ຫວຽດ​ນາມ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ເທື່ອ​ລະ​ກ້າວ

09:30 | 09/09/2021

ຍ​ສ​ໝ - ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ສ້າງ​ແຜນ​ຟື້ນ​ຟູ, ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ເງື່ອນ​ໄຂທີ່ໄດ້ຮັບການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃນ​ວົງ​ກ້​ວາງ.

ຜະ​ລິດ​ຕະ​ພັນ​ຫວຽດ​ນາມ ຍາກ​ທີ່​ຈະ​ແຊກ​ຊືມ​ເຂົ້າ​ຕະຫຼາດ ຈີນ​ໄດ້ ຜະ​ລິດ​ຕະ​ພັນ​ຫວຽດ​ນາມ ຍາກ​ທີ່​ຈະ​ແຊກ​ຊືມ​ເຂົ້າ​ຕະຫຼາດ ຈີນ​ໄດ້
ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ແລະ ຮົ່ງ​ກົງ ພາຍ​ລັງ​ໂລກ​ລະ​ບາດ​ໂຄວິດ - 19 ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ແລະ ຮົ່ງ​ກົງ ພາຍ​ລັງ​ໂລກ​ລະ​ບາດ​ໂຄວິດ - 19

ຕອນ​ບ່າຍ​ວັນ​ທີ 6 ກັນ​ຍາ, ທີ່ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ປະ​ຈຳ​ເດື​ອນ ສິງ​ຫາ, ທ່ານ​ເຈິ່ນ​ວັນ​ເຊີນ ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຮຽກ​ຮ້ອງ​ບຸ​ລິ​ມະ​ສິດ​ຢ່າງ​ສູງ​ທີ່​ສຸດໃຫ້​ແກ່​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍໄວ, ພ້ອມ​ທັງ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ບັນ​ດາ​ສະ​ຖານ​ທີ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ໂລກ​ລະ​ບາດ​ໂຄວິດ - 19​ ເປັນເທື່ອລະກ້າວ, ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ ແມ່ນ​ປະ​ຖົມ​ປັດ​ໄຈ​ຕິດ​ສິນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ.

ຫວຽດ​ນາມ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ເທື່ອ​ລະ​ກ້າວ
ທ່ານ​ເຈິ່ນ​ວັນ​ເຊີນ ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ (ພາບ: TTXVN)

ຕາມ ​ທ່ານ ເຊີນ​ ແລ້ວ, ໃນ​ 8 ເດືອນ​ຜ່ານ​ມາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ມີ​ຄວາມ​ສະ​ຖ​ຽນ​ລະ​ພາບ, ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, CPI ເດືອນ ສິງ​ຫາ​ເພີ່ມ​ຂຶ້ນ 0,25% ເມື່ອ​ທຽບ​ໃສ່​ກັບ​ເດືອນ​ກໍ​ລະ​ກົດ, ຕະ​ຫຼາດ​ເງິນ​ຕາ, ສິນ​ເຊື່ອ, ເງິນ​ຕາ​ຕ່າງ​ປະ​ເທດ​ມີ​ຄວາມ​ສະ​ຖຽນ​ລະ​ພາບ​ໂດຍ​ພື້ນ​ຖານ, ອັດ​ຕາ​ດອ​ກ​ເບ້ຍ​ສືບ​ຕໍ່​ທ່າ​ອ່ຽງຫຼຸດ​ລົງ.

ລາຍ​ຮັບງົບ​ປະ​ມານແຫ່ງ​ລັດ ໄລ່​ສະ​ເລ່ຍໃນ 8 ເດືອນ ບັນ​ລຸ​ເກືອບ 75% ຄ​າດ​ງົ​ບ​ປະ​ມານ, ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020.

ສະ​ພາບ​ການ​ຜ​ະ​ລິດ​ກະ​ສິ​ກຳ, ປ່າ​ໄມ້ ແລະ ສິນ​ໃນ​ນ້ຳ​ດີ​ພໍ​ສົມ​ຄວນ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ທັນ​ຍາ​ຫານ ໄດ້​ຮັບການຮັບ​ປະ​ກັນ, ກະ​ສິ​ກຳ ແມ່ນ​ເສົາ​ຄ້ຳທີ່​​ໝັ້ນ​ແກ່ນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດນີ້.

ດັດ​ຊະ​ນີການ​ຜະ​ລິດ​ທົ່ວ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ໃນ 8 ເດືອນ​ເພີ່ມ​ຂຶ້ນ 5,6%. ຍອດ​ວົງ​ເງິນ​ການ​ສົ່ງ​ອອກ, ນຳ​ເຂົ້າ​ສິນ​ຄ້າ ໃນ 8 ເດືອນ ເພີ່​ມ​ຂຶ້ນ 27,2%, ໃນ​ນັ້ນ​ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ 21,2 %. ຕະຫຼາດ​ພາຍ​ໃນ​ປະ​ເທດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ການ​ຄ້າ​ເອ​ເລັກ​ໂຕ​ນິກ, ການ​ຊຳ​ລະແບບບໍ່​ໃຊ້​ເງິນ​ສົດ ​ມີ​ທິດ​ທາງ​ພັດ​ທະ​ນາ.

ທຶນ FDI ປະ​ຕິ​ບັດ​ບັນ​ລຸ​ກ່​ວາ 11,59 ຕື້ USD, ເພີ່ມ​ຂຶ້ນ 2%. ໂປ​ແກຼ​ມເຕັກໂນໂລຢີຂໍ້​ມູນ​ຂ່າວ​ໄດ້​ຮັບການຍູ້​ແຮງ, ເປັນ​ຕົ້ນ​ແມ່ນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ມີຫຼາຍ​ຂົງ​ເຂດ​ຕ່າງໆ​ຄື: ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ການ​ບໍ​ລິ​ຫານ, ການ​ບໍ​ລິ​ການ... ວຽກ​ງານບຸ​ລະ​ນະ​ລະ​ບອບ​ລະ​ບຽບ​ກາ​ນ, ປະ​ຕິ​ຮູບ​ການ​ບໍ​ລິ​ຫານ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ສືບ​ຕໍ່​ໄດ້​ຮັບ​ການ​ຄວາມ​ສົນ​ໃຈ​ຊີ້​ນຳ. ລັດ​ຖະ​ບານ​ຈະ​ປະ​ກາດ​ໃຊ້​ມະ​ຕິ​ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ໃຫ້​ແກ່​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ.

ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ​ເອົາ​ໃຈ​ໃສ່​ເຖິງ​ການຮັບປະກັນຊີວິດ​ສັງ​ຄົມ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ ປະ​ຊາ​ຊົນ, ເຖິງວ່າ ທຽບກັບ​ຄວາມ​ປາດ​ຖະ​ໜາ ແລະ ຄຳ​ຮຽກ​ຮ້ອງ​ແລ້ວ ແມ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຕອບ​ສະ​ໜອງ. ມາ​ຮອດ​ປັດ​ຈຸ​ບັນ ທົ່ວ​ປະ​ເທດ​ມີ​ຜູ້​ອອກ​ແຮງ​ງານ​ປະ​ມານ 15 ລ້າ​ນ​ຄົນ ໄດ້​ຮັບ​ການ​ໜູນ​ຊ່ວຍ​ຕາມ​ມະ​ຕິ​ເລກ​ທີ 68/ NQ-CP ກ່ຽວ​ກັບ​ບາງ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ ແລະ ຜູ້​ນຳ​ໃຊ້​ແຮງ​ງານ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ດ້ວຍຍອດ​ເງິນ​ຂຶ້ນ​ເຖິງ 8,4 ພັນ​ຕື້​ດົ່ງ.

ພ້ອມ​ທັງ​ໜູນ​ຊ່ວຍ​ແຮງ​ງານ​ເສ​ລີ 1,2 ລ້ານ​ຄົນດ້ວຍ​ຈຳ​ນວນ​ເງິນ​ກ່​ວາ 2,1 ພັນ​ຕື້​ດົ່ງ. ມີ 37 ຄອບ​ຄົວ​ທຳການຜະ​ລິດ​ດຳ​ເນີ​ນ​ທຸ​ລະ​ກິດ​ໄດ້​ຮັບ​ການ​ໜູນ​ຊ່ວຍ. ສະ​ໜອງ​ເຂົ້າ​ສານ 134 ພັນ​ໂຕນ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຜັນ​ຂະ​ຫຍາຍຖົງເຄື່ອງ​ໜູນ​ຊ່ວຍ​ສັງ​ຄົມ 2 ລ້ານ​ຖົງ. ບັນ​ດາ​ທ້ອງ​ຖິ່ນ ໄດ້​ບຸ​ລິ​ມະ​ສິດ​ຈັດ​ແບ່ງ​ແຫຼ່ງ​ກຳ​ລັງ​ໜູນຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ໃນ​ບໍ​ລິ​ເວນ...

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.