ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ແຮ​ງ​ຮ່ວມ​ໃຈ​ຮັບ​ມ​ື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ

14:53 | 04/09/2021

ທ່ານປະທານສະພາແຫ່ງຊາດ ເວືອງດິນເຮັ້ວ ຈະນຳໜ້າຄະນະຜູ້ແທນຫວມຽດນາມ ເຂົ້າຮ່ວມກອງປະຊຸມ ແລະ ເຂົ້າຮ່ວມບັນດາວາລະປຶກສາຫາລືຫົວເລື່ອງສະເພາະ ກ່ຽວກັບບັນດາເນື້ອໃນສຳຄັນ ລວມມີການພັດທະນາແບບຍືນຍົງ, ເພີ່ມທະວີບົດບາດຂອງລັດທິຫຼາຍຝ່າຍໃນການຮ່ວມມືຕ້ານໂລກລະບາດໂຄວິດ 19 ແລະ ການຟື້ນຟູຫຼັງໂລກລະບາດ, ການຫັນປ່ຽນພື້ນຖານເສດຖະກິດ…

ປະ​ທານ​ປະ​ເທດ​ຝາກ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ​ຄູອ​າຈານ ແລະ ນັກ​ຮຽນ ປະ​ທານ​ປະ​ເທດ​ຝາກ​ຈົດ​ໝາຍ​ລະ​ດົມ​ກຳ​ລັງ​ໃຈ​ຄູອ​າຈານ ແລະ ນັກ​ຮຽນ
ສະ​ເຫຼີ​ມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ​ທີ 2 ກັນ​ຍາ: ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແລະ ມາ​ເລ​ເຊຍ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຕ້ານ​ໂຄວິດ - 19. ສະ​ເຫຼີ​ມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ​ທີ 2 ກັນ​ຍາ: ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແລະ ມາ​ເລ​ເຊຍ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຕ້ານ​ໂຄວິດ - 19.
ປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຮັ້ວ (ພາບ:TTXVN)
ປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຮັ້ວ (ພາບ:TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະຫະພັນ ລັດຖະສະພາສາກົນ (IPU) Duarte Pacheco, ປະທານສະພາແຫ່ງຊາດ ໂອຕາລິດ Wolfgang Sobotka, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ນຳໜ້າຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ປະທານສະພາແຫ່ງຊາດບັນດາປະເທດໃນໂລກ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ໃນລະຫວ່າງວັນທີ 5 – 7 ກັນຍາ 2021.

ກອງປະຊຸມດັ່ງກ່າວມີຫົວຂໍ້ “ການນຳພາຂອງລັດຖະສະພາ ເພື່ອການຮ່ວມມືຫຼາຍຝ່າຍຢ່າງມີປະສິດທິຜົນກວ່າ ແນໃສ່ນຳມາເຊິ່ງສັນຕິພາບ ແລະ ການພັດທະນາແບບຍືນຍົງໃຫ້ແກ່ປະຊາຊົນ ແລະ ໂລກ”. ໃນນັ້ນ ຈະມີບັນດາວາລະປຶກສາຫາລືກ່ຽວກັບບັນດາບັນຫາຄື: “ການຮັບມືກັບໂລກລະບາດໂຄວິດ - 19 ແລະ ສິ່ງທ້າທາຍ ສຳລັບກົນໄກຮ່ວມມືຫຼາຍຝ່າຍໃນການຕອບສະໜອງຄວາມຕ້ອງການຂອງປະຊາຊົນ”; “ຫຼຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ - 19”; “ຕ້ານຂໍ້ມູນຂ່າວບໍ່ມີມູນຄວາມຈິງ….

ໃນຂອບເຂດຂອງກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຈະມີບັນດາການເຄື່ອນໄຫວພົບປະສອງຝ່າຍກັບການນຳ ສະຫະພັນ ລັດຖະສະພາສາກົນ, ປະທານລັດຖະສະພາຈຳນວນໜຶ່ງ, ປະທານສະພາແຫ່ງຊາດ ໂອຕາລິດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ພົບປະກັບບັນດາວິສາຫະກິດ ໂອຕາລິດ…

ນອກຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຮັ້ວ ຈະເຂົ້າຮ່ວມບັນດາວາລະປຶກສາຫາລືຫົວເລື່ອງສະເພາະ ກ່ຽວກັບບັນດາເນື້ອໃນສຳຄັນ ລວມມີການພັດທະນາແບບຍືນຍົງ, ເພີ່ມທະວີບົດບາດຂອງລັດທິຫຼາຍຝ່າຍໃນການຮ່ວມມືຕ້ານໂລກລະບາດໂຄວິດ -19 ແລະ ການຟື້ນຟູຫຼັງໂລກລະບາດ, ການຫັນປ່ຽນພື້ນຖານເສດຖະກິດ…

ຜ່ານການພົບປະຂັ້ນສູງລັດຖະສະພາ, ບັນດານັກສ້າງນິຕິກຳທົ່ວໂລກ ຈະປະກອບສຽງເວົ້າລວມ ພ້ອມກັບ ສປຊ ແກ້ໄຂບັນດາບັນຫາທົ່ວໂລກ. ຄາດວ່າ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈະມີປະທານສະພາແຫ່ງຊາດ, ປະທານສະພາຕຳ, ສະພາສູງ 114 ທ່ານ, ຮອງປະທານສະພາແຫ່ງຊາດ 30 ທ່ານທີ່ມາຈາກ 104 ລັດຖະສະພາສະມາຊິກ ສະຫະພັນ ລັດຖະສະພາສາກົນ, ສະມາຊິກຮ່ວມສຳພັນ 7 ປະເທດ ແລະ ນັກສັງເກດການຂອງ 10 ປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.