ໂຄງການໄດ້ຮັບການກະກຽມ, ກໍ່ສ້າງ, ອະນຸມັດ ແລະຜັນຂະຫຍາຍໃນໄລຍະເກືອບ 5 ປີ (2015-2021). ປື້ມຊຸດນີ້ໂດຍໂຮງພິມຈໍາໜ່່າຍການເມືອງແຫ່ງຊາດຊື້ເທິດ ບັນນາທິການ, ຮຽບຮຽງ, ກວດແກ້ ແລະພິມຈຳໜ່າຍ, ມອບໃຫ້ຝ່າຍລາວ ນຳໃຊ້ໃນຕົ້ນປີ 2021, ໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານແນວຄິດທິດສະດີ ແລະຄົ້ນຄວ້າວິທະຍາສາດ ແລະວຽງການກໍ່ສ້າງ-ບຳລຸງພະນັກງານໃຫ້ພັກປະຊາຊົນ ປະຕິວັດລາວ.

ທີ່ພິທີ, ທ່ານ ຈັນທະພອນ ຄຳມະນີຈັນ ອັກຄະລັດຖະທູດລາວ ປະຈຳຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ແລະເປັນກຽດເມື່ອຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາຫວຽດນາມ ມອບສິດໃຫ້ປະດັບ 3 ຫຼຽນໄຊແຮງງານ ຊັ້ນ II ແລະ 10 ຫຼຽນໄຊແຮງງານຊັ້ນ III ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ບັນດາບຸກຄົນທີ່ເປັນຜູ້ນຳ, ຜູ້ຄຸ້ມຄອງ ແລະພະນັກງານຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດຊື້ເທິດ.

ເນື່ອງໃນໂອກາດນີ້, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດຊື້ເທິດ ໄດ້ມອບເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະປື້ມທິດສະດີການເມືອງເປັນພາສາລາວໃຫ້ສະຖານທູດລາວ ປະຈຳຫວຽດນາມ, ນັກສໍາມະນາກອນລາວ ທີ່ພວມຮ່ຳຮຽນຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ.

la.qdnd.vn

ເຫດການ
302 Found

Found

The document has moved here.