ມອບຮັບຫ້ອງການປ້ອງກັນຄວາມສະຫງົບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ປະເທດເພື່ອນລາວ

07:02 | 21/01/2022

ທີ່ຜ່ານມາ, ກອງບັນຊາການຕໍາຫຼວດແຂວງກວາງບິ່ງ ໄດ້ຈັດຕັ້ງພິທີເປີດນໍາໃຊ້ ແລະມອບຮັບຫ້ອງການປ້ອງກັນຄວາມສະຫງົບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ປະເທດເພື່ອນລາວ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ມອບຮັບຫ້ອງການປ້ອງກັນຄວາມສະຫງົບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ປະເທດເພື່ອນລາວ
ການນໍາກອງບັນຊາການຕໍາຫຼວດແຂວງກວາງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ລົງນາມບົດບັນທຶກມອບຮັບຫ້ອງການປ້ອງກັນຄວາມສະຫງົບ. ພາບ: giaoducthoidai.vn

ວັນທີ 19 ມັງກອນ, ຕາມຂໍ້ມູນຈາກກອງບັນຊາການຕໍາຫຼວດແຂວງກວາງບິ່ງ ແລ້ວ, ທາງກົມກອງຫາກໍ່ດໍາເນີນການມອບຮັບຫ້ອງການປ້ອງກັນຄວາມສະຫງົບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບບັນດາບ້ານຂອງເມືອງບົວລະພາ (ແຂວງຄໍາມ່ວນ).

ຕາມນັ້ນແລ້ວ, ຫ້ອງການປ້ອງກັນຄວາມສະຫງົບຂອງ 9 ບ້ານສັງກັດເມືອງບົວລະພາ, ແຂວງຄໍາມ່ວນຢູ່ເຂດຊາຍແດນຫວຽດນາມ-ລາວ ແມ່ນກິດຈະການທີ່ຕໍາຫຼວດແຂວງກວາງບິ່ງ ຜັນຂະຫຍາຍ ແລະກໍ່ສ້າງສໍາເລັດໄວທີ່ສຸດເມື່ອທຽບໃສ່ບັນດາແຂວງອື່ນຂອງຫວຽດນາມ ທີ່ມີຊາຍແດນຕິດກັບ ສປປ ລາວ. ນີ້ແມ່ນກິດຈະການໂດຍກອງບັນຊາການຕໍາຫຼວດແຂວງກວາງບິ່ງ ໜູນຊ່ວຍກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມວ່ນ, ຕາມແຜນນະໂຍບາຍຂອງກະຊວງຕໍາຫຼວດຫວຽດນາມ.

ເລື່ອງເປີດນໍາໃຊ້, ມອບຮັບຫ້ອງການປ້ອງກັນຄວາມສະຫງົບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບບັນດາບ້ານຂອງແຂວງຄໍາມ່ວນ ທີ່ມີຊາຍແດນຕິດກັບແຂວງກວາງບິ່ງ ແມ່ນມີຄວາມໝາຍແທດຈິງ, ສະແດງໃຫ້ເຫັນການພົວພັນພິເສດລະຫວ່າງສອງປະເທດ ເວົ້າລວມ, ລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະ ແລະພິເສດແມ່ນລະຫວ່າງກອງບັນຊາການຕໍາຫຼວດແຂວງກວາງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ.

ພ້ອມກັນນັ້ນ, ນີ້ກໍ່ແມ່ນຂີດໝາຍສໍາຄັນໃໝ່ໃນການພົວພັນສາມັກຄີມິດຕະພາບ, ປະກອບສ່ວນຮັດແໜ້ນການພົວພັນສົມທົບກັນລະຫວ່າງສອງຝ່າຍ ໃນວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ໃນບໍລິເວນຊາຍແດນ.

la.qdnd.vn

ເຫດການ
302 Found

Found

The document has moved here.