ຫວຽດ​ນາມ ໄຂ​ສົກ​ຮຽນ​ໃໝ່ 2021 – 2022 ຕ​າມ​ຮູບ​ການ​ພິ​ເສດ ຊຶ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ

06:07 | 06/09/2021

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຂະແໜງສຶກສາພວມປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງຈາກໂລກລະບາດໂຄວິດ - 19. ຕັດສິນໃຈໃຫ້ສົກຮຽນປີ 2021 – 2022 ແລະ ໄກກວ່ານັ້ນແມ່ນບໍ່ປະໃຫ້ນັກຮຽນຄົນໃດ, ພິເສດແມ່ນພວກນ້ອງນັກຮຽນທີ່ຢູ່ເຂດເກີດໂລກລະບາດ, ເຂດຫ່າງໄກສອກຫຼີກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ຖືກພາດໂອກາດຮ່ຳຮຽນ ຍ້ອນໂລກລະບາດ ແລະ ບໍ່ປະໃຫ້ພື້ນຖານການສຶກສາຂອງ ຫວຽດນາມ ຍ້ອນໂລກລະບາດ ທີ່ບໍ່ສາມາດປະຕິບັດສຳເລັດຄຳໝັ້ນສັນຍາ, ບົດບາດສຳຄັນ ແລະ ພາລະກິດຂອງຕົນຕໍ່ປະເທດຊາດ ແລະ ປະຊາຊົນ.

ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ
ສ້າງ​ຕັ້ງ​ໜ່ວຍ​​ງານ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ ສ້າງ​ຕັ້ງ​ໜ່ວຍ​​ງານ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ
ພາບປະກອບ
ພາບປະກອບ

ຕອນເຊົ້າວັນທີ 5 ກັນຍາ, ຫຼາຍແຂວງ, ນະຄອນ ໃນທົ່ວປະເທດຫວຽດນາມ ໄດ້ຈັດຕັ້ງພິທີໄຂສົກຮຽນໃໝ່ 2021 – 2022 ດ້ວຍຫຼາຍຮູບການທີ່ແຕກຕ່າງກັນ, ມີໄຫວພິບ ແລະ ສອດຄ່ອງກັບສະພາບການຂອງທ້ອງຖິ່ນ ແລະ ສະພາບໂລກລະບາດ. ໃນຈົດໝາຍຝາກເຖິງຂະແໜງສຶກສາ ເນື່ອງໃນໂອກາດໄຂສົກຮຽນໃໝ່ 2021 – 2022, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຂະແໜງສຶກສາພວມປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງຈາກໂລກລະບາດໂຄວິດ - 19. ຕັດສິນໃຈໃຫ້ສົກຮຽນປີ 2021 – 2022 ແລະ ໄກກວ່ານັ້ນແມ່ນບໍ່ປະໃຫ້ນັກຮຽນຄົນໃດ, ພິເສດແມ່ນພວກນ້ອງນັກຮຽນທີ່ຢູ່ເຂດເກີດໂລກລະບາດ, ເຂດຫ່າງໄກສອກຫຼີກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ຖືກພາດໂອກາດຮ່ຳຮຽນ ຍ້ອນໂລກລະບາດ ແລະ ບໍ່ປະໃຫ້ພື້ນຖານການສຶກສາຂອງ ຫວຽດນາມ ຍ້ອນໂລກລະບາດ ທີ່ບໍ່ສາມາດປະຕິບັດສຳເລັດຄຳໝັ້ນສັນຍາ, ບົດບາດສຳຄັນ ແລະ ພາລະກິດຂອງຕົນຕໍ່ປະເທດຊາດ ແລະ ປະຊາຊົນ.

ຢູ່ບັນດາແຂວງທີ່ ໂຄວິດ - 19 ພວມແຜ່ລະບາດ ຄື ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ເກີ່ນເທີ… ພິທີໄຂສົກຮຽນໃໝ່ 2021 – 2022 ຖືກຈັດຂຶ້ນຕາມແບບທາງໄກຜ່ານຫຼາຍຊ່ອງທີ່ແຕກຕ່າງກັນ. ເຖິງວ່າ ນະຄອນໂຮ່ຈີມິນ ແມ່ນນະຄອນທີ່ຖືກຜົນສະທ້ອນຈາກໂລກລະບາດຢ່າງຮ້າຍແຮງກໍຕາມ ແຕ່ ພິທີໄຂສົກຮຽນໃໝ່ຍັງຖືກຈັດຂຶ້ນຢູ່ໂຮງຮຽນມັດທະຍົມຕອນປາຍ ເລຮົ່ງຟອງ ຢູ່ເມືອງ 5 ແລະ ໄດ້ຮັບການຖ່າຍທອດສົດຜ່ານລະບົບສື່ມວນຊົນ, ສື່ສັງຄົມ... ພາຍຫຼັງພິທີເຄົາລົບທຸງຊາດ, ບັນດາຜູ້ແທນໄດ້ສະຫງວນເວລາ 1 ນາທີ ເພື່ອອາໄລຫາຜູ້ທີ່ເສຍຊີວິດຍ້ອນໂລກລະບາດໂຄວິດ - 19.

ນ້ອງ ຟານເລແອັງຕ໊ວນ, ນັກຮຽນ ມໍ 7, ໂຮງຮຽນ ມັດທະຍົມຕອນປາຍ ບຸ່ຍຫືວເຫງຍະ (ເກີ່ນເທີ) ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຜ່ານສື່ສັງຄົມ ຢູທູບ ແບ່ງປັນວ່າ:

“ພິທີໄຂສົກຮຽນໃໝ່ປີນີ້, ນ້ອງ ພ້ອມດ້ວຍຄອບຄົວໄດ້ເຂົ້າຮ່ວມ ແລະ ຮັບຊົມຜ່ານການຖ່າຍທອດສົດ ສະນັ້ນກໍຮູ້ສຶກປອດໄພກວ່າ. ຜ່ານການຖ່າຍທອດສົດພິທີໄຂສົກຮຽນໃໝ່ນີ້ ນ້ອງກໍຮູ້ສຶກສາວ່າ ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ ແລະ ນ້ອງຂໍໝັ້ນໝາຍຈະຮຽນໃຫ້ດີ, ເສັງໄດ້ຄະແນນດີ ທີ່ນ້ອງປາດຖະໜາ”.

ຕອນເຊົ້າວັນທີ 5 ກັນຍາ, 5 ແຂວງເຂດພູດອຍທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ ຄື ເຊີນລາ, ດ້ຽນບຽນ, ລາຍເຈົາ, ລ່າວກາຍ ແລະ ອຽນບ໋າຍ ໄດ້ພ້ອມກັນຈັດຕັ້ງພິທີໄຂສົກຮຽນໃໝ່ຕາມຫຼາຍຮູບການທີ່ແຕກຕ່າງກັນ ນັບທັງການຈັດພິທີໄຂໂດຍກົງ ຕະຫຼອດຮອດແບບທາງໄກ. ນ້ອງ ຈິ່ງຊານຊານ, ນັກຮຽນ ປໍ 5, ໂຮງຮຽນປະຖົມ ກິມດົ່ງ, ນະຄອນ ອຽນບ໋າຍ, ແບ່ງປັນວ່າ:

“ໃນຂະນະທີ່ຢູ່ຫຼາຍແຂວງອື່ນ, ໝູ່ເພື່ອນມາໂຮງຮຽນບໍ່ໄດ້ ຍ້ອນໂລກລະບາດໂຄວິດ - 19, ແຕ່ນ້ອງຍັງໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ເປັນປົກກະຕິຄືແນວນີ້, ນ້ອງຮູ້ສຶກວ່າ ຕົນເອງໂຊກດີຫຼາຍ ແລະ ສິ່ງດັ່ງກ່າວ ກໍເປັນຄວາມສະດວກໃຫ້ແກ່ການຮຽນຂອງນ້ອງທີ່ສຸດ”.

ສົກຮຽນ 2021 – 2022, ຫວຽດນາມ ມີນັກຮຽນ, ນັກສຶກສາກວ່າ 24 ລ້ານຄົນ ໄດ້ກ້າວເຂົ້າສູ່ສົກຮຽນໃໝ່. ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ກຳນົດວ່າ ນີ້ແມ່ນສົກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ທົ່ວຂະແໜງສຶກສາ ຕ້ອງຮັບມືຢ່າງມີໄຫວພິບ.

vovworld.vn

ເຫດການ
302 Found

Found

The document has moved here.