ຍສໝ - ກອງພັນໃຫຍ່ 814 (ກອງບັນຊາການທະຫານແຂວງ) ຫາກໍ່ຮັບພົນລະເມືອງ ຫວຽດນາມ 92 ຄົນ ທີ່ກັບມາຈາກ ໄຕ້ຫວັນ ປະຕິບັດການແຍກຕົວລວມສູນເພື່ອແນໃສ່ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ຕາມໝາກຜົນຂອງການວິໄຈຫາເຊື້ອ ໂຄວິດ - 19 ເທື່ອທີ 1, ບັນດາພົນລະເມືອງນີ້ລ້ວນແຕ່ມີຜົນກວດເປັນລົບກັບໂລກລະບາດໂຄວິດ - 19.
ຍສໝ - ນັບແຕ່ວັນທີ 1 ມັງກອນ 2022 ຈີນ ຈະຈັດວາງບາງນະໂຍບາຍສະບັບໃໝ່ສຳລັບຜະລິດຕະພັນປະເພດກະເສດ, ປ່າໄມ້, ສິນໃນນ້ຳທີ່ສົ່ງອອກຈາກ ຫວຽດນາມ. ບັນດາອົງການທີ່ມີຄວາມຮັບຜິດຊອບ ແລະ ບັນດາວິສາຫະກິດ, ນັກທຸລະກິດ ຕ້ອງມີຂັ້ນຕອນກະກຽມບັນດາເງື່ອນໄຂສົ່ງອອກເພື່ອຕອບສະໜອງບັນດາມາດຕະຖານຂອງຝ່າຍຈີນ ຢ່າງລະອຽດລະອໍ...
ຍສໝ - ຫວຽດນາມ ສືບຕໍ່ຍູ້ແຮງການຮ່ວມມືພາຍໃນ ແລະ ນອກເຄືອຂ່າຍ ASCN. ກະຊວງກໍ່ສ້າງຈະສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນ ເພື່ອພ້ອມກັນເພີ່ມທະວີບັນດາກາລະໂອກາດໃນການພັດທະນາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງທ່ານພົນເອກ ຫວໍງວຽນຢາບ (25 ສິງຫາ 1911 – 25 ສິງຫາ 2021), ມີໜັງສືພິມຫຼາຍສະບັບ ແລະ ເວັບໄຊໃຫຍ່ ທີ່ມີອິດທິພົນຊື່ສຽງ ຢູ່ ອານເຊຣີຄື: El Moudjahid, Liberte Algerie, La Tribune Diplomatique, L’Expressiondz, Le Grand Soir , Algerie 360, Crésus, Reporters, El Massa, Cuturealgerie... ລ້ວນແຕ່ລົງຂ່າວກ່ຽວກັບເຫດການນີ້.
ຍສໝ - ທ່ານ ຟ້າມບິ່ງດ່າມ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ (ຈີນ) ໃຫ້ຮູ້ວ່າ ຕ້ອງມີການກະກຽມໃຫ້ເປັນຢ່າງດີ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ ແລະ ຮົ່ງກົງ ພາຍລັງໂລກລະບາດໂຄວິດ - 19...
ຍສໝ - ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມພວມຮັບເອົາຄຳເຫັນປະກອບໃຫ້ແກ່ຮ່າງຂໍ້ກຳນົດຂອງທ່ານນາຍົກລັດຖະມົນຕີ ທີ່ອະນຸມັດຜ່ານ “ຍຸດທະສາດແຫ່ງຊາດກ່ຽວກັບຊີວະນາໆພັນຊີວະສາດຮອດປີ 2030, ວິໄສທັດຮອດປີ 2050” ໃນນັ້ນໄດ້ຕັ້ງເປົ້າໝາຍຮອດປີ 2030, ຫວຽດນາມ ຈະມີເຂດອະນຸລັກທຳມະຊາດຢ່າງໜ້ອຍສຸດ 10 ແຫ່ງໄດ້ນຳເຂົ້າບັນຊີລາຍຊື່ສີຂຽວທົ່ວໂລກ.
ຍສໝ -ສະມາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ຫາກໍ່ປຸກລະດົມໂຄງການມອບຄວາມຮັກແພງ ເພື່ອແນໃສ່ສ້າງກອງທຶນສະໜັບສະໜູນແຖວໜ້າຕ້ານໂລກລະບາດໂຄວິດ - 19 ແລະ ພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານເກີດເມືອງນອນ…
ເມື່ອແບ່ງປັນກັບນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳ ວຽງຈັນ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ເຫັນດີເປັນເອກະພາບ ແລະ ສະໜັບສະໜູນບັນດາຂໍ້ສະເໜີຂອງສະພາແຫ່ງຊາດ ຫວຽດນາມ.
ວັນທີ 26 ສິງຫາ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສເຊື່ອມຕໍ່ ອາຊຽນ ຄັ້ງທີ 12 ຕາມຮູບການແບບທາງໄກ ດ້ວຍຫົວຂໍ້ “ຊຸກຍູ້ການຟື້ນຟູ ແລະ ຄວາມສາມາດຟື້ນຟູຜ່ານການເຊື່ອມຕໍ່”.
ຍສໝ - ວັນທີ 24 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປ.ຈີນ ປະຈຳ ຫວຽດນາມ ຊຸງປົວ.
ຍສໝ - ມີຫຼາຍອົງການ, ໜ່ວຍງານ, ອົງການຈັດຕັ້ງ, ສ່ວນບຸກຄົນ ໄດ້ຮ່ວມແຮງຮ່ວມໃຈສະໜັບສະໜູນທັນຍະຫານ, ອຸປະກອນການແພດໃຫ້ນະຄອນຫຼວງ ຮ່າໂນ້ຍ ເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19.
ຍສໝ - ວັນທີ 23 ສິງຫາ 2021, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳໂອຕາລິດ ຫງວຽນຈຸງກຽນ ໄດ້ມີການເຮັດວຽກກັບທ່ານເອກອັກຄະລັດຖະທູດ Barbara Kaudel-Jensen ທີ່ປຶກສາການຕ່າງປະເທດ ຂອງທ່ານນາຍົກຍົກລັດຖະມົນຕີ ໂອຕາລິດ ກ່ຽວກັບການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ຍສໝ - ກົມການບິນ ຫວຽດນາມ ຫາກໍ່ປະກາດໃຊ້ແຜນການປະສານສົມທົບ, ໜູນຊ່ວຍການເຄື່ອນໄຫວຂົນສົ່ງທາງການບິນ ໃຫ້ແກ່ນະຄອນໂຮ່ຈີມິນ ແລະ ບັນດາແຂວງບິ່ງເຢືອງ, ດົ່ງນາຍ, ລອງອານ.
ຍສໝ - ທ່ານລັດຖະມົນຕີ ຫງວຽນຮົ່ງຢຽມ ສະແດງຄວາມເສຍດາຍ ເມື່ອໄດ້ຮັບຂ່າວວ່າ ພະແນກການຄ້າ ຢຸນໜານ ແຈ້ງການຢຸດຕິການນຳເຂົ້າມັງກອນ ຈາກຫວຽດນາມ ຜ່ານບັນດາດ່ານຊາຍແດນໃນບໍລິເວນນັບແຕ່ເດືອນກໍລະກົດ 2021.
ຍສໝ - ທີ່ການຖະແຫຼງຂ່າວທາງໄກ ເຜີຍແຜ່ບົດລາຍງານສະບັບອັບເດັດສະພາບການເສດຖະກິດ ຫວຽດນາມ ດ້ວຍຫົວຂໍ້ “ຫວຽດນາມປະຕິບັດການຫັນເປັນດີຈີຕອນ - ເສັ້ນທາງມຸ່ງໄປເຖິງອະນາຄົດ” ໃນຕອນບ່າຍວັນທີ 24 ສິງຫາ, ທະນາຄານໂລກ (WB) ຄາດຄະເນວ່າ ພື້ນຖານເສດຖະກິດ ຫວຽດນາມ ອາດຈະມີການເຕີບໂຕປະມານ 4,8% ໃນປີ 2021 ແລະ ມຸ່ງໄປເຖິງລະດັບການເຕີບໂຕແຕ່ 6,5% - 7% ນັບແຕ່ປີ 2022.
ຍສໝ - ວັນທີ 23 ສິງຫາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco (ອາເມລິກາ) ໄດ້ຮັບ ແລະ ປະຕິບັດສຳເລັດລະບຽບການສົ່ງເຄື່ອງຊ່ວຍຫາຍໃຈ 255 ຊຸດ, ຊຸດກວດຫາເຊື້ອໄວຣັດ ໂຄວິດ - 19 ແບບໄວ 9000 ຊຸດ, ຜ້າອັດປາກດັງ 60.000 ອັນ ແລະ ບັນດາວັດຖຸອຸປະກອນການແພດຕ່າງໆໂດຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ອາເມລິກາ ອຸປະຖຳເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ພິທີຕ້ອນຮັບທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຖືກຈັດຂຶ້ນຢູ່ທຳນຽບປະທານປະເທດ ໃນຕອນເຊົ້າວັນທີ 25 ສິງຫາ.
ຍສໝ - ວັນທີ 22 ສິງຫາ, ສະມາຄົມມິດຕະພາບ ການາດາ - ຫວຽດນາມ (CVFS) ໄດ້ຈັດຕັ້ງກອງປະຊຸມສຳມະນາທາງໄກເພື່ອສະເຫຼີມສະຫຼອງ 76 ປີແຫ່ງວັນປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2021) ແລະ ວັນຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2021).
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ຕັ້ງໜ້າຊຸກຍູ້, ຜັນຂະຫຍາຍຄວາມມານະພະຍາຍາມ “ການທູດ ວັກຊິນ” ເພື່ອໜູນຊ່ວຍໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ພາຍໃນປະເທດ ຢ່າງມີປະສິດທິຜົນ.
ຍສໝ - ຫວຽດນາມມີ 54 ຊົນເຜົ່າອ້າຍນ້ອງ, ແຕ່ລະຊົນເຜົ່າພັດມີບັນດາຮີດຄອງປະເພນີ, ຈຸດວັດທະນະທຳສະເພາະຂອງຕົນ, ດັ່ງນັ້ນ ວິທີການບູຊາວັນເພັງເດືອນ 7 ກໍ່ມີຈຸດທີ່ເປັນເອກະລັກສະເພາະທີ່ແຕກຕ່າງກັນ…