ສ.ເກົາ​ຫຼີ ຈະ​ຜະ​ລິດວີ​ດີ​ໂອໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ ຫວຽດ​ນາມ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

16:48 | 05/09/2021

ຍ​ສ​ໝ - ສູນ ​ສ.ເກົາຫຼີ - ອາຊຽນ ໃນ​ວັນ​ທີ 1 ກັນ​ຍາ ໃຫ້​ຮູ້​ວ່າ ຈະ​ຜະ​ລິດ ແລະ ລົງບັນ​ດາ​ວີ​ດີ​ໂອໂຄ​ສະ​ນາ​ກ່ຽວ​ການ​ທ່ອງ​ທ່ຽວ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ​ອາ​ຊຽນ ໃນ​ສະ​ພາບ​ການ​ປະ​ຊາ​ຊົນ​ຍັງ​ບໍ່​ທັນ​ສາ​ມາດ​ໄປ​ທ່ອງ​ທ່ຽວ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ສະ​ມາ​ຄົມ​ຊາວ​ຮຶງ​ອຽນ​ພົບ​ປະ​ພົວ​ພັນ​ຢູ່ ມາ​ເກົາ (ຈີນ) ສະ​ມາ​ຄົມ​ຊາວ​ຮຶງ​ອຽນ​ພົບ​ປະ​ພົວ​ພັນ​ຢູ່ ມາ​ເກົາ (ຈີນ)
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Daegu (ສ.ເກົາຫຼີ) ມອບ​ຂອງ​ຂວັນ​ບຸນ​ເຕັດ 50 ພຸດ​ໃຫ້​ແກ່​ນັກ​ຮຽນ​ເຂດ​ຊາຍ​ແດນ​ແຂວງ​ກ໋​ວາງ​ບີ່ງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Daegu (ສ.ເກົາຫຼີ) ມອບ​ຂອງ​ຂວັນ​ບຸນ​ເຕັດ 50 ພຸດ​ໃຫ້​ແກ່​ນັກ​ຮຽນ​ເຂດ​ຊາຍ​ແດນ​ແຂວງ​ກ໋​ວາງ​ບີ່ງ
ສ.ເກົາ​ຫຼີ ຈະ​ຜະ​ລິດວີ​ດີ​ໂອໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ ຫວຽດ​ນາມ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ພາບ​ປະ​ກອບ: Yonhap

ວີ​ດີ​ໂອ 4 ພາກ​ທຳ​ອິດ​ກ່ຽວ​ກັບ​ ບຣູ​ໄນ, ອິນ​ໂດ​ເນ​ເຊຍ, ມຽນ​ມາ ແລະ ຫວຽດ​ນາມ ຈະໄດ້​ຮັບ​ການ​ປະ​ກາດ​ຕາມລຳດັບແຕ່​ປັດ​ຈຸ​ບັນ​ຮອດ​ວັນ​ທີ 8 ກັນ​ຍາ. ນັກ​ສະ​ແດງ​ຍິງ So Yu-jin ຈະ​ພ້ອມ​ກັບ​ບັນ​ດາ​ເພື່ອນ​ໜຸ່ມທີ່ມາ​ຈາກ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ແບ່ງ​ບັນ, ໂອ້ລົມ​ກັນ ແລະ ຊອກຮູ້​ກ່ຽວ​ກັບ​ບັນ​ດາ​ສະ​ຖານ​ທີ່ທ່ອງ​ທ່ຽວ​ຢູ່ພາຍໃນ​ປະ​ເທດນັ້ນໆ​.

ຕາມ​ຊ່ອງ​ໂທ​ລະ​ພາບ KBS (ສ.ເກົາຫຼີ), ໃນ​ວີ​ດີ​ໂອ​ແນະ​ນຳ​ກ່ຽວ​ກັບ ຫວຽດ​ນາມ, ຜູ້​ຊົມ​ຈະ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອຄື: ເຝີ, ເຂົ້າ​ຈີ່, ບັນ​ແຊ່ວ ແລະ ບັນ​ດາ​ມໍ​ລະ​ດົກ​ໂລກທີ່​ໄດ້​ຮັບ​ຮອງ​ເອົາ​ຈາກ UNESCO ຄື​ຖະ​ໜົນ​ເກົ່າ ໂຮ້ຍ​ອານ, ຕາມ​ກົກ, ຈ່າງ​ອານ, ພູ​ພຽງ​ດົ່ງ​ວັນ, ເກາະ​ຝຸກວັກ ແລະ ນະ​ຄອນ​ທະ​ເລ ຍາ​ຈາງ.

ບັນ​ດາ​ວີ​ດີ​ໂອການ​ທ່ອງ​ທ່ຽວ ອາ​ຊຽນ ທາງ​ອອນ​ລາຍ ຈະ​ໄດ້​ເອົາ​ລົງ​ໃນ​ Youtube ຂອງ ສູນ​ສ​.ເກົາຫຼີ - ອາ​ຊຽນ ແລະ ຊ່ອງ​ຂໍ້​ມູນ​ທາງ​ການ​ຂອງ ກະ​ຊວງ​ການ​ທ່ອງ​ທ່ຽວ ຢູ່ 4 ປະ​ເທດ ອາ​ຊຽນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.