ຈ​ະ​ມີ​ວັກ​ຊິນຕື່ມ​ອີກ 30 ລ້ານ​ໂດ​ສ ສົ່ງ​ມາຫວຽດ​ນາມ

11:50 | 09/09/2021

ຍ​ສ​ໝ - ຄາດ​ວ່າ​ໃນ​ເດືອ​ນ​ກັນ​ຍາ ແລະ ເດືອນຕຸ​ລາ ​ປີ 2021, ຫວຽດ​ນາມ ຈະ​ມີ​ວັກ​ຊິນ​ຕື່ມ​ອີກ 30 ລ້ານ​ໂດ​ສ. ໄລ່​ສະ​ເພາະ​ໃນ​ເດືອນ​ກັນ​ຍາ 2021 ຈະ​ມີ​ວັກ​ຊິນ​ຕື່ມ​ອີກ 16 – 17 ລ້ານ​ໂດ​ສ ສົ່ງມາ​ຮອດ​ຫວຽດ​ນາມ ຈາກ​ບັນ​ດາ​ແຫຼ່ງ​ສະ​ໜອງ​ທີ່​ແຕກ​ຕ່າງ​ກັນ...

ສະ​ມາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ມອບ​ລາງວັນ​ການ​ເສັງ “ຫວຽດ​ນາມໃນດວງ​ໃຈຂອງ​ຂ້ອຍ” ສະ​ມາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ມອບ​ລາງວັນ​ການ​ເສັງ “ຫວຽດ​ນາມໃນດວງ​ໃຈຂອງ​ຂ້ອຍ”
ວັກ​ຊິນກັນ​ໂຄວິດ - 19 AstraZeneca ​ຕື່ມ​ອີກ 2 ລ້ານ​ໂດ​ສ ໄດ້ມາ​ຫວຽດ​ນ​າມ ວັກ​ຊິນກັນ​ໂຄວິດ - 19 AstraZeneca ​ຕື່ມ​ອີກ 2 ລ້ານ​ໂດ​ສ ໄດ້ມາ​ຫວຽດ​ນ​າມ
ຈ​ະ​ມີ​ວັກ​ຊິນຕື່ມ​ອີກ 30 ລ້ານ​ໂດ​ສ ສົ່ງ​ມາຫວຽດ​ນາມ
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫງວຽນ​ມິງ​ຫວູ (ພາບ: Vietnam+)

ທີ່ີ່​ການ​ຖະ​ແຫຼງ​ຂ່າວລັດ​ຖະ​ບານ​ປະ​ຈຳ​ເດືອນ​ໃນ​ວັນ​ທີ 6 ກັນ​ຍາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫງວຽນ​ມິງ​ຫວູ ​ໃຫ້​ຮູ້​ວ່າ ການ​ທູດ​ວັກ​ຊິນ​ຂອງ ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ຕາມ 3 ທິດ: ທີ 1 ແມ່ນ​ໃຫ້​ບຸ​ລິ​ມະ​ສິດ​ໃນ​ການ​ຍູ້​ແຮງ​ການ​ຜັ​ນ​ຂ​ະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຕາມ​ຮູບ​ແບບ​ສັນ​ຍາ​ວັກ​ຊິນກັນ​ໂຄວິດ - 19 ລັດ​ຖະ​ບານ ທີ່ໄດ້​ລົງ​ນາມ​ກັບ​ບັນ​ດາ​ບໍ​ລິ​ສັດ​ວັກ​ຊິນ​ໃຫຍ່, ທີ 2 ລະ​ດົມ​ບັນ​ດາ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສອງ​ຝ່າຍ, ຫຼາຍ​ຝ່າຍ, ມິດ​ຕະ​ພາບ​ເພື່ອ​ສຳ​ຜັດ​ກັບ​ບັນ​ດາ​ແຫຼ່ງ​ວັກ​ຊິນ​​ກັນ​ໂຄວິດ - 19 ກັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ຜ່ານ​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ, ການ​ຄ້າ ແລະ ກູ້​ຢຶມ​ຈາກ​ບັນ​ດາ​ປະ​ເທດ, ທີ 3 ຮັບ​ປະ​ກັນ​ບັນ​ດາ​ແຫຼ່ງວັກ​ຊິນ​ທີ່​ມີ​ສະ​ຖຽນ​ລະ​ພາບ, ຍາວ​ນານ.

ຕາມ​ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫງວຽນ​ມິງຫວູ ແລ້ວ, ຫວຽດ​ນາມ ໄດ້​ຂົນ​ຂວາຍ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ເພື່ອ​ນຳ​ເຂົ້າ​ວັກ​ຊິນ​ປິ່​ນ​ປົວ​ໂຄວິດ - 19 ຫຼາຍ​ລ້ານ​ໂດ​ສ​ຈາກ​ບັນ​ດາ​ປະ​ເທດ ຍີ່​ປຸ່ນ, ອິນ​ເດຍ, ສະ​ວິດ... ຍູ້​ແຮງ​ການ​ສຳ​ຜັດ​ກັບ​ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ຈາກຫຼາຍ​ແຫຼ່ງ. ມາ​ຮອດ​ປັດ​ຈຸ​ບັນ, ມີ 17 ປະ​ເທດ ແລະ ເຂດ​ແຄ້ວນ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໄດ້​ໜູນ​ຊ່ວຍບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ທີ່​ມີ​ມູນ​ຄ່າ​ນັບ​ລ້ານ USD.

ຫວຽດ​ນາມ ກໍ່​ເຂົ້າ​ຮ່ວມ​​ໃນ​ການ​ທູດ​ວັກ​ຊິນຢ່າງ​ຕັ້ງ​ໜ້າ ຢູ່ ຫຼາຍ​ຊ່ອງ​ທາງ, ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ມີ​ວິ​ທີ​ການ​ແກ້​ໄຂ​ກ່ຽວ​ກັບ​ບັນ​ຫາທີ່​ບໍ່​ມີ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ສຳ​ຜັດ​ກັບ​ວັກ​ຊິນ​ກັນ​ໂຄວິດ - 19 ແລະ ການ​ຂາດ​ເຂີນ​ວັກ​ຊິນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຈະ​ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 30 ລ້ານ​ໂດ​ສ, ຕົ້ນ​ເດືອນ ສິງ​ຫາ ປີ 2021 ຫວຽດ​ນາມ ລະ​ດົມ​ໄດ້​ວັກ​ຊິນ​ຕື່ມ​ອີກ 16,6 ລ້ານ​ໂດ​ສ, ຮອ​ດ​ທ້າຍ​ເດືອນ ສິງ​ຫາ ປີ 2021, ຫວຽດ​ນາມ ຈະ​ມີ​ວັກ​ຊິນ​ຕື່ມ​ອີກ 33 ລ້ານ​ໂດ​ສ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.