ຫວຽດ​ນາມ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ ແລະ ສືບລາຊະການລັບ ລັດ​ຖະ​ສະ​ພາ ​ຄັ້ງ​ທີ 18

08:13 | 09/09/2021

ຍ​ສ​ໝ - ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ ແລະ ສືບລາຊະການລັບ ລັດ​ຖະ​ສະ​ພາ ​ຄັ້ງ​ທີ 18 ເພື່ອ​ປຶກ​ສາ​ຫາ​ລື​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ທີ່​ຮ້ອນ​ເຮັ່ງ​ໃນ​ທົ່ວ​ໂລກ.

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ແຮ​ງ​ຮ່ວມ​ໃຈ​ຮັບ​ມ​ື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ແຮ​ງ​ຮ່ວມ​ໃຈ​ຮັບ​ມ​ື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຟ້​າມ​ບິ່ງ​ມິນ ເຂົ້າ​ຮ່ວມ​ພິ​ທ​ີ​ປະ​ກາດ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ ຢູ່ ຖ໊າຍງວຽນ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຟ້​າມ​ບິ່ງ​ມິນ ເຂົ້າ​ຮ່ວມ​ພິ​ທ​ີ​ປະ​ກາດ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ ຢູ່ ຖ໊າຍງວຽນ
ຫວຽດ​ນາມ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ ແລະ ສືບລາຊະການລັບ ລັດ​ຖະ​ສະ​ພາ ​ຄັ້ງ​ທີ 18
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນກ​ວາງ​ເຟືອງ (ພາບ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ)

ຕອນ​ບ່າຍ​ວັນ​ທີ 6 ກັນ​ຍາ, ຈາກ​ສະ​ຖານ​ທີ່​ຖ່າຍ​ທອດ​ສົດ​ຮ່າ​ໂນ້ຍ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນກ​ວາງ​ເຟືອງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​​ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ ແລະ ສືບລາຊະການລັບ ລັດ​ຖະ​ສະ​ພາ ​ຄັ້ງ​ທີ 18 ໂດຍ​ສະ​ພາ​ແຫ່ງ​ຊາດ ຮຸງ​ກາ​ຣີ ​ຈັດ​ຕັ້ງ​ຕາມ​ຮູບ​ການ​ທາງ​ໄກ.

ເວ​ທີ​ປາ​ໄສ ຄວາມ​ໝັ້ນ​ຄົງ - ສືບລາຊະການລັບ ລັດ​ຖະ​ສະ​ພາ​ ຄັ້ງ​​ທີ 18 ໂດຍ​ສະ​ພາ​ແຫ່ງ​ຊາດ​ຮຸງ​ກາ​ຣີ​ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ມາ​ຊິກລັດຖະສະ​ພາ, ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ແລະ ນັກ​ຮຽນ​ຮູ້ 284 ທ່ານ​​ທີ່​ມາ​ຈາກ 55 ປະ​ເທດ. ເວ​ທີ​ປາ​ໄສ​ຄັ້ງ​ນີ້ ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຫົວ​ຂໍ້​ຕົ້ນ​ຕໍ​ຄື: ຄວາມ​ສ່ຽງ​ຂ​ອງ​ເງິນ​ດີຈີຕອນ ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ​ບັນ​ດາ​ຂໍ້​ກຳ​ນົດ​ໃນ​ປັດ​ຈຸ​ບັນ, ເພີ່ມ​ທະວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ ແລະ ບັນ​ດາ​ການ​ປະ​ຕິ​ບັດ​ຕົວ​ຈິງໃຫ້​ດີ​ທີ່​ສຸດ, ໄພ​ການ​ຄ້າ​ມະ​ນຸດ ແລະ ບັນຊີດຳ, ບັນ​ດາ​ພຶດ​ຕິ​ກຳ​ໃນ​ການ​ສວຍ​ໃຊ້​ໃນ​ການ​ພັດ​ທະ​ນາ​ເປີດ​ກ້​ວາງເສດ​ຖະ​ກິດ​ທົ່ວ​ໂລກ, ຄວາມ​ສ່ຽງ​ກ່ຽວ​ກັບ​ກາ​ນ​ນຳ​ໃຊ້​ຄວບ​ຄູ່​ພູມ​ປັນ​ຍາ​ປະດິດ ແລະ ບັນ​ດາ​ບັນ​ຫາ​ທີ່​ຕັ້ງ​ຂຶ້ນ​ສຳ​ລັບ​ກົດ​ໝາຍ, ບັນຊີ​ດຳ ແລະ ບັນ​ດາ​ມາດ​ຕະ​ການ​ນຳ​ໃຊ້​ຊ໋ອບແວກ່ຽວ​ກັບ​ການ​ເງິນ, ສົງ​ຄາມ​ຊີ​ວະ​ສາດ, ການ​ຄ້າ​ຜິດ​ກົດ​ໝາຍ, ຟອກ​ເງິນ, ການ​ລົງ​ທຶນ​ຕ່າງ​ປະ​ເທດ​ທີ່​ມີ​ເຈດຈຳນົງທີ່ບໍ່ດີ...

ຕາມ​ທ່ານ László Kövér ປະ​ທ​ານ​ສະ​ພາ​ແຫ່ງ​ຊາດ ຮຸງ​ກາ​ຣີ ແລ້ວ, ນີ້​ແມ່ນ​ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ​ສາ​ກົນ ເພື່ອ​ແນ​ໃສ່​ແລກ​ປ່ຽ​ນ​ຄວາມ​ຮູ້​ນັກ​ຊ່ຽວ​ຊານ, ກໍ່ຄືການສ້າງສາຍພົວພັນຮ່ວມມືລະຫວ່າງບັນດາສະມາຊິກລັດຖະພາ, ເຈົ້າ​ໜ້າ​ທີ່​ລັດ​ຖະ​ບາ​ນ​ໃນ​ໂລກ. ຈາກ​ນັ້ນ, ກໍ່ຊ່ວຍ​ເພີ່ມ​ທະ​ວີ​ຄວາມເຂົ້າໃຈກ່ຽວ​ກັບ​ບັນ​ດາໄພນາບຂູ່ທົ່ວ​ໂລກ ແລະ ສະເໜີ​ບັນ​ດາ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນ​ດາໄພນາບຂູ່​ດັ່ງ​ກ່າວ.

ເລື່ອງ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ດ້ວຍ​ຮູບ​ການ​ທາງ​ໄກ​ສົມ​ທົບ​ໂດຍ​ກົງ ໄດ້​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ຂອງສະ​ພາ​ແຫ່ງ​ຊາດ ຮຸງ​ກາ​ຣີ ໃນ​ການ​ເຊື່ອມ​ຕໍ່​ຄືນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົ​ວ​ພັນ​ຕ່າງ​ປະ​ເທດທີ່​​ໄດ້​ຮັບ​ຖື​ວ່າ​​ຂາດ​ວັກ​ຂາດ​ຕອນ ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19, ສ້າງ​ຊ່ອງ​ທາງ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໃນ​ທົ່ວ​ໂລກ ເພື່ອ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນ​ຄົງ​ໃນ​ປັດ​ຈຸ​ບັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.