ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລັດຖະທູດຣັດເຊຍຄົນໃໝ່ປະຈຳ ສປປ ລາວ

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລັດຖະທູດຣັດເຊຍຄົນໃໝ່ປະຈຳ ສປປ ລາວ

ວັນທີ 6 ທັນວານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ວາລາດີເມຍ ກາລີນິນ ເອກອັກຄະລັດຖະທູດຣັດເຊຍຄົນໃໝ່ປະຈຳ ສປປ ລາວ.

​ສະພາ​ແຫ່ງ​ຊາດ ສປປ ລາວ ຮັບຮອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະເໝີພາບ ຍິງ-ຊາຍ ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຮູບເງົາ ສະບັບ​ສ້າງ​ໃໝ່

​ສະພາ​ແຫ່ງ​ຊາດ ສປປ ລາວ ຮັບຮອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະເໝີພາບ ຍິງ-ຊາຍ ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຮູບເງົາ ສະບັບ​ສ້າງ​ໃໝ່

ການ​ດຳເນີນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ວັນ​ທີ 28 ພະຈິກ 2019 ຢູ່​ສະພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ມີ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ປະຈຳ​ເຂດ​ເລືອກ​ຕັ້ງ​ຕ່າງໆ​ເຂົ້າ​ຮ່ວມ.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ອວຍພອນວັນຊາດ ສປປ ລາວ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ອວຍພອນວັນຊາດ ສປປ ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 44 ປີ (2-12-1975 - 2-12-2019), ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ນຳໜ້າຄະນະກະຊວງການຕ່າງປະເທດ ມາອວຍພອນສະຖານທູດລາວ ປະຈຳ ຫວຽດນາມ.

ແຂວງເຊີນລາ ສສ ຫວຽດນາມ ແລະ ແຂວງຫຼວງພະບາງ ສປປ ລາວ: ແລກປ່ຽນວຽກງານຊາຍແດນ ຄັ້ງທີ XII

ແຂວງເຊີນລາ ສສ ຫວຽດນາມ ແລະ ແຂວງຫຼວງພະບາງ ສປປ ລາວ: ແລກປ່ຽນວຽກງານຊາຍແດນ ຄັ້ງທີ XII

ຍສໝ - ໃນວັນທີ 27 ພະຈິກ 2019, ຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ສປປ ລາວ ໄດ້ດໍາເນີນກອງປະຊຸມພົບປະແລກປ່ຽນວຽກງານຊາຍແດນ ຄັ້ງທີ XII ລະຫວ່າງ ແຂວງເຊີນລາ ແລະ ແຂວງຫຼວງພະບາງ.

ກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ສປປ ລາວ ຊຸດທີ VIII: ຮັບຮອງເອົາກົດໝາຍ ວ່າດ້ວຍກິລາ-ກາຍະກຳ

ກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ສປປ ລາວ ຊຸດທີ VIII: ຮັບຮອງເອົາກົດໝາຍ ວ່າດ້ວຍກິລາ-ກາຍະກຳ

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີກົດໝາຍວ່າດ້ວຍກິລາ-ກາຍະກຳ (ສະບັບປັບປຸງ) ກ່ຽວກັບເຫດຜົນ, ຄວາມຈຳເປັນໃນການປັບປຸງກົດ ໝາຍດັ່ງກ່າວ ໃນວັນທີ 25 ພະຈິກນີ້ ຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII.

ເພີ່ມທະວີໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ລະຫວ່າງ ແຂວງກອນຕູມ ແລະ ແຂວງອັດຕະປື ສປປ ລາວ

ເພີ່ມທະວີໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ລະຫວ່າງ ແຂວງກອນຕູມ ແລະ ແຂວງອັດຕະປື ສປປ ລາວ

ຍສໝ - ເມື່ອບໍ່ດົນມານີ້, ຄະນະປະຕິບັດງານແຂວງກອນຕູມ ສສ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະປະຕິບັດງານແຂວງອັດຕະປື ສປປ ລາວ ກ່ຽວກັບສະພາບການຮ່ວມມືລະຫວ່າງສອງທ້ອງຖິ່ນ ແລະ ດໍາເນີນການກວດກາຕົວຈິງຢູ່ລຽບຕາມເສັ້ນຊາຍແດນແຂວງກອນຕູມ, ປະເທດຫວຽດນາມ-ແຂວງອັດຕະປື, ປະເທດລາວ.

ສປປ ລາວ ມີຕະຫລາດໄຟຟ້າຕ່າງປະເທດຮອງຮັບ ຫລາຍກວ່າ 20.000 ເມກາວັດ

ສປປ ລາວ ມີຕະຫລາດໄຟຟ້າຕ່າງປະເທດຮອງຮັບ ຫລາຍກວ່າ 20.000 ເມກາວັດ

ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ຊື້-ຂາຍໄຟຟ້າໃຫ້ກັບ 4 ປະເທດເພື່ອນບ້ານ ມີ ກຳປູເຈຍ, ໄທ, ຫວຽດນາມ ແລະ ມຽນມາ ຫລາຍກວ່າ 20.000 ເມກາວັດ, ໃນນັ້ນ ໄດ້ສົ່ງອອກແລ້ວ ຫລາຍກວ່າ 6.000 ເມກາວັດ.

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ສປປ ລາວ ຊຸດ​ທີ VIII: ທົ່ວປະເທດມີຜູ້ຖືກຫາຫຼາຍກວ່າ 8 ພັນຄົນ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ສປປ ລາວ ຊຸດ​ທີ VIII: ທົ່ວປະເທດມີຜູ້ຖືກຫາຫຼາຍກວ່າ 8 ພັນຄົນ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ໃນ​ວັນ​ທີ 20 ພະ­ຈິກ 2019 ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ສີ­ໃສ ລື​ເດດ​ມູນ​ສອນ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ທ່ານ ຄຳ​ສານ ສຸ​ວົງ ຫົວ­ໜ້າ​ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ​ສູງ​ສຸດ ບັນ­ດາ​ສະ­ມາ­ຊິກ​ສະ­ພາ​ແຕ່​ລະ​ເຂດ​ເລືອກ​ຕັ້ງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

UNESCO ມອບໃບຢັ້ງຢືນຮັບຮອງແຫລ່ງໄຫຫີນຊຽງຂວາງ ເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ

UNESCO ມອບໃບຢັ້ງຢືນຮັບຮອງແຫລ່ງໄຫຫີນຊຽງຂວາງ ເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ

ການມ​ອບ-ຮັບ​ດັ່ງກ່າວ​​ໄດ້ຈັດຂື້ນ​​​ໃນ​ວັນ​ທີ 18 ພະ​ຈິກ ຜ່ານ​ມາ​ນີ້ ເນື່ອງໃນ​ໂອ​ກາດທີ່​ຄະນະ​ຜູ້​​ແທນ ​ກະຊວງ​ຖະ​ແຫຼ່ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງທ່ຽວ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໃຫ່ຍ ລັດຖະມົນ​ຕີ​ກະຊວງ​ວັດທະນະ​ທໍາ​ ຄັ້ງ​ທີ 43 ຂອງອົງ​ການອຸຍ​​ເນັດ​​ໂກ UNESCO ​ເຊິ່ງ​ໄດ້​ຈັດ​ຂື້ນ​ທີ່ ນະຄອນຫຼວງປາຣີ, ປະ​ເທດຝຣັ່ງ ​ເຊິ່ງຄະນະ​ຜູ້​ແທນ​ດັ່ງກ່າວ ນໍາ​ໂດຍ ທ່ານ ສຈ ດຣ ບໍ່ແສງຄໍາ ວົງ​ດາລາ ຜູ້ຕາງໜ້າ​ພິ​ເສດ​ຂອງ​ລັດຖະບານ​ລາວ.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ປະຈຳ ແຂວງຫລວງພະບາງ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ປະຈຳ ແຂວງຫລວງພະບາງ

ໃນຕອນບ່າຍຂອງ ວັນທີ 18 ພະຈິກ 2019 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ຫວູ ດັງ ແມ້ງ ກົງສຸນໃຫຍ່ ແຫ່ງ ສສ.ຫວຽດນາມ ປະຈຳ ແຂວງຫລວງພະບາງ, ໃນໂອກາດທີ່ສຳເລັດການ ປະຕິບັດ ໜ້າທີ່ກົງສຸນໃຫຍ່ ຢູ່ ສປປ ລາວ.

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ສປປ ລາວ ຊຸດ​ທີ VIII: ສະເໜີໃຫ້ແກ້ໄຂບັນຫາການປູກກ້ວຍ ທີ່ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ສປປ ລາວ ຊຸດ​ທີ VIII: ສະເໜີໃຫ້ແກ້ໄຂບັນຫາການປູກກ້ວຍ ທີ່ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ວັນ​ທີ 12 ພະ­ຈິກ 2019 ເຊິ່ງ​ເປັນ​ມື້​ທີ 3 ຂອງ​ກອງ​ປະ­ຊຸມ​ດັ່ງ­ກ່າວ ຢູ່​ຫໍ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ບັນ­ດາ​ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ເຂດ​ເລືອກ​ຕັ້ງ​ຕ່າງໆ ເຂົ້າ​ຮ່ວມ.

ເອກອັກຄະລັດຖະທູດ ຜູ້ໃໝ່ຂອງ ສປປ ລາວໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ເອກອັກຄະລັດຖະທູດ ຜູ້ໃໝ່ຂອງ ສປປ ລາວໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ຍສໝ​ - ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກອງບັນຊາການທະຫານແຂວງບໍ່ແກ້ວ ສປປ ລາວ ກັບ ແຂວງລາວກາຍ ສສ ຫວຽດນາມ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກອງບັນຊາການທະຫານແຂວງບໍ່ແກ້ວ ສປປ ລາວ ກັບ ແຂວງລາວກາຍ ສສ ຫວຽດນາມ.

ຍສໝ - ໃນທ້າຍເດືອນຕຸລານີ້, ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງຄະນະ ຜູ້ ແທນກອງບັນຊາການທະຫານ ແຂວງບໍ່ແກ້ວ ກອງທັບປະຊາ ຊົນລາວ ກັບ ກອງບັນຊາການທະ ຫານແຂວງລາວກາຍທີ່ຂຶ້ນກັບ ທະຫານເຂດ 2 ກອງທັບ ປະຊາ ຊົນ ຫວຽດນາມ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ.

ທະຫານເຂດ 2 ເພີ່ມທະວີການຮ່ວມມືກັບບັນດາແຂວງພາກເໜືອຂອງ ສປປ ລາວ

ທະຫານເຂດ 2 ເພີ່ມທະວີການຮ່ວມມືກັບບັນດາແຂວງພາກເໜືອຂອງ ສປປ ລາວ

ທະຫານເຂດ 2 ແມ່ນບໍລິເວນຍຸດທະສາດສໍາຄັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີເສັ້ນຊາຍແດນຕິດກັບປະເທດເພື່ອນມິດລາວ ໃນບໍລິເວນ 2 ແຂວງແມ່ນດ້ຽນບຽນ ແລະເຊີນລາ ຕິດກັບ 3 ແຂວງຂອງລາວ ແມ່ນຜົ້ງສາລີ, ຫຼວງພະບາງ ແລະຫົວພັນ.

ບ້ານຍອດເລີດ, ຕາແສງມີ້ລີ໊, ເມືອງກີ່ເຊີນ ແຂວງເງະອານ ສສ ຫວຽດນາມ ແຮກສ່ຽວກັບ 3 ບ້ານຂອງແຂວງຫົວພັນ, ສປປ ລາວ

ບ້ານຍອດເລີດ, ຕາແສງມີ້ລີ໊, ເມືອງກີ່ເຊີນ ແຂວງເງະອານ ສສ ຫວຽດນາມ ແຮກສ່ຽວກັບ 3 ບ້ານຂອງແຂວງຫົວພັນ, ສປປ ລາວ

ຍສໝ - ໃນວັນທີ 24 ຕຸລາ 2019, ບ້ານຍອດເລີດ, ຕາແສງມີ້ລີ໊, ເມືອງກີ່ເຊີນ, ແຂວງເງະອານ ສສ ຫວຽດນາມ ໄດ້ຈັດຕັ້ງພິທີແຮກສ່ຽວກັບ 3 ບ້ານ: ຖໍ້າເຄືອງ, ຫ້ວຍງົວ ແລະຫ້ວຍປາ ຂອງເມືອງກວນ, ແຂວງຫົວພັນ, ສປປ ລາວ.

ຮ່າໂນ້ຍ ແບ່ງປັນບົດຮຽນໃນການພັດທະນາວັດທະນະທໍາ, ສັງຄົມກັບ ສປປ ລາວ

ຮ່າໂນ້ຍ ແບ່ງປັນບົດຮຽນໃນການພັດທະນາວັດທະນະທໍາ, ສັງຄົມກັບ ສປປ ລາວ

ວັນທີ 25 ຕຸລາ, ທ່ານ ຫງວຽນວັນສຶວ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານພັກປະຊາຊົນປະຕິວັດລາວ ນໍາໂດຍທ່ານ ສະຖິດ ເພັດສິງເລືອງ - ຫົວໜ້າກົມເລຂາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍ.

ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ

ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ

ຍສໝ - ຕົ້ນອາທິດນີ້, ສະຫາຍ ຟ້າມ ດິ່ງ ງິ, ຮອງເລຂາພັກແຂວງ, ປະທານຄະນະກຳ ມະການປະຊາຊົນແຂວງນາມດິ້ງ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ຕຳຫຼວດແຂວງອຸດົມໄຊ, ສປປ ລາວນຳໂດຍ ສະຫາຍ ຄຳແຮ ຂັນທະລີ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເປັນຫົວໜ້າຄະນະຜູ້ແທນ ເດີນທາງໄປເຮັດວຽກ ຢູ່ແຂວງນາມດິ້ງ. ເຂົ້າຮ່ວມໃນພິທີຕ້ອນຮັບຄັ້ງນີ້ປະກອບມີ ບັນດາການ ນຳຂອງພະແນກ ປກສແຂວງ, ຫ້ອງວ່າການ ຄະນະກຳມະການປະຊາຊົນແຂວງນາມດິ້ງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມອຸທິຍານມໍລະດົກທາງທຳມະຊາດອາຊຽນ ຄັ້ງທີ 6 ທີ່ ສປປ ລາວ

ກອງປະຊຸມອຸທິຍານມໍລະດົກທາງທຳມະຊາດອາຊຽນ ຄັ້ງທີ 6 ທີ່ ສປປ ລາວ

ວັນທີ 22 ຕຸລາ, ກອງປະຊຸມອຸທິຍານມໍລະດົກທາງທຳມະຊາດອາຊຽນ ຄັ້ງທີ 6 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນຢ່າງເປັນທາງການ ຢູ່ແຂວງ ຈຳປາສັກ.

ນະຄອນຫຼວງວຽງຈັນ ສປປ ລາວ ຈູດ​ທຳລາຍ​ຢາ​ເສບ​ຕິດ​ ເກືອບ 1000 ກິ​ໂລ

ນະຄອນຫຼວງວຽງຈັນ ສປປ ລາວ ຈູດ​ທຳລາຍ​ຢາ​ເສບ​ຕິດ​ ເກືອບ 1000 ກິ​ໂລ

ເນື່ອງ​ໃນ​ໂອກາດ​ວັນ​ແຫ່ງ​ຊາດ​ຕ້ານ​ຢາ​ເສບ​ຕິດ ຄົບຮອບ 18 ປີ (12/10/2001-12/10/2019) ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ນະຄອນຫຼວງ​ວຽງ​ຈັນ ( ​ປກສ ນວ) ໄດ້​ຈັດ​ພິທີ​ຈູດ​ທຳລາຍ​ຢາ​ເສບ​ຕິດ​ທີ່​ຢຶດ​ໄດ້​ຈາກ​ຜູ້​ຄ້າຂາຍ​ໃນ​ຜ່ານ​ມາ​ຂຶ້ນ​ວັນ​ທີ 12 ຕຸລາ 2019 ທີ່​ເດີ່ນ​ສຳນັກງານ​ປົກຄອງ​ເມືອງ​ໄຊ​ທານີ (ຫຼັງ​ໃໝ່) ເຂດ​ດົງ​ໝາກຄາຍ ມີ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ອານຸພາບ ຕຸ​ນາ​ລົມ ປະທານ​ສະພາ​ປະຊາຊົນ ນວ ທ່ານ ພົນ​ຕີ ສົມ​ຫວັງ ທຳ​ມະ​ສິດ ຮອງ​ລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ກວດກາ ແລະ ຄວບ​ຄຸມ​ຢາ​ເສບ​ຕິດ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ດ້ວຍ​ທູຕານຸທູດ ອົງ​ການຈັດຕັ້ງ​ສາກົນ ການ​ນຳ ນວ ເຈົ້າ​ໜ້າທີ່​ຕຳຫຼວດ ພະນັກງານ ຊາວ​ໜຸ່ມ-ເຍົາວະ​ຊົນ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ຄະນະຜູ້ແທນສະພາແຫ່ງຊາດ ເຂດ 8, ແຂວງຫົວພັນ (ສປປ ລາວ) ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊີນລາ

ຄະນະຜູ້ແທນສະພາແຫ່ງຊາດ ເຂດ 8, ແຂວງຫົວພັນ (ສປປ ລາວ) ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊີນລາ

ຍສໝ - ວັນທີ 14 ຕຸລາ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດເຂດ 8, ແຂວງຫົວພັນ (ສປປ ລາວ) ໂດຍ ສະຫາຍ ທຳວອນ ບຸນທະວົງ, ຮອງເລຂາພັກແຂວງ, ຫົວໜ້າຄະນະຜູ້ແທນເຂດ 8, ປະທານສະພາປະຊາຊົນແຂວງຫົວພັນ ໄດ້ດຳເນີນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເຊີນລາ.