ວັກ​ຊິນກັນ​ໂຄວິດ - 19 AstraZeneca ​ຕື່ມ​ອີກ 2 ລ້ານ​ໂດ​ສ ໄດ້ມາ​ຫວຽດ​ນ​າມ

16:46 | 05/09/2021

ຍ​ສ​ໝ - ວັນ​ທີ 1 ກັ​ນ​ຍາ, ຜູ້​ຕາງ​ໜ້າ AstraZeneca ​ປະ​ຈຳ ຫວຽດ​ນາ​ມ ໃຫ້​ຮູ້​ວ່າ ໄດ້​ມອບ​ວັກ​ຊິນ 2 ລ້ານ​ໂດ​ສ ໃຫ້​ແກ່ VNVC, ອັນ​ໄດ້​ຍົກ​ຍອດ​ຈຳ​ນວນ​ວັກ​ຊິນ​ກັນ​ໂຄວິດ - 19 ຂ​ອງ AstraZeneca ໃຫ້ຫວຽດ​ນາມ ຂ​ຶ້ນ​ເຖິງ 10,1 ລ້ານ ໂດ​ສ, ກວມ​ເອົາ​ປະ​ມານ 62% ແຫຼ່ງ​ສະ​ໜອງ ວັກ​ຊິນ​ກັນ​ໂຄວິດ - 19 ໃນ​ທົ່ວ​ປະ​ເທດ.

ຫວຽດ​ນາມ ໄດ້​ປິ່ນ​ປົວຫາຍ​ດີ​ໃຫ້​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ​ວ່າ 282.000 ຄົນ ຫວຽດ​ນາມ ໄດ້​ປິ່ນ​ປົວຫາຍ​ດີ​ໃຫ້​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ​ວ່າ 282.000 ຄົນ
ວັກ​ຊິ​ນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 2 ລ້ານ​ໂດ​ສ​ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ ຕື່ມ​ອີກ ວັກ​ຊິ​ນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 2 ລ້ານ​ໂດ​ສ​ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ ຕື່ມ​ອີກ
ວັກ​ຊິນກັນ​ໂຄວິດ - 19 AstraZeneca ​ຕື່ມ​ອີກ 2 ລ້ານ​ໂດ​ສ ໄດ້ມາ​ຫວຽດ​ນ​າມ
ພາບ​ປະ​ກອບ: VNVC

ທ່ານ Nitin Kapoor, ປະ​ທານ​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ AstraZeneca ຫວຽດ​ນາມ ແລະ ບັນ​ດາ​ຕະຫຼາດ ອາ​ຊີ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ໃຫ້​ຮູ້​ວ່າ: ພວກ​ຂ້າ​ພະ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ການ​ຊີ້​ນຳ​ຂອງລັດ​ຖະ​ບານ ແລະ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ກໍ່​ຄື​ການ​ຮ່ວມ​ມື ແລະ ສົມ​ທົບ​ກັນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ຝ່າຍ VNVC. ພວກ​ຂ້າ​ພະ​ເຈົ້າ ຈະ​ສືບ​ຕໍ່​ສະ​ໜອງວັກ​ຊິນ​ໃຫ້​ແກ່ ຫວຽດ​ນາມ ຢ່າງ​ໄວ​ທີ່​ສຸດເທົ່າທີ່​ຈະ​ໄວ​ໄດ້ ເພື່ອ​ໃຫ້ໂລກ​ລະ​ບາດ​ສິ້ນ​ສຸດ​ໂດຍ​ໄວ ແລະ ປະ​ຊາ​ຊົນ​ກັບ​ຄືນສູ່​ການ​ດຳ​ລົງ​ຊີ​ວິດທີ່​ເປັນ​ປົກ​ກະ​ຕິ.

ຕາມ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ແລ້ວ, ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ ໄດ້​ຮັບ​ວັກ​ຊິນກັນ​ໂຄວິດ - 19 ປະ​ມານ 29 ລ້ານ​ໂດ​ສ, ໃນ​ນັ້ນ​ມີ ວັກ​ຊິນ AstraZeneca ກ່​ວາ 19 ລ້ານ​ໂດ​ສ, ວັກ​ຊິນ Moderna ກ່​ວາ 5 ລ້ານ​ໂດ​ສ, ວັກ​ຊິນ Pfizer ກ່​ວາ 1,2 ລ້ານ​ໂດ​ສ, ວັກ​ຊິນ Sputnik-V 12.000 ໂດສ, ວັກ​ຊິນ Sinopharm 2,5 ລ້ານ​ໂດ​ສ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.